Homeຂ່າວການສຶກສາເປີດສົກຮຽນໃໝ່ ຜູ້ມີລາຍຮັບຕ່ຳໜັກໃຈກັບຄ່າຮຽນເພີ່ມຂຶ້ນ!

ເປີດສົກຮຽນໃໝ່ ຜູ້ມີລາຍຮັບຕ່ຳໜັກໃຈກັບຄ່າຮຽນເພີ່ມຂຶ້ນ!

Published on

 

ສົກຮຽນ 2014-2015 ໄດ້ໄຂຂຶ້ນຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດໃນມື້ນີ້ ວັນທີ 1 ກັນຍາ 2014 ນີ້, ນັບວ່າ

ເປັນປາງບຸນໃຫຍ່ຂອງນ້ອງນັກຮຽນ ຢູ່ຕາມໂຮງຮຽນປະຖົມ, ມັດທະຍົມຕ່າງໆໃນທົ່ວປະເທດ, ໂດຍນັກຮຽນທຸກຄົນ

ໄດ້ເຂົ້າຈົດທະບຽນເສຍເງິນຄ່າຮຽນ ຕາມແຕ່ລະໂຮງຮຽນໄດ້ກຳນົດໄວ້ ແລະ ຂະນະດຽວກັນກໍຍັງສ້າງຄວາມໜັກໃຈ

ໃຫ້ກັບຄອບຄົວພໍ່ແມ່ຜູ້ປົກຄອງທີ່ຂາດເຂີນ ແລະ ມີລາຍຮັບຕ່ຳ ເນື່ອງຈາກວ່າປີນີ້ຄ່າຮຽນບໍ່ວ່າຈະເປັນພາກລັດ

ແລະ ເອກະຊົນ ຕ່າງກໍແຂ່ງຂັນກັນຂຶ້ນ, ຕາມຂໍ້ອ້າງຕ່າງໆຢ່າງບໍ່ມີລະບຽບ ແລະ ບໍ່ຮູ້ວ່າເພີ່ນຈັດຕັ້ງປະຕິບັດກັນຄື

ແນວໃດ. ແຕ່ສ່ວນຫຼາຍເຫັນວ່າ ຄ່າຮຽນໃນສົກນີ້ບໍ່ວ່າພາກລັດ ຫລື ເອກະຊົນກໍລ້ວນແຕ່ຂຶ້ນລາຄາຕາມແຕ່ລະຊັ້ນ

ຮຽນຄື: ໂຮງຮຽນມັດທະຍົມບໍ່ນາງົວນັບແຕ່ ມ.1 ຂຶ້ນໄປ ຈະຕົກເປັນຜູ້ລະ 200.000 ກວ່າກີບຕໍ່ປີ ແລະ ໂຮງຮຽນມັດ

ທະຍົມຕອນປາຍຈັນທະບູລີ (ອຸດົມ ເລກ 9) ຈະຕ້ອງຈ່າຍຜູ້ລະ 165.000 ກີບ/ປີ ສຳລັບຄອບຄົວທີ່ມີລູກຫລາຍຄົນ

ເຂົ້າມາຮຽນຢູ່ໂຮງຮຽນແຫ່ງນີ້ ທາງໂຮງຮຽນຈະມີສ່ວນຫລຸດເພື່ອແບ່ງເບົາໃຫ້ແກ່ການແບກຫາບຂອງພໍ່ແມ່ຜູ້ທີ່

ມີລາຍຮັບໜ້ອຍ. ຂະນະດຽວກັນຢູ່ເມືອງສີໂຄດຕະບອງ ໂຮງຮຽນມັດທະຍົມຕອນຕົ້ນໜອງບົວທອງ ຈະຈ່າຍຄ່າ

ຮຽນຊັ້ນ ມ.1-ມ.4 ຕົກເປັນຜູ້ລະ 180.000 ກີບ/ປີ ແລະ ໂຮງຮຽນມັດທະຍົມສີໂຄດ ຈະຈ່າຍຄ່າຮຽນ ມ.5-ມ7 ຕົກ

ເປັນຜູ້ລະ 250.000 ກີບ/ປີ ແລະ ບ່ອນອື່ນໆ ກໍມີການເກັບຄ່າຮຽນທີ່ແຕກຕ່າງກັນແຕ່ລະກໍລະນີ.

