spot_img
Homeຂ່າວພາຍ​ໃນລັດຖະບານ ແລະ ຄູ່ຮ່ວມພັດທະນາຫາລືກ່ຽວກັບ ວຽກງານເສດຖະກິດມະຫາພາກ

ລັດຖະບານ ແລະ ຄູ່ຮ່ວມພັດທະນາຫາລືກ່ຽວກັບ ວຽກງານເສດຖະກິດມະຫາພາກ

Published on

ວັນທີ 6 ຕຸລາ 2016 ນີ້ ທີ່ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມປືກສາຫາລືລະດັບສູງຂອງໜ່ວຍງານເສດຖະກິດມະຫາພາກ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ເພື່ອແນໃສ່ປຶກສາຫາລື ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ບັນຫາຂອງ ປີ 2017 ທີ່ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ 8 ໃນທ້າຍເດືອນຕຸລານີ້ ແລະ ຍັງເປັນການກະກຽມໃຫ້ແກ່ກອງປະຊຸມໂຕະມົນ ປະຈໍາປີ 2016 ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງນີ້ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າສະຖານທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຄໍາລຽນ ພົນເສນາ ໄດ້ເນັ້ນວ່າ: ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2017 ຕົ້ນຕໍ່ແມ່ນສຸມໃສ່ວຽກງານຫລຸດຜ່ອນຄວາມທຸກຍາກ, ການຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ການລົງທຶນໃສ່ໂຄງລ່າງພື້ນຖານໃນຊົນນະບົດ, ໃສ່ຕາໜ່າງການສຶກສາ ແລະ ວຽກງານສາທາລະນະສຸກ, ສຸມໃສ່ຫລຸດຜ່ອນບັນຫາໜີ້ສິນ, ຍົກສູງປະສິດທິພາບຂອງການລົງທຶນຂອງລັດ, ຄຸນນະພາບຂອງການລົງທຶນພາກເອກະຊົນ ແລະ ສະມັດຕະພາບ ໃນການແຂ່ງຂັນໃຫ້ສູງຂຶ້ນ, ສຸມໃສ່ຊຸກຍູ້ການຜະລິດ ແລະ ການປຸງແຕ່ງໂດຍສະເພາະບັນດາວິສາຫະກິດ ຂະໜາດນ້ອຍ-ກາງ ແລະ ສຸມໃສ່ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາສີຂຽວ-ຍືນຍົງ, ຮັບປະກັນເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມ ອີງໃສ່ຈິດໃຈປະຢັດມັດທະຍັດ,
ນອກນັ້ນ.ໃນກອງປະຊຸມກອງທຶນສາກົນ ຍັງໄດ້ສະເໜີຜົນການປະເມີນເສດຖະກິດຂອງສປປ ລາວ ປະຈໍາປີ 2016 ແລະ ຜູ້ຕາງໜ້າທະນາຄານໂລກ ໄດ້ນໍາສະເໜີກ່ຽວກັບຄວາມສໍາຄັນ ແລະ ຂໍ້ຫຍຸ້ງຍາກຂອງພາກເອກະຊົນ ຕໍ່ການຂະຫຍາຍຕົວຂອງເສດຖະກິດ ໃນສປປ ລາວ ບັນຫາສໍາຄັນທີ່ພາກລັດ ແລະ ຄູ່ຮ່ວມພັດທະນາໄດ້ຍົກຂຶ້ນມາ ແມ່ນການຮັກສາສະຖຽນລະພາບຂອງເສດຖະກິດ ແລະ ການຄຸ້ມຄອງມະຫາພາກ ແມ່ນສິ່ງທີ່ສໍາຄັນ ແລະ ປິ່ນອ້ອມທຸກຂົງເຂດວຽກງານ.

ສະນັ້ນ, ການພັດທະນາທີ່ຕິດພັນກັບຄວາມຍືນຍົງ ແລະ ການເຕີບໂຕສີຂຽວ ທີ່ມີສ່ວນຮ່ວມຂອງໝົດທຸກຄົນໃນສັງຄົມ ແລະ ສິ່ງແວດລ້ອມແມ່ນສິ່ງທີ່ຕ້ອງໄດ້ເອົາໃຈໃສ່ ແລະ ສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດ ໃນປີຕໍ່ໆໄປ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...