spot_img
Homeຂ່າວພາຍ​ໃນບໍລິສັດທາງລົດໄຟລາວ-ຈີນ ເລັ່ງປັບປຸງແກ້ໄຂ ໃຫ້ການຊື້-ຂາຍປີ້ ມີຄວາມສະດວກຂຶ້ນກວ່າເກົ່າ

ບໍລິສັດທາງລົດໄຟລາວ-ຈີນ ເລັ່ງປັບປຸງແກ້ໄຂ ໃຫ້ການຊື້-ຂາຍປີ້ ມີຄວາມສະດວກຂຶ້ນກວ່າເກົ່າ

Published on

ເນື່ອງຈາກສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ບັນຫາຕ່າງໆ ທີ່ເກີດຂຶ້ນ ໃນການເດີນທາງຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນ ເຮັດໃຫ້ມີຫາງສຽງ ທັງໃນທາງບວກ ແລະ ທາງລົບ ຂອງສັງຄົມຢູ່ສື່ສັງຄົມອອນລາຍ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ການທ່ອງທ່ຽວຂອງ ສປປ ລາວ.

ຕໍ່ກັບບັນຫາດັ່ງກ່າວ, ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ອອກມາຊີ້ແຈ້ງ ແລະ ຍອມຮັບຜິດທຸກບັນຫາ ທີ່ມີມູນຄວາມຈິງ ແລະ ພ້ອມທີ່ຈະປັບປຸງແກ້ໄຂບັນຫາດັ່ງກ່າວໂດຍໄວ ເພື່ອເຮັດໃຫ້ການບໍລິການຕ່າງໆ ໂດຍສະເພາະການບໍລິການ ຊື້-ຂາຍ ປີ້ລົດໄຟ ເປັນລະບົບ, ມີຄວາມສະດວກສະບາຍ, ວ່ອງໄວຂຶ້ນກວ່າເກົ່າ.

ໃນວັນທີ 3 ສິງຫາ 2022 ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ນີ້ວ່າ: ຕໍ່ກັບບັນຫາທີ່ເກີດຂຶ້ນດັ່ງກ່າວ, ບໍລິສັດທາງລົດໄຟລາວ-ຈີນ ຍອມຮັບຕໍ່ຂໍ້ຜິດພາດ ແລະ ພ້ອມຈະນຳເອົາຂໍ້ຜິດ ພາດດັ່ງກ່າວ, ໄປປັບປຸງ, ແກ້ໄຂ ໃຫ້ດີຂຶ້ນເທື່ອລະກ້າວໂດຍໄວ;ບໍລິສັດຍິນດີຮັບເອົາຄໍາຕໍານິຕິຊົມ ທີ່ມີລັກຊະນະສ້າງສັນທຸກດ້ານ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຕົວຈິງ ເພື່ອນຳໄປປັບປຸງແກ້ໄຂ ໂດຍສະເພາະ ການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ. ມາຮອດປັດຈຸບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້.

ສຳລັບ ຫາງສຽງຂອງສັງຄົມ ກ່ຽວກັບຫ້ອງນໍ້າສາທາລະນະ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມາລຽນແຖວຊື້ປີ້ ຫລື ມາເຮັດທຸລະຕ່າງໆ ທາງບໍລິສັດ ກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີ ມາເປັນຈຸດບໍລິການ. ພ້ອມນັ້ນ, ບໍລິສັດທາງລົດໄຟ ຍັງຈະຂະຫຍາຍຊ່ອງຊື້ປີ້ລົດໄຟຕື່ມອີກ ເພື່ອເຮັດໃຫ້ການຊື້-ຂາຍປີ້ລົດໄຟ ວ່ອງໄວຂຶ້ນກວ່າເກົ່າ.

ສຳລັບ ແຜນການໃນຕໍ່ໜ້າ ບໍລິສັດທາງລົດໄຟ ລາວ-ຈີນ ຈະສົມທົບກັບກົມທາງລົດໄຟ ກະຊວງ ຍທຂ, ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫລ່ງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັນຄົ້ນຄວ້າແກ້ໄຂປີ້ລົດໄຟ ແກ່ບັນດານັກທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ; ເພີ່ມເວລາການເປີດບໍລິການອາຄານສະຖານີ ສຳລັບຜູ້ໂດຍ ສານທີ່ຕ້ອງການເດີນທາງ, ເຊິ່ງຜ່ານມາມີຜູ້ໂດຍສານຈຳນວນໜຶ່ງ ເດີນທາງມາຮອດສະຖານີກ່ອນເວລາລົດອອກ ເປັນເວລາດົນ ແຕ່ທາງອາຄານສະຖານີຍັງບໍ່ທັນເປີດບໍລິ ການ ເຮັດໃຫ້ຕ້ອງໄດ້ລໍຖ້າຂ້າງນອກເປັນເວລາດົນ.

