Homeຂ່າວພາຍ​ໃນສໍ້ລາດບັງຫຼວງແມ່ນຍອດຂອງບັນຫາ ທີ່ປະຊາຊົນຢາກໃຫ້ແກ້ໄຂກ່ອນໝູ່

ສໍ້ລາດບັງຫຼວງແມ່ນຍອດຂອງບັນຫາ ທີ່ປະຊາຊົນຢາກໃຫ້ແກ້ໄຂກ່ອນໝູ່

Published on

ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ
screenshot-127

ໃນຫຼາຍທົດສະວັດທີ່ຜ່ານມາປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ພາຍໃຕ້ນະໂຍບາຍຂອງພັກ ແລະການປະຕິບັດງານຂອງລັດຖະບານ ເຫັນໄດ້ວ່າລະບົບພື້ນຖານໂຄງລ່າງ ເຊັ່ນ ຖະໜົນຫົນທາງ, ໂຮງໝໍ, ໂຮງຮຽນ, ເໝືອງຝາຍ ແລະລະບົບສາທາລະນູປະໂພກອື່ນໆ ໄດ້ຮັບການກໍ່ສ້າງຂຶ້ນທົ່ວທຸກຫົນແຫ່ງໃນປະເທດລາວ ເຊິ່ງສາມາດເວົ້າໄດ້ວ່າເວລານີ້ປະເທດລາວມີຄວາມຈະເລີນກ້າວໜ້າກວ່າເວລາໃດໆ ໝົດ ນັບແຕ່ເກີດມີຊາດລາວ.

ແຕ່ຄຽງຄູ່ກັບດ້ານດີນັ້ນ, ກໍຍັງປາສະຈາກບໍ່ໄດ້ກັບດ້ານທີ່ຕ້ອງໄດ້ປັບປຸງແກ້ໄຂ ບໍ່ວ່າຈະເປັນປະລິມານແລະຄຸນນະພາບຂອງລະບົບໂຄງລ່າງພື້ນຖານ ເຊັ່ນ ເສັ້ນທາງຍັງບໍ່ທົ່ວເຖິງທຸກທ້ອງຖິ່ນ, ຄຸນນະພາບຂອງເສັ້ນທາງທີ່ກໍ່ສ້າງຫຼາຍສາຍບໍ່ສູງ, ມູນຄ່າການກໍ່ສ້າງສູງເກີນຄວນ, ໂຮງໝໍໃຫຍ່ໆ ທີ່ທັນສະໄໝມີແຕ່ຢູ່ໃນນະຄອນຫຼວງ, ຍັງມີບາງບ້ານໃນເຂດຊົນນະບົດຍັງບໍ່ມີໂຮງຮຽນທີ່ໄດ້ມາຕະຖານ, ຄຸນນະພາບການສຶກສາຍັງບໍ່ສູງ ແລະບັນຫາອື່ນໆ ທີ່ລັດໄດ້ເອົາໃຈໃສ່ແລ້ວ ແຕ່ຍັງບໍ່ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ເຊິ່ງບັນຫາສ່ວນໜຶ່ງປະຊາຊົນເຊື່ອວ່າມີສາເຫດມາຈາກການສໍ້ລາດບັງຫຼວງ.

ກ່ອນໜ້ານີ້ ຄະນະກວດກາສູນກາງພັກລາຍງານວ່າ ປີ 2015 ທີ່ຜ່ານມາ ໄດ້ດຳເນີນການກວດສອບ 303 ໜ່ວຍງານ, ເປົ້າໝາຍໃນ 11 ກະຊວງ, 13 ແຂວງ ແລະນະຄອນຫຼວງວຽງຈັນ ໂດຍກວດພົບວ່າການສໍ້ລາດບັງຫຼວງໃນຂອບເຂດທົ່ວປະເທດ ໄດ້ເຮັດໃຫ້ລັດຖະບານສູນເສຍລາຍຮັບແລະງົບປະມານລາຍໄດ້ຫຼາຍກວ່າ 3,034.3 ຕື້ກີບ ຫຼືປະມານ 373 ລ້ານໂດລາສະຫະລັດ ເຊິ່ງໃນນີ້ສາມາດຢຶດຄືນມາໄດ້ພຽງແຕ່ 467.59 ຕືກີບ ຫຼືຄິດເປັນ 15% ເທົ່ານັ້ນ.