 

ຄະນະຮັບຜິດຊອບສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ການຈ່າຍຄ່າຮຽນໃນປີນີ້ສະເພາະພາກ

ລັດແມ່ນແຕ່ລະໂຮງຮຽນຈະເປັນຜູ້ກຳນົດເອງ, ສ່ວນພາກເອກະຊົນ ແມ່ນພະແນກສຶກສາທິການ ແລະ ກິລາ ນະຄອນ

ຫລວງວຽງຈັນເປັນຜູ້ກຳນົດໃຫ້, ຖ້າຫາກໂຮງຮຽນໃດຫາກຈ່າຍເງິນເກີນທີ່ທາງພະແນກສຶກສານະຄອນຫລວງວຽງ

ຈັນກຳນົດໄວ້ ຈະໄດ້ສຳຫລວດກວດກາ ແລະ ຕັກເຕືອນຕາມລະບຽບຫລັກການທີ່ສຶກສາໄດ້ວາງໄວ້.

 

ບັນຫາທັງໝົດນີ້ ອາດເປັນສ່ວນໜຶ່ງຂອງທ້າທາຍຕໍ່ການຈັດຕັ້ງປະຕິບັດແຜນຍຸດທະສາດການສຶກສາ ເພື່ອໃຫ້ບັນ

ລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ຂອງຂະແໜງການໃນປີ 2015 ເຊຶ່ງບັນຫານີ້ ທ່ານລັດຖະມົນຕີກະຊວງ

ສຶກສາທິການ ແລະ ກິລາ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ: ມີບາງຕົວຊີ້ບອກຍັງເປັນສິ່ງທ້າທາຍຫລາຍຕໍ່ການບັນລຸເປົ້າ

ໝາຍສະຫັດສະວັດດ້ານການພັດທະນາຂອງຂະແໜງການສຶກສາ ເປັນຕົ້ນການຄ້າງຫ້ອງ, ການປະລະການຮຽນ

ແລະ ການລອດເຫລືອຂອງນັກຮຽນຊັ້ນປະຖົມຄື: ອັດຕາການຄ້າງຫ້ອງຄາດໝາຍຮອດປີ 2015 ໃຫ້ຍັງເຫລືອ 2%,

ປັດຈຸບັນຍັງ 6,9% ຄ້າງຫ້ອງຫລາຍກວ່າໝູ່ແມ່ນຊັ້ນ ປ.1; ທີ່ເປັນສາເຫດໜຶ່ງຂອງການປະລະການຮຽນ ແລະ ໄດ້

ວາງຄາດໝາຍໄວ້ວ່າ: ອັດຕາປະລະການຮຽນຮອດປີ 2015 ບໍ່ໃຫ້ມີປັດຈຸຍັງ 5,5% ການປະລະກໍຍັງແມ່ນຊັ້ນ ປ.1 ທີ່

ເປັນບູລິມະສິດຕ້ອງໄດ້ເອົາໃຈໃສ່ແກ້ໄຂ, ຍ້ອນແມ່ນສາເຫດຕົ້ນຕໍ ເຮັດໃຫ້ອັດຕາລອດເຫລືອໜ້ອຍລົງ ແລະ ອັດ

ຕາການລອດເຫລືອຄາດ​ໝາຍຮອດປີ 2015 ໃຫ້ໄດ້ 95%, ປັດຈຸບັນໄດ້ແລ້ວ 77,5% ບັນຫານີ້ເປັນສິ່ງທ້າທາຍຫລາຍ

ກວ່າໝູ່ ແລະ ເປັນບູລິມະສິດທີ່ຈະໄດ້ເອົາໃຈໃສ່ແກ້ໄຂຢ່າງເອົາການເອົາງານ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...