spot_img
Homeຂ່າວທ້ອງຖິ່ນລັດອະນຸມັດງົບປະມານ 700 ຕື້ກີບ ແກ້ໄຂບັນຫາໜີ້ສິນ

ລັດອະນຸມັດງົບປະມານ 700 ຕື້ກີບ ແກ້ໄຂບັນຫາໜີ້ສິນ

Published on

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈ້ງຕໍ່ຂໍ້ຊັກຖາມຂອງສສຊ ກ່ຽວກັບການແກ້ໄຂ ບັນຫາໜີີ້ສິນ ​​ໃນວາລະກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VIII ​ເມື່ອບໍ່ດົນມານີ້ ວ່າ: ມາຮອດປັດຈຸບັນ ກະຊວງແຜນການແລະ ການລົງທຶນ ໄດ້ເປັນເຈົ້າການ ສັງລວມຄືນໜີ້ສິນທັງໝົດ ຈາກບັນດາໂຄງການລົງທຶນຂອງລັດ ໂດຍສະເພາະ​​ແມ່ນໂຄງການທີ່ໄດ້ ຈັດຕັ້ງປະຕິບັດແລ້ວ ເຊິ່ງເປັນຈໍານວນເງິນ ງົບປະມານ 13 ພັນກວ່າຕື້ກີບເຊິ່ງລັດຖະບານ ກໍາລັງຄົ້ນຄ້ວາ ວິທີການແກ້​​ໄຂ ດ້ວຍມາດຕະການຕ່າງໆໂດຍໄດ້ມີການແຕ່ງຕັ້ງ ຄະນະແກ້ໄຂໜີ້ສິນ.

ໄລຍະ​ຜ່ານ​ມາ ລັດຖະບານ​ ໄດ້​​ແກ້​ໄຂ​ບັນຫາ​ໜີ້​ສິນ​​ ໂດຍ​ຖື​ເປັນວຽກຈຸດ​ສຸມ ​ແລະ ​ໄດ້​ແກ້​ໄຂ​ຈໍານວນ​ໜຶ່ງ ​​​ເຊິ່ງ​ໄດ້​ຈັດ​ສັນ​ງົບປະມານ ເພື່ອ​ຊໍາລະ​ໃນ​ແຕ່ລະ​ປີ​ ໃນ​ແຜນ 3 ​ເດືອນ​ຂ້າມ​ຜ່ານ​ປີ 2016 ​ໄດ້​ອະນຸມັດ​ແຜນການ ​ຊໍາລະ​ໜີ້​ສິນ 700 ຕື້​ກີບ, ​ໃນ​ນີ້ 400 ຕື້​ກີບ ​ເພື່ອ​ຊໍາລະ​ ໂຄງການ​ລົງ​ທຶນ​ຂອງ​ລັດແລະ 300 ຕື້​ກີບ ສໍາລັບ​ໜີ້ພັນທະບັດ​ ໂຄງ ການ​ລົງທຶນ​ຂອງ​ລັດ. ​ປັດ​ຈຸບັນ ໜີ້​ສີນຕ່າງປະ​ເທດກວມ 52% ຂອງ GDP ​ແລະ ໜີ້​ສິນ​ພາຍ​ໃນ​ກວມ 6,3% ຂອງ GDP.​

ທ່ານ ສົມດີ ດວງດີ ​ໃຫ້ຮູ້ຕື່ມວ່າ: ການແກ້ໄຂໜີ້ສາທາລະນະ ກະຊວງການເງິນ ໄດ້ປະຕິບັດໜ້າທີ່ແລະ ຄວາມຮັບຜິດຊອບ ລະຫວ່າງ ກະຊວງແຜນການແລະ ການລົງທຶນແລະ ກະຊວງການເງິນ ຕາມພາລະບົດບາດຂອງຕົນ ຢ່າງຈະແຈ້ງ ສະເພາະກະຊວງການເງິນ ກໍໄດ້ມີການປັບປຸງ ພາລະບົດບາດຂອງກະຊວງແລະ ບັນດາກົມເພື່ອໃຫ້ສາມາດ ສັງລວມໜີ້ສິນຢ່າງລວມສູນແລະ ວາງມາດຕະການແກ້ໄຂ ຢ່າງເປັນລະບົບ ພ້ອມນັ້ນ ເພື່ອສາມາດສັງລວມ, ຄຸ້ມຄອງໜີ້ສິນ ໂດຍໄດ້ມີການຄົ້ນຄ້ວາ ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງໜີ້ສິນ ສາທາລະນະໃນທ້າຍປີນີ້ ໜີ້​​ສິນຂອງລັດຖະບານ ສັງລວມແລ້ວຍອດໜີ້ທັງໝົດ ລວມທັງໜີ້ພາຍໃນແລະ ຕ່າງປະເທດ ຍັງຢູ່ໃນລະດັບສູງສົມຄວນເຊິ່ງເປັນຈຸດທີ່ມີຄວາມສ່ຽງຖ້າພວກເຮົາບໍ່ມີມາດຕະການ ຢ່າງເຂັ້ມງວດແລະ ຮັດກຸມໃນຕໍ່ໜ້າ.

 

ແຫລ່ງຂ່າວຈາກ: http://kpl.gov.la
ຮູບພາບປະກອບຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...