ສໍ້ລາດບັງຫຼວງ
ຮູບປະກອບ: ການຈັບກຸມຜູ້ສໍ້ລາດບັງຫຼວງຈຳນວນໜຶ່ງໃນປີທີ່ຜ່ານມາ
ປະຊາຊົນສ່ວນຫຼາຍເຫັນວ່າການສໍ້ລາດບັງຫຼວງແມ່ນສາມາດເຮັດໃຫ້ປະເທດຊາດເສຍຫາຍຢ່າງໜັກໜ່ວງ ເປັນຕົ້ນແມ່ນລັດຖະບານສູນເສຍລາຍຮັບແລະງົບປະມານ, ບໍ່ສາມາດບັງຄັບໃຊ້ກົດໝາຍໃຫ້ສັກສິດໃນບາງກໍລະນີ, ຄຸນນະພາບການກໍ່ສ້າງບໍ່ໄດ້ມາຕະຖານ, ມູນຄ່າການກໍ່ສ້າງສູງເກີນຄວນ, ສູນເສຍຊັບພະຍາກອນທຳມະຊາດ, ຄຸນນະພາບຂອງການສຶກສາແລະພະນັກງານບໍ່ໄດ້ມາຕະຖານ, ເກີດຄວາມບໍ່ຍຸດຕິທຳໃນສັງຄົມ, ສ້າງຄວາມເສື່ອມເສຍຕໍ່ການຊີ້ນຳນຳພາຂອງພັກ-ລັດຖະບານ ແລະອື່ນໆ

ການທີ່ລັດຖະບານໃນຊຸດປັດຈຸບັນໄດ້ເອົາໃຈໃສ່ໃນການສະກັດກັ້ນ, ຕ້ານ ແລະແກ້ໄຂບັນຫາການສໍ້ລາດບັງຫຼວງຢ່າງເອົາໃຈໃສ່ນັ້ນ ແມ່ນ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ເພາະປະຊາຊົນເຊື່ອວ່າການສໍ້ລາດບັງຫຼວງແມ່ນບັນຫາຫຼັກທີ່ຖ່ວງດຶງການພັດທະນາ, ການສໍ້ລາດບັງຫຼວງສ້າງຄວາມເສຍແກ່ພັກ-ລັດ ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາ, ການສໍ້ລາດບັງຫຼວງເຮັດໃຫ້ການແກ້ໄຂຫຼາຍບັນຫາພາຍໃນຊາດບໍ່ປະສົບຜົນສຳເລັດ ລວມທັງການແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ການແກ້ໄຂການສໍ້ລາດບັງຫຼວງຄວນຈະແກ້ຕັ້ງແຕ່ຕົ້ນແລະໃຊ້ເວລາຫຼາຍປີ. ການສະກັດກັ້ນຄວນເລິ່ມຕັ້ງແຕ່ການປູກຈິດສຳນຶກໃຫ້ແກ່ອະນາຄົດຂອງຊາດ, ເລິ່ມປູກຈິດສຳນຶກຕັ້ງແຕ່ຕອນເດັກນ້ອຍຍັງຢູ່ອະນຸບານ (ການມອບສິ່ງຂອງຫຼືຂອງຂວັນໃຫ້ຄູ ອາດຈະເປັນໜໍ່ແໜງຂອງການສໍ້ລາດບັງຫຼວງໃນອະນາຄົດໄດ້), ຄວນມີການໂຄສະນາເຜີຍແພ່ພຶດຕິກຳທີ່ເຂົ້າຂ່າຍສໍ້ລາດບັງຫຼວງໃຫ້ປະຊາຊົນຮູ້, ຮຽກຮ້ອງໃຫ້ທົ່ວສັງຄົມມີສ່ວນຮ່ວມໃນວຽກງານແກ້ໄຂການສໍ້ລາດບັງຫຼວງ, ໃນແຕ່ລະທ້ອງຖິ່ນຄວນມີບ່ອນແຈ້ງຫຼືເບີໂທເພື່ອແຈ້ງກ່ຽວກັບການສໍ້ລາດບັງຫຼວງ ແລະລວມທັງການລົງໂທດຕໍ່ບຸກຄົນ ນິຕິບຸກຄົນ ທີ່ຈັບໄດ້ໄລ່ທັນວ່າມີການສໍ້ລາດບັງຫຼວງ ໃຫ້ສັງຄົມໄດ້ເຫັນ.

ປະຊາຊົນເຊື່ອວ່າປະເທດເຮົາເຄີຍມີການສໍ້ລາດບັງຫຼວງ ແລະຖ້າຫາກແກ້ໄຂບັນຫາການສໍ້ລາດບັງຫຼວງບໍ່ໄດ້ ຈະເປັນໄປໄດ້ຍາກທີ່ຈະແກ້ໄຂບັນຫາຄວາມທຸກຍາກຂອງປະຊາຊົນ ກໍຄືການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າທ່ວງທັນກັບປະເທດອື່ນໆ ໃນພາກພື້ນກໍຄືສາກົນ. ແລະກໍເຊື່ອວ່າພາຍໃຕ້ແນວທາງນະໂຍບາຍຂອງພັກແລະການດຳເນີນງານຂອງລັດຖະບານ ບັນຫາການສໍ້ລາດບັງຫຼວງຈະຄ່ອຍໆ ຖືກແກ້ໄຂໄປເທື່ອລະກ້າວ.

ລີ້ງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງສະບັບປັບປຸງ: 5_anti_corruption_laws18_12_2012

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...