Homeຂ່າວທ້ອງຖິ່ນຫາລື ນະໂຍບາຍຫລຸດພົ້ນຈາກສະພາບດ້ອຍພັດທະນາ ສປປ ລາວ

ຫາລື ນະໂຍບາຍຫລຸດພົ້ນຈາກສະພາບດ້ອຍພັດທະນາ ສປປ ລາວ

Published on

ໃນລະ​ຫວ່າງວັນທີ 12–13 ມີນາ 2019 ນີ້, ກະຊວງການຕ່າງປະເທດ ຮ່ວມກັບອົງການສະຫະປະຊາຊາດເພື່ອການຄ້າ ແລະ ການພັດທະນາ(UNCTAD) ໄດ້ຈັດການສຳມະນາດ້ານ ນະໂຍບາຍລະດັບຊາດ ກ່ຽວກັບການສ້າງຄວາມເຂັ້ມແຂງດ້ານການຜະລິດ, ຄວາມຫຼາກຫຼາຍ ໃນການສົ່ງອອກ ແລະ ການປັບໂຄງສ້າງເສດຖະກິດ; ນະໂຍບາຍ ແລະ ຍຸດທະສາດ ເພື່ອການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາແບບຍືນຍົງຂອງ ສປປ ລາວ, ໂດຍການເປັນປະທານ ຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ​ມີ​ການນຳຈາກບັນດາກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງ ​ເຂົ້າ​ຮ່ວມ.

ການສຳມະນາຄັ້ງນີ້ ​ໄດ້ປຶກສາຫາລືການວາງແຜນຍຸດທະສາດ ແລະ ນະໂຍບາຍ ເພື່ອຊອກຫາວິທີການແກ້ໄຂບັນດາສິ່ງທ້າທາຍທີ່ ສປປ ລາວ ກຳລັງປະເຊີນ ແລະ ກຳນົດບູລິມະສິດ, ແນວທາງໃນຕໍ່ໜ້າຂອງລັດຖະບານ ແລະ ຍຸດທະສາດການຍາດແຍ່ງການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ເພື່ອໃຫ້ສາມາດ ຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາແບບຍືນຍົງ ແລະ ປ້ອງກັນບໍ່ໃຫ້ຕົກຢູ່ໃນສະຖານະກຸ່ມປະເທດກຳລັງພັດທະນາທີ່ມີລາຍໄດ້ຕ່ຳ, ທັງເປັນການກຽມພ້ອມຮັບມືກັບສະພາບການ ພາຍຫຼັງການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ​ ແລະ ​ປຶກສາ​ຫາລືກ່ຽວກັບບັນດາສິ່ງທ້າທາຍດ້ານນະໂຍບາຍ ທີ່ ສ ປປ ລາວ ໄດ້ປະເຊີນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ກຳລັງການຜະລິດ, ການສົ່ງອອກສິນຄ້າໃຫ້ ມີຄວາມຫລາກຫລາຍຂຶ້ນ ທັງຢູ່ໃນຂົງເຂດພາກພື້ນ ແລະ ສາກົນ.

ທ່ານ ທອງຜ່ານ ສະຫວັນເພັດ ກ່າວວ່າ: ລັດຖະບານ ສປປ ລາວ ມີຄວາມໝາຍໝັ້ນທີ່ຈະຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາອື່ນໆ ເພື່ອບັນລຸເປົ້າໝາຍໃນການພັດທະນາແບບຍືນຍົງ ໂດຍເລັ່ງໃສ່ການແກ້ໄຂຄວາມທຸກຍາກ ແລະ ສ້າງເງື່ອນໄຂໃຫ້ແກ່ ການ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອະນາຄົດ. ສປປ ລາວ ໄດ້ບັນລຸເກນການ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເປັນຄັ້ງທໍາອິດໃນປີ 2015 ໂດຍການປະເມີນຂອງໜ່ວຍງານທີ່ກ່ຽວຂ້ອງ ຂອງສະພາເສດຖະກິດ-ສັງຄົມ ສປຊ ແລະ ຈະຖືກປະເມີນອີກເປັນຮອບທີ 2 ໃນປີ 2021. ການປະເມີນໃນປີ 2015 ສປປ ລາວ ສາມາດບັນລຸ 2 ໃນ 3 ເງື່ອນໄຂຂອງເກນການຫລຸດພົ້ນ ຄື: ລວມຍອດຜະລິດຕະພັນແຫ່ງຊາດ(GNI) ແລະ ດັດສະນີຊັບສິນມະນຸດ (HAI), ສ່ວນດັດສະນີຄວາມບອບບາງທາງດ້ານເສດຖະກິດ(EVI) ສປປ ລາວ ຍັງບໍ່ສາມາດບັນລຸໄດ້.

ສະນັ້ນ, ການສຳມະນາໃນຄັ້ງນີ້ ຈຶ່ງມີຄວາມໝາຍສໍາຄັນ ແລະ ເປັນໂອກາດອັນດີໃຫ້ແກ່ ຂະແໜງການກ່ຽວຂ້ອງຂອງ ສປປ ລາວ ໄດ້ຮ່ວມກັນປຶກສາລາຍລະອຽດ ເພື່ອກະກຽມຄວາມພ້ອມ ດ້ານຕ່າງໆ ໂດຍສະເພາະ ຕ້ອງສຸມໃສ່ປຶກສາຫາລືວຽກທີ່ກ່ຽວຂ້ອງກັບເງື່ອນໄຂທີ່ ສປປ ລາວ ຍັງບໍ່ທັນຜ່ານເກນການປະເມີນໃນປີ 2015 ແນ່ໃສ່​ເຮັດໃຫ້ ສປປ ລາວ ສາມາດບັນລຸເກນການປະເມີນ ຕ່າງໆ​ໄດ້ ໃນປີ 2021.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...