spot_img
Homeຂ່າວພາຍ​ໃນທົ່ວປະເທດມີຜູ້ເສຍຊີວິດ 384 ຄົນ ຍ້ອນອຸບັດເຫດ

ທົ່ວປະເທດມີຜູ້ເສຍຊີວິດ 384 ຄົນ ຍ້ອນອຸບັດເຫດ

Published on

4 ເດືອນທົ່ວປະເທດມີຜູ້ເສຍຊີວິດ 384 ຄົນ ຍ້ອນອຸບັດເຫດ
ປະຈຸບັນນີ້ ຖືວ່າເສດຖະກິດຢູ່ສປປ ລາວ ແມ່ນມີການເຕີບໃຫຍ່ຂະຫຍາຍຕົວສູງ
ເຮັດໃຫ້ປະຊາຊົນມີເງິນຫຼາຍຂຶ້ນ ແລະ ໜຶ່ງບັນຫາທີ່ຕາມມາຄື: ເກີດມີພາຫະນະເພີ່ມຂຶ້ນຢ່າງຫຼວງຫຼາຍ
ສົ່ງຜົນເຮັດໃຫ້ການເກີດອຸບັດເຫດມີທ່າອຽງສູງພຽງ 4 ເດືອນຂອງປີ 2014 ໃນທົ່ວປະເທດ
ມີຄົນເສຍຊີວິດແລ້ວ 384 ຄົນ ຍ້ອນອຸບັດເຫດ ຊຶ່ງສາເຫດສ່ວນໃຫຍ່ເກີດຈາກການດື່ມສິ່ງມືດເມົາແລ້ວຂັບ
ຮອງລົງມາແມ່ນບໍ່ປະຕິບັດກົດລະບຽບ ໃນນີ້ແມ່ນນະຄອນຫຼວງວຽງຈັນຕິດສະຖິຕິສູງສຸດ.

ອີງຕາມຂໍ້ມູນຈາກກົມຕຳຫຼວດຈະລາຈອນໃຫ້ຮູ້ວ່າ: ພຽງ 4 ເດືອນຕົ້ນປີ 2014
ໃນທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 2214 ຄັ້ງ, ມີພາຫະນະເປ່ເພເລັກນ້ອຍ 1961 ຄັນ,
ສົມຄວນ 1842 ຄັນ, ໃຊ້ການບໍ່ໄດ້ 154 ຄັນ, ຄົນໄດ້ຮັບບາດເຈັບເລັກນ້ອຍ 1881 ຄົນ,
ສົມ¬ຄວນ 1351 ຄົນ, ສາ¬ຫັດ 475 ຄົນ ແລະ ມີຜູ້ເສຍຊີ¬ວິດເຖິງ 384 ຄົນ.

ສາເຫດສ່ວນໃຫຍ່ຂອງການເກີດອຸບັດເຫດ ແມ່ນເກີດມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ
ບໍ່ປະຕິບັດກົດລະບຽບຈະລາຈອນ ແລະ ຂັບຂີ່ດ້ວຍຄວາມປະໝາດ.

ສຳລັບສະຖິຕິອຸບັດເຫດເກີດຂຶ້ນ ຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ ຮອງລົງມາແຂວງສະຫວັນນະເຂດ,
ຫຼວງພະບາງ, ຈຳປາສັກ, ອຸດົມໄຊ ຕາມລຳດັບ.

Credit ຮູບພາບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຢາກແຫ່ງ ສປປ ລາວ

1 2 3 4 5 6

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...