ທ່ານ ພັນເອກ ໄກສອນ ແກ້ວມະນີ ຫົວໜ້າກົມຕ່ຳຫລວດລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍໃນການເດີນທາງ, ການລຽນແຖວຊື້ປີ້ ໃນສະຖານີລົດໄຟ ນະຄອນຫລວງວຽງຈັນເກີດຂຶ້ນ ກໍຍ້ອນສະພາບຄວາມຕ້ອງການເດີນທາງ ແລະ ການເພີ້ມຂຶ້ນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ນອກນັ້ນ, ກໍເກີດມີກຸ່ມຄົນ, ບຸກຄົນ ສວຍໂອ ກາດຊື້-ຂາຍປີ້ ເກັງກຳໄລ ທີ່ບໍ່ຖືກຕ້ອງ ໂດຍສະເພາະຢູ່ໃນກຸ່ມນັກທ່ອງທ່ຽວ, ທຳມະດາບໍລິສັດທ່ອງທ່ຽວແບ່ງໂກຕ້າໃຫ້ແລ້ວ ແຕ່ກໍຍັງລະດົມຄົນມາຊື້ປື້ຕື່ມ ເພື່ອໃຫ້ໄດ້ຈໍານວນຫລາຍ, ນອກນັ້ນ ກໍຍັງບຸກຄົນມາລຽນແຖວ ມື້ໜຶ່ງຫລາຍໆເທື່ອເພື່ອຂາຍປີ້ຕໍ່ເກັງກຳໄລ. ຕໍ່ກັບບັນຫາດັ່ງກ່າວ, ຕໍາຫລວດລົດໄຟ ຈະສົມທົບກັບ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະເອົາໃຈໃສ່ຈັດສັນການລຽນແຖວຊື້ປີ້ ໃຫ້ເປັນລະບຽບຮຽບຮ້ອຍໃນສະ ຖານີ, ສະກັດກັ້ນບຸກຄົນ ແລະ ກຸ່ມຄົນທີ່ຊື້-ຂາຍປີ້ຕໍ່ເກັງກຳໄລ ທີ່ບໍ່ຖືກຕ້ອງຈະໄດ້ມີມາດຕະການແກ້ໄຂຢ່າງເຂັ່ງຄັດ. ພ້ອມທັງ, ສະເໜີໃຫ້ ບໍລິສັດທາງລົດໄຟລາວ-ຈີນ ແຍກບ່ອນຂາຍປີ້ໃຫ້ກຸ່ມນັກທ່ອງທ່ຽວ ຫລື ບໍລິສັດທ່ອງທ່ຽວສະເພາະ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຫລຸດຜ່ອນການແອອັດ.

ສຳລັບກຸ່ມຄົນທົ່ວໄປທີ່ມາຊື້ປີ້ ຕ້ອງຖືບັດປະຈໍາຕົວ ຫລື ສຳມະໂນຄົວ (ສຳເນົາ ຫລື ເອກະສານຢັ້ງຢືນທີ່ຢູ່ ຫລື ສຳມະໂນຄົວມາພ້ອມ), ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງກວດກາ ເພື່ອຕິດຕາມ, ຄວບຄຸມຄວາມເປັນລະບຽບ ຮຽບຮ້ອຍ; ຕຳຫລວດລົດໄຟ ແລະ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະໄດ້ຕິດຕາມຫາບຸກຄົນ ຫລື ກຸ່ມຄົນທີ່ຊື້-ຂາຍປີ້ບໍ່ຖືກຕ້ອງຕາມຕາມລະບຽບ ທີ່ໄດ້ວາງອອກ, ຖ້າພົບເຫັນຈະໄດ້ປະຕິບັດມາດຕະການຕາມ ລະບຽບກົດໝາຍຄື: ສຶກສາອົບຮົມ, ປັບໃໝ ແລະ ດຳເນີນຄະດີຕາມຂັ້ນຕອນ. ພ້ອມທັງ ຮຽກຮ້ອງໃຫ້ປະຊາຊົນບໍ່ເຂົ້າຮ່ວມໃນການກະທໍາຜິດ ໂດຍການເອົາບັດປະຈຳຕົວຂອງຕົນເອງ ຫລື ເອກະສານປະຈຳຕົນເອງ ໃຫ້ບຸກຄົນ ຫລື ກຸ່ມຄົນ ໄປຊື້ຂາຍປີ້ທີ່ບໍ່ຖືກຕ້ອງ, ພ້ອມທັງຕິດເລກໂທລະສັບສາຍດ່ວນຕາມຈຸດຕ່າງໆ ເມື່ອໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ ຫລື ຖ້າພົບເຫັນບຸກຄົນ ຫລື ກຸ່ມຄົນທີ່ມີພຶດຕິກໍາບໍ່ຖືກຕ້ອງ ຫລື ເຈົ້າໜ້າທີ່ພວກເຮົາ ສາມາດໂທແຈ້ງໄດ້ທຸກເວລາ.

ແຫຼ່ງຂ່າວ ປະເທດລາວ

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...