Homeຂ່າວທ້ອງຖິ່ນບົດລາຍງານ ແລະ ຂໍທິດຊີ້ນຳຈາກລັດຖະບານ

ບົດລາຍງານ ແລະ ຂໍທິດຊີ້ນຳຈາກລັດຖະບານ

Published on

– ອີງຕາມ ແຈ້ງການຫ້ອງວ່າການສຳນັກງານໃນຍົກ ສະບັບເລກທີ 308/ຫສນຍ, ລົງວັນທີ 13 ມີນາ 2021 ກ່
ຽວກັບ ການສືບຕໍ່ປະຕິບັດມາດຕະຖານການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະເດືອນ ເມສາ ຫາ ເດືອນ ພຶດສະພາ 2021.

– ອີງຕາມ ຄຳແນະນຳເພີ່ມເຕີມຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021.

ນະຄອນຫຼວງວຽງຈັນ ຂໍເປັນກຽດຮຽນມາຍັງທ່ານຊາບ ແລະ ຂໍທິດຊີ້ນຳດັ່ງນີ້:

1). ພາຍຫຼັງກວດພົບເຊື້ອພະຍາດ Covid-19 ໃນວັນທີ 11 ເມສາ 2021 ຈາກ ທ. ນາວາ ທຸງໄຊ ນັກທຸລະກິດໄທ, ຊຶ່ງຜູ້ກ່ຽວໄດ້ເຄື່ອນໄຫວໃນ ຊຸມນະຄອນຫຼວງວຽງຈັນ ຢູ່ຫຼາຍແຫ່ງ, ຄະນະສະເພາະກິດນະຄອນຫຼວງ ໄດ້ສັ່ງປິດຮ້ານອິນເຕີເນັດກາເຟໃນມື້ດຽວກັນ ຢູ່ທົ່ວເມືອງຈັນທະບູລີ ແລະ ມື້ຕໍ່ມາ ໄດ້ສັ່ງປິດທົ່ວນະຄອນຫຼວງວຽງຈັນ, ສ່ວນຜູ້ກ່ຽວ ໄດ້ເອົາເຂົ້າຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍມິດຕະພາບ, ສຳລັບແຟນສາວ ແລະ ພະນັກງານ 6 ຄົນ, ຍິງ 3 ຄົນ ໃນຮ້ານອິນເຕີເນັດກາເຟຂອງຜູ້ກ່ຽວ ໄດ້ເອົາໄປກວດເລືອດດ່ວນ ຜົນກວດອອກມາແມ່ນເປັນລົບ, ປະຈະບັນໄດ້ ນຳໄປກັກກັນໄວ້ຢູ່ສູນຫຼັກ 27. ສ່ວນຜູ້ທີ່ພົວພັນໃກ້ສິດກັບແຟນສາວ ແລະ ພະນັກງານຮ້ານອິນເຕີເນັດກາເຟ ແມ່ນໄດ້ສັ່ງໃຫ້ກັກກັນຕົນເອງຢູ່ກັບເຮືອນ ແລະ ມອບໃຫ້ກອງຫຼອນ, ປກສ ບ້ານ ສະກັດກັ້ນບໍ່ໃຫ້ຄົນໃນອອກ ແລະ ຄົນທາງ ນອກເຂົ້າໄປໃນບ້ານເຮືອນຂອງພວກກ່ຽວ.

2). ສັບລັບບົດຖະແຫຼງຂອງທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດສູນກາງ ແລະ ຄໍາສັ່ງ ແນະນຳເພີ່ມເຕີມຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2011 ນັ້ນ, ຄະນະສະເພາະກິດນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມ ແລະ ຜັນຂະຫຍາຍດ່ວນ ໂດຍຈະອອກເປັນຄຳສັ່ງແນະນຳຂອງຕົນດ່ວນ ແລະ ໄດ້ມອບໃຫ້ທຸກເມືອງ, ພະແນກການ-ອົງການທີ່ກ່ຽວຂ້ອງ ດຳເນີນການສັ່ງຫ້າມ, ສັ່ງປິດ, ສັ່ງງົດກິດຈະກຳຕ່າງໆ ໄດ້ທັນທີໂລດ ຕາມຄວາມຮັບຜິດຊອບຂອງຕົນ.

3). ເນື່ອງຈາກວ່າຜູ້ຕິດເຊື້ອພະຍາດ Covid-19 ເປັນການກວດພົບເຫັນໃນຊຸມຊົນນະຄອນຫຼວງວຽງຈັນ ຊຶ່ງການເຄື່ອນໄຫວຂອງຜູ້ຕິດເຊື້ອມີຂອບເຂດກວ້າງຂ້ວາງໃນຫຼາຍແຫ່ງ, ຫຼາຍສະຖານທີ່ ແລະ ຊ່ວງນີ້ມວນຊົນຊາວ ນະຄອນຫຼວງວຽງຈັນ ພວມສະຫຼອງຫຼິ້ນທ່ຽວບຸນປີໃໝ່ລາວ ຄາດວ່າຈະມີຜູ້ເດີນທາງໄປທຸກໆແຂວງ ໃນທົ່ວປະເທດ ແລະ ຈະມີນັກທ່ອງທ່ຽວພາຍໃນ ຈາກທົ່ວປະເທດ ມາຫຼິ້ນທ່ຽວຢູ່ນະຄອນຫຼວງວຽງຈັນ, ສະນັ້ນ ນະຄອນຫຼວງວຽງຈັນ ຈຶ່ງຂໍອະນຸມັດປິດ ການເດີນທາງທ່ອງທ່ຽວເຂົ້າ-ອອກ (Lock down) ນະຄອນຫຼວງວຽງຈັນ ນັບແຕ່ວັນທີ 13-30 ເມສາ 2021 ໄວ້ກ່ອນ, ຍົກເວັ້ນການຂົນສົ່ງສິນຄ້າ, ຄົນເຈັບ ແລະ ຄົນເກີດອຸປະຕິເຫດ, ເພື່ອເປັນມາດຕະການສູງສຸດ ບໍ່ໃຫ້ມີ ການແຜ່ເຊື້ອພະຍາດ Govid-19 ຈາກຊຸມຊົນນະຄອນຫຼວງວຽງຈັນ ອອກໄປຍັງແຂວງອື່ນໆ. ສາລັບມາດຕະການສັ່ງຫ້າມ, ສັ່ງປິດ, ສັ່ງງົດອື່ນໆ ຕາມຄຳສັ່ງຂອງຄະນະສະເພາະກິດສູນກາງ ແລະ ນະຄອນຫຼວງວຽງຈັນ ພວມຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ແມ່ນຍັງຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ນງວດຕໍ່ໄປ.

ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານເພື່ອຊາບ ແລະ ຂໍທິດຊີ້ນຳຈາກລັດຖະບານດ່ວນດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...