spot_img
Homeຂ່າວຕ່າງປະເທດພົນເອກປະຢຸດ ຈັນໂອຊາ ປະກາດວາງມືທາງການເມືອງ

ພົນເອກປະຢຸດ ຈັນໂອຊາ ປະກາດວາງມືທາງການເມືອງ

Published on

ອີງຕາມເພຈພັກລວມໄທສ້າງຊາດ ລາຍງານໃນວັນທີ 11 ກໍລະກົດ 2023 ຜ່ານມາ, ທ່ານ ພົນເອກ ປະຢຸດ ຈັນໂອຊາ ປະກາດວາງມືຈາກກິດຈະກຳທາງການເມືອງທັງໝົດ ແລະ ຂໍລາອອກຈາກາກນເປັນສະມາຊິກພັກລວມໄທສ້າງຊາດ.

ທ່ານ ພົນເອກ ປະຢຸດ ຈັນໂອຊາ ເຂົ້າສູ່ວົງການທາງການເມືອງຈາກາກນຍຶດອຳນາດລັດຖະບານ ຂອງ ທ່ານນາງ ຍິ່ງລັກ ຊິນນະວັດ ເມື່ອວັນທີ 22 ພຶດສະພາ 2014 ແລະ ເປັນຜູ້ນຳປະເທດດ້ວຍອຳນາດພະເດັດການທະຫານ ຍາວນານ 5 ປີກ່ອນໄດ້ຮັບເລືອກໃຫ້ເປັນນາຍົກລັດຖະມົນຕີ ຫຼັງການເລືອກຕັ້ງເມື່ອປີ 2019.

“ຈາກ​ນີ້​ໄປ, ຂ້າພະ​ເຈົ້າຂໍ​ປະກາດ​ວາງ​ຈາກ​ການ​ເມືອງ. ໂດຍ​ການລາ​ອອກ​ຈາກ​ສະມາຊິກພັກ​ລວມໄມສ້າງຊາດ ແລະ ຂໍໃຫ້ຜູ້ນຳພັກ​ ກຳມະການບໍລິຫານ ​ແລະ ສະມາຊິກ​ພັກ​ດຳເນີນການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ດ້ວຍອຸດົມການທີ່ເຂັ້ມແຂງ ປົກ​ປັກ​ຮັກ​ສາ​ສະ​ຖາ​ບັນ​ຂອງ​ປະ​ເທດ​ຊາດ​, ສາ​ສະ​ຫນາ​, ແລະ​ປະ​ຊາ​ຊົນ​ ແລະ​ສືບ​ຕໍ່​ເບິ່ງ​ແຍງ​ປະ​ຊາ​ຊົນ​ໄທ ແລະ ຂໍໃຫ້ພີ່ຍນ້ອງປະຊາຊົນ ໄວ້​ເນື້ອ​ເຊື່ອ​ໃຈ​ແລະ ​ສະ​ຫນັບ​ສະ​ຫນູນ​ການ​ເຮັດ​ວຽກ​ຂອງ​ພັກລວມໄທສ້າງຊາດດ້ວຍ”

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...