Homeຂ່າວການພັດທະນາລັດຖະບານເລັ່ງປະຕິຮູບ ການຈັດເກັບອາກອນ ຫັນເປັນທັນສະໄໝ

ລັດຖະບານເລັ່ງປະຕິຮູບ ການຈັດເກັບອາກອນ ຫັນເປັນທັນສະໄໝ

Published on

ລັດຖະບານ​ເລັ່ງ​​ປະຕິ​ຮູບ​​ ການ​ຄຸ້ມ​ຄອງ ການຈັດ​ເກັບ​ອາກອນ​ໄປ​ສູ່​ທັນ​ສະ​ໄໝ​ ຢ່າງ​ຄົບ​ຖ້ວນ​ໂດຍ​ໃຫ້​ສືບ​ຕໍ່​ຕິດ​ຕັ້ງ​ເຄື່ອງມື ​ເຊື່ອມ​ຕໍ່​ຖານ​ຂໍ້​ມູນ​ ຢູ່​ຈຸດ​ຂາຍ​ນໍາ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ​ຂະໜາດ​ໃຫຍ່, ກາງ ​ແລະ ຕິດ​ຕັ້ງ​ເຄື່ອງ​ເກັບ​ເງິນ ນໍາ​ຫົວໜ່ວຍ​ທຸລະ​ກິດ​ມອບ​ເໝົາ ​ຈໍານວນ​ໜຶ່ງ ​ສ້າງ​ພື້ນຖານ​ໂຄງ​ສ້າງ ​ແລະ ລະບົບ​ການ​ຄຸ້ມ​ຄອງ​ອາກອນ ​ໃຫ້​ທັນ​ສະ​ໄໝ​​ຄົບ​ຊຸດ ​ເພື່ອ​ຮັບປະກັນ​ໃນ​ການ​ເກັບ​ອາກອນ ​​ໃຫ້​ຄົບ​ຖ້ວນ, ຊັດ​ເຈນ​ໃນ​ໄລຍະ​ກາງຫາ​ໄລຍະ​ຍາວ, ນັ້ນ​ແມ່ນ​ບາງ​ຄໍາ​ເຫັນ ​ຂອງ​ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ​ ຮອງ​ລັດຖະມົນຕີ​ ກະຊວງ​ການ​ເງິນ​ ໄດ້​ລາຍ​ງານ​​ຕໍ່​ກອງ​ປະຊຸມ​ແນະ​ນໍາ ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ​-ສັງຄົມ ​ແລະ ​ແຜນງົບປະມານ​ແຫ່ງ​ລັດ ​ປະ​ຈໍາປີ 2017 ​ເມື່ອ​ບໍ່​ດົນຜ່ານ​ມາ​ນີ້.

ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ ​ກ່າວ​ຕື່ມ​​ວ່າ: ຕ້ອງ​ໄດ້ສືບ​ຕໍ່​ຂະຫຍາຍ ​ການ​ອອກ​ເລກ​ປະ​ຈໍາ​ຕົວ​ໃຫ້​ສໍາ​ເລັດ​ ​ແລະ ຄຸ້ມ​ຄອງ​ເຂົ້າ​ສູ່​ລະບົບ TMIS ທີ່​ມີ​ຢູ່​ແລ້ວ​ ໃຫ້​ໄດ້​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ໂດຍ​ສະ​ເພາະ​ຢູ່​ແຂວງ​ທີ່​ຍັງ​ບໍ່​ທັນ​ສໍາ​ເລັດ ​ແລະ ສາມາດ​ເປັນ​ເຄື່ອງມື​ຕິດຕາມ ​ການ​ແຈ້ງ​ເສຍ​ອາກອນ, ການ​ກວດກາ​ອາ ກອນ​ຫລັງ​ການ​ແຈ້ງ​ໃຫ້​ໄວ​ຂຶ້ນ, ປັບ ປຸງ​ກົນ​ໄກ​ ການ​ມອບ​ພັນທະ​ຄ່າ​ທໍານຽມ ​ສິດ​ນໍາ​ໃຊ້​ທີ່​ດິນ​ໃຫ້​ສະດວກ​ວ່ອງ​ໄວ ​ຂຶ້ນ​ກວ່າ​ເກົ່າ ​ພ້ອມ​ທັງ​ສົມທົບ​ກັບ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ ສໍາ​ຫລວດ ​ແລະ ​ເກັບ​ຂໍ້​ມູນ​ ໃນ​ການ​ປ່ຽນ​ປະ​ເພດ​ການ​ນໍາ​ໃຊ້​ທີ່​ດິນ​ ໃຫ້​ມີ​ຄວາມ​ຊັດ​ເຈນ ​ແລະ ຖືກຕ້ອງ​ກັບ​ຄວາມ​ເປັນ​ຈິງ​ ເຊັນ: ຈາກ​ດິນ​ກະສິກໍາ​ເປັນ​ດິນ​ປຸກ​ສ້າງ, ​ດິນ​ປຸກ​ສ້າງ​ເປັນ​ດິນ​ຂອງ​ວິ​ສາ​ຫະກິດ ​ແລະ ອື່ນໆ ນອກ​ນີ້ ຕ້ອງ​ສົມ​ທົບ​ກັບ​ຂະ​ແໜງ​ການ​ກ່ຽວ​ຂ້ອງ ​ເພີ່ມ​ທະວີ​ການຈັດ​ເກັບ​ອາກອນ​ປະ​ເພດ​ຕ່າງໆ ​ຈາກ​ທຸລະ​ກິດ​ຂຸດ​ຄົ້ນ​ບໍ່​ແຮ່, ພະລັງງານ​ໄຟຟ້າ​ນ້ຳຕົກ, ​ໂຄງການ​ສາຍ​ສົ່ງ​ໄຟຟ້າ ​ແລະ ບັນດາ​ໂຄງການ​ຕ່າງໆ​ ທີ່​ນໍາ​ໃຊ້​ເງິນ​ກູ້​ຢືມ ​ແລະ ຊ່ວຍ​ເຫລືອ​ເພື່ອ​ການ​ພັດທະນາ ​ໂດຍ​ສະ​ເພາະ​ຜູ້​ສະໜອງ​ໂຄງການ​ເຫລົ່າ​ນັ້ນ​ ເຊັ່ນ: ອາກອນ​ມູນ​ຄ່າ​ເພີ່ມ, ອາກອນ​ຄ່າ​ເຊົ່າ ​ແລະ ອາກອນ​ເງິນ​ເດືອນ, ປັບປຸງ​ກົນ​ໄກ​ການ​ຕິດຕາມ ​ແລະ ດໍາ​ເນີນ​ມາດ​ຕະການ​ກວດກາ​ ປໍ້າ​ຈໍາ​ໜ່າຍ​ນ້ຳມັນ​ເຊື້ອ​ໄຟ ​ແລະ ການ​ເຄື່ອນຍ້າຍ​ນ້ຳມັນ​ເຊື້ອ​ໄຟ ​ເພື່ອ​ໃຫ້​ມອບ​ພັນທະ​ຖືກຕ້ອງ, ຄົບ​ຖ້ວນ ​ແລະ ​ເຄື່ອນ​ໄຫວ​ຕາມ​ລະບຽບ​ການ ພ້ອມ​ທັງ​ດໍາ​ເນີນ​ມາດ​ຕະການ​ຢ່າງ​ເດັດຂາດ ​ແລະ ​ເຂັ້ມ​ງວດ ​ຕໍ່​ຜູ້​ດໍາ​ເນີນ​ທຸ ລະ​ກິດ​ທີ່​ບໍ່​ປະຕິບັດ​ຕາມ​ກົດໝາຍ ​ແລະ ລະບຽບ​ການ, ປັບປຸງ​ກົນ​ໄກ ​ການ​ມອບ​ພັນທະ​ອາກອນ ​ປະ​ເພດ​ຕ່າງໆ ເປັນ​ເງິນສົດ​​ ໂດຍ​ສະ​ເພາະ​ຢູ່​ຂັ້ນ​ເມືອງ, ​ເທດ​ສະບາ​ນ​ໃຫ້​ນໍາ​ໃຊ້​ລະບົບ Easy tax ​ໃຫ້​ກ້ວາງ​ຂວາງ​ລວມທັງ​ລະບົບ​ ການ​ເກັບ​ລາຍ​ຮັບ​ອາກອນ​ ແບບ​ມອບ​ເໝົາ​ຕ້ອງ​ຜ່ານ​ລະບົບ​ທະນາຄານ​ໃຫ້​ຫລາຍ​ຂຶ້ນ

ແຫລ່ງຂ່າວຈາກ: http://kpl.gov.la/detail.aspx?id=20789

ຮູບພາບປະກອບຈາກ:​ www.google.co.th/search
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...