spot_img
Homeຂ່າວພາຍ​ໃນວາງສີລາລຶກ ການກໍ່ສ້າງໂຮງງານປູນຂາວ ແບບຄົບວົງຈອນທັນສະໄໝ ຢູ່ ສປປ ລາວ

ວາງສີລາລຶກ ການກໍ່ສ້າງໂຮງງານປູນຂາວ ແບບຄົບວົງຈອນທັນສະໄໝ ຢູ່ ສປປ ລາວ

Published on

ບໍລິສັດ ຢູ​ນິ​ແຊມ ຈຳກັດ (ຢູ​ນິ​ແຊມ​ລາວ) ໄດ້​ຈັດ​ພິທີ​ວາງ​ສີ​ລາ​ລຶກ​ກໍ່ສ້າງ​ໂຮງງານ​ປູນ​ຂາວ​ແບບ​ຄົບ​ວົງ​ຈອນ ຂຶ້ນ​ໃນ​ວັນ​ທີ 11 ມັງກອນ 2014 ທີ່​ຜ່ານ​ມາ​ນີ້ ໃນ​ເນື້ອທີ່ 10 ເຮັກຕາ ສະຖານທີ່​ຕັ້ງ​ຢູ່​ບ້ານ​ນ້ອຍ ເມືອງ​ເຊ​ບັ້ງໄຟ ແຂວງ​ຄຳ​ມວ່ນ ​ສປປ ລາວ ໂດຍ​ໃຫ້​ກຽດ​ເປັນ​ປະທານ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ເປັນ​ກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ໂອ​ໄດ ສຸດາ​ພອນ ຮອງ​ເຈົ້າແຂວງ​ຄຳ​ມ່ວນ ທ່ານ ​ດຣ. ສຸພັນ ແກ້ວ​ມີ​ໄຊ ເຈົ້າແຂວງ​ສະຫວັນ​ນະ​ເຂດ ທ່ານ Daniel Lim ປະທານ​ກຳມະການ​ບໍລິຫານ​ຂອງ​ຢູ​ນິ​ແຊມ​ລາວ ທ່ານ ດາ​ສິດ ບຸນ​ເລີດ ກຳມະການ​ບໍລິຫານ​ຂອງ​ຢູ​ນິ​ແຊມ​ລາວ ມີ​ບັນດາ​ແຂກ​ຖືກ​ເຊີນ ແລະ ພາກສ່ວນ​ກ່ຽວຂ້ອງ.

ຢູ​ນິ​ແຊມ​ລາວ ກຳລັງ​ດຳເນີນ​ການ​ກໍ່ສ້າງ​ໂຮງງານ​ຜະລິດ​ປູນ​ຂາວ​ແບບ​ຄົບ​ວົງ​ຈອນ​ທີ່​ທັນ​ ສະໄໝ ຮັກສາ​ສິ່ງແວດລ້ອມ​ມາດຕະຖານ​ສາກົນ​ໃນ​ຂົງເຂດ​ນັ້ນ ເຊິ່ງ​ຈະ​ເປັນ​ບໍລິສັດ​ແຫ່ງ​ທຳ​ອິດ​ໃນ​ປະເທດ​ລາວ.

ຢູ​ນິ​ແຊມ​ລາວ ເປັນ​ບໍລິສັດ​ຮຸ້ນ​ສ່ວນ​ລະຫວ່າງ Unichap Mineral SDN BHD (Unichamp) ເປັນ​ຜູ້ນຳ​ໃນ​ການ​ຜະລິດ​ປູນ​ຂາວ​ໃນ​ຂົງເຂດ ແລະ ບໍລິສັດ PK ປູນ​ຂາວ (PK ປູນ​ຂາວ) ເປັນ​ບໍລິສັດ​ທີ່​ສ້າງຕັ້ງ​ຂຶ້ນ​ໃນ​ລາວ ຢູ​ນິ​ແຊມ​ລາວ ໄດ້​ຮັບ​ໃບ​ທະບຽນ​ສຳ​ປະທານ ຈາກ​ກົມ​ສົ່ງເສີມ​ການ​ລົງທຶນ​ຂອງ​ກະຊວງ​ແຜນການ ແລະ ການ​ລົງທຶນ ໃນ​ເດືອນ​ທັນວາ ປີ 2013 ເພື່ອ​ພັດທະນາ​ບໍ່​ຫີນ​ປູນ ແລະ ເພື່ອ​ສ້າງ​ໂຮງງານ ແລະ ດຳເນີນ​ການ​ຜະລິດ​ປູນ​ຂາວ ແລະ ສະໜອງ​ໃຫ້​ອຸດສາຫະກຳ​ປູນ​ຂາວ ແລະ ຜະລິດ​ຕະ​ພັນ​ປູນ​ຂາວ​ອື່ນໆ​ທີ່​ມີ​ຢູ່​ໃນ ​ສປປ ລາວ.

