spot_img
Homeຂ່າວການພັດທະນາວາງສີລາລຶກໂຄງການກໍ່ສ້າງ ເຂດພັດທະນາຄົບວົງຈອນໜອງທາ

ວາງສີລາລຶກໂຄງການກໍ່ສ້າງ ເຂດພັດທະນາຄົບວົງຈອນໜອງທາ

Published on

20150413132005

ສະຫາຍ ເລ​ຮົງ​ແອງ ກຳ​ມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະຈຳການ​ຄະນະ​ເລຂາທິການສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ໄດ້​ເຂົ້າ​ຮ່ວມ​ພິທີ​ວາງ​ສີ​ລາລຶກ​ໂຄງການ​ກໍ່ສ້າງ ​ເຂດ​ພັດ​ທະນາ​ຄົບ​ວົງ​ຈອນໜອງ​ທາ ໃນ​ວັນທີ 12 ເມສາ 2015 ຢູ່​ໂຄງການດັ່ງກ່າວ (ບ້ານ​ໜອງ​ທາ ເມືອງຈັນທະ​ບູ​ລີ ນະຄອນຫຼວງ​ວຽງ​ຈັນ) ເນື່ອງ​ໃນ​ໂອກາດທີ່​ສະຫາຍ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​ກອມມູ​ນິດ​ຫວຽດນາມ ໄດ້​ເດີນທາງມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ວັນ​ທີ 11-13 ເມສາ 2015 ໂດຍ​ມີ​ສະຫາຍ ​ດຣ. ພັນຄຳ ວິພາ​ວັນ ກຳມະການ​ກົມການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ແລະ ແຂກ​ຖືກ​ເຊີນ.

ໂຄງການ​ກໍ່ສ້າງ​ເຂດ​ພັດ​ທະນາ​ຄົບ​ວົງ​ຈອນ​ໜອງ​ທາ ແມ່ນໂຄງການ​ທີ່​ນອນ​ຢູ່​ໃນ​ແຜນການຂົງເຂດ​ຕົວ​ເມືອງ​ໜອງ​ທາ (Nongtha Paradise Land) ເຊິ່ງ​ແມ່ນ​ທະນາຄານ​ຮ່ວມ​ທຸລະກິດລາວ-ຫວຽດ (Lao-Viet Bank) ເປັນ​ຜູ້​ລົງທຶນໂດຍ​ມູນ​ຄ່າການ​ລົງທຶນ​ເບື້ອງ​ຕົ້ນ 15 ລ້ານໂດ​ລາ​ສະຫະລັດ ຫຼື ປະມານ 120 ຕື້​ກີບ ເນື້ອທີ່​ໂຄງການ 4 ເຮັກຕາ ແບ່ງ​ເປັນ​ເຂດ​ຫ້ອງການ ແລະ ຫ້ອງການ​ໃຫ້​ເຊົ່າ ສູນ​ເຝິກ​ອົບຮົມ​ກໍ່ສ້າງ​ວຽກ​ງານ​ວິຊາ​ສະເພາະ ຂົງເຂດ​ຫ້ອງ​ຕ້ອນຮັບ​ແຂກ ແລະ ເຮືອນ​ພັກ​ພະນັກງານ ໂດຍມີ​ໄລຍະ​ການ​ກໍ່ສ້າງ 10 ເດືອນ.

ທ່ານ ເຈິນ ແທັງ ເວີນ ສະມາ​ຊິກ​ສະພາ​ບໍລິຫານ​ທະ​ນາຄານ​ຮຸ້ນ​ສ່ວນ​ລົງທຶນ ແລະ ພັດທະ​ນາ​ຫວຽດນາມ (BIDV) ໄດ້ກ່າວ​ວ່າ: ໂຄງການ​ກໍ່ສ້າງ​ເຂດພັດທະນາ​ຄົບ​ວົງ​ຈອນ​ໜອງ​ທາ ເປັນ​ໂຄງການ​ໜຶ່ງ​ທີ່​ຢັ້ງຢືນ​ການໃຫ້​ຄຳ​ໝັ້ນ​ສັນຍາ ​ຕໍ່​ບັນດາ​ການເຄື່ອນ​ໄຫວ​ລົງທຶນ​ແບບ​ຍາວ​ນານຢູ່ ​ສປປ ລາວ ພາຍຫຼັງ​ການ​ກໍ່ສ້າງ​ສຳເລັດ ​ຈະ​ຖືກ​ນຳ​ໃຊ້​ໃຫ້​ແກ່ການເຄື່ອນໄຫວ​ວຽກ​ງານ​ພົວພັນການ​ຕ່າງປະເທດ​ຂອງ BIDV ຢູ່ ​ສປປ ລາວ ພ້ອມ​ທັງ​ເປັນ​ບ່ອນພັກ​ອາໄສ ສຶກ​ສາ​ຮ່ຳຮຽນ ແລະ ເຮັດ​ວຽກ​ຂອງ​ພະນັກງານ ກໍ່​ຄືສ້າງ​ສູນ​ເຝິກອົບຮົມ​ພະນັກງານໃຫ້​ແກ່ Lao-Viet Bank.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...