ໂຄງການ​ຈະ​ໄດ້​ດຳເນີນ​ການ​ເປັນ 2 ໄລຍະ ດ້ວຍ​ມູນ​ຄ່າ​ການ​ລົງທຶນ​ທັງ​ໝົດ​ປະມານ 28 ລ້ານ​ໂດ​ລາ​ສະຫະລັດ ການ​ກໍ່ສ້າງ​ສະຖານທີ່​ໃໝ່ ຄາດ​ວ່າ​ຈະ​ສຳເລັດ​ສົມບູນ​ໃນ​ກາງ​ປີ 2015 ເຊິ່ງ​ຈະ​ເປັນ​ການ​ສ້າງ​ໂອກາດ ໃນ​ການ​ມີ​ວຽກ​ເຮັດ​ງານ​ທຳ ແລະ ການ​ຖ່າຍ​ທອດ​ເທັກ​ໂນ​ໂລ​ຢີ ທັກ​ສະ ແລະ ຄວາມ​ຮູ້ ວີ​ທີ​ການ ໄປ​ສູ່​ຊຸມ​ຊົມ​ທ້ອງຖິ່ນ ເຊິ່ງ​ເປັນ​ນະໂຍບາຍ​ຫຼັກ​ຂອງ​ຢູ​ນິ​ແຊມ ທີ່​ໄດ້​ສຳ​ຫຼວດ​ໝົດ​ທຸກ​ການ​ລົງທຶນ​ໃນ​ຕ່າງປະເທດ.

ໂຮງງານ​ຜະລິດ​ປູນ​ຂາວ​ທີ່​ສະດວກ​ທັນ​ສະໄໝ​ນີ້ ຈະ​ຜະລິດ quicklime, hydrated lime, milk of lime and calcium carbonate ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ເພີ່ມ​ຂຶ້ນ ຂອງ​ການ​ຂະຫຍາຍ​ອຸດສາຫະກຳ​ພາຍ​ໃນ ນຳ​ເຂົ້າ​ຜະລິດ​ຕະ​ພັນ​ປູນ​ຂາວ​ທີ່​ມີ​ຄຸນ​ນະ​ພາບ​ດີ​ໃນ​ປັດຈຸບັນ ທີ່​ເຮັດ​ມາ​ຈາກ​ວັດຖຸ​ທຳ​ມະ​ຊາດ​ທີ່​ມີ​ຢູ່ ຢູ​ນິ​ແຊມ​ລາວ ຈະ​ສະໜອງ​ຜະລິດ​ຕະ​ພັນ​ປູນ​ຂາວ ໃຫ້​ເຂດ​ທຸລະ​ກິດ​ທ້ອງຖິ່ນ ເພື່ອ​ໃຊ້​ປູນ​ຂາວ​ໃນ​ການ​ຮັກສາ​ສິ່ງແວດລ້ອມ ການ​ບຳບັດ​ນ້ຳ ການ​ກັ່ນ ນ້ຳຕານ ກະສິກຳ ແລະ ການ​ຜະລິດ​ເຫຼັກ.

ຢູ​ນິ​ແຊມ ໄດ້​ດຳເນີນ​ງານ​ໃນ​ລະດັບ​ພູມ​ມີ​ພາກ​ຢູ່​ປະເທດ​ມາ​ເລ​ເຊຍ ຟີ​ລິ​ປິນ ປາ​ປົວ​ນິວ​ກີ​ນີ ອົດ​ສະ​ຕຣາ​ລີ ແລະ ​ສປປ ລາວ ຢູ​ນິ​ແຊມ​ໄດ້​ເຮັດ​ວຽກ​ຢ່າງ​ໃກ້ຊິດ​ກັບ​ຄູ່​ຮ່ວມ​ທຸລະ​ກິດ ໃນ​ດ້ານ​ບໍ່​ແຮ່ ແຮ່​ທາດ​ເຫຼັກ ເຄ​ມີ ເຫຼັກ ເຫຼັກ​ກ້າ ນ້ຳມັນ ແກັດ ແລະ ອຸດ​ສາ​ຫະ​ກຳ​ບຳບັດ​ນ້ຳ ເພື່ອ​ບັນລຸ​ຜົນ​ປະໂຫຍດ​ໃນ​ການ​ນຳ​ໃຊ້​ໃນ​ໄລຍະ​ຍາວ.

ທາງ​ຄະນະ​ບໍລິຫານ​ຂອງ​ຢູ​ນິ​ແຊມ​ລາວ ແມ່ນ​ມີ​ຄວາມ​ຊາບ​ຊື້ງ​ຕໍ່​ການ​ສະໜັບສະໜູນ​ຂອງ​ລັດຖະບານ​ລາວ ທີ່​ໃຫ້​ໂຄງການ​ນີ້​ສຳເລັດ ແລະ ມີ​ຄວາມ​ມຸ້ງ​ໝັ້ນ ໃນ​ການ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ພັດທະນາ​ຊຸມ​ຊົນ​ໃນ​ໄລຍະ​ຍາວ.

ທີ່ມາ http://www.vientianemai.net/teen/khao/1/10975

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...