spot_img
Homeຂ່າວພາຍ​ໃນທຳລາຍສິນຄ້າເສື່ອມຄຸນ ຫຼາຍກວ່າ 100 ລາຍການ

ທຳລາຍສິນຄ້າເສື່ອມຄຸນ ຫຼາຍກວ່າ 100 ລາຍການ

Published on

ເມື່ອບໍ່ດົນມານີ້, ຫ້ອງການສາທາລະນະສຸກ ເມືອງວາປີ, ແຂວງສາລະວັນ ຈັດພິທີທຳລາຍສິນຄ້າເສື່ອມຄຸນ ແລະ ໝົດອາຍຸການນຳໃຊ້ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເບົ້າ ແກ້ວວິຈິດ ຮອງຫົວໜ້າຫ້ອງການ ສາທາລະນະສຸກ ເມືອງວາປີ, ພ້ອມດ້ວຍຄະນະກຳມະການກວດກາອາຫານ-ເຄື່ອງດື່ມຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 8 people and tree

ທ່ານ ຄໍາເບົ້າ ແກ້ວວິຈິດ ໄດ້ໃຫ້ຮູ້ວ່າ: ການທໍາລາຍ ສິນຄ້າເສື່ອມຄຸນ ແລະ ໝົດອາຍຸການນຳໃຊ້ ຢູ່ເມືອງວາປີ ໃນຄັ້ງນີ້ ເພື່ອເປັນການປະຕິບັດ ຕາມກົດໝາຍ ວ່າດ້ວຍ ອາຫານ ສະບັບເລກທີ 33/ສພຊ ລົງວັນທີ 24 ກໍລະກົດ 2013 ແລະ ແຜນການເຄື່ອນໄຫວ ຂອງຄະນະກຳມະການຄວບຄຸມຄຸນນະພາບອາຫານ-ເຄື່ອງດື່ມຂັ້ນເມືອງ ແລະ ເພື່ອເປັນການຄຸ້ມຄອງ ການບໍລິໂພກເຄື່ອງດື່ມ ເຄື່ອງໃຊ້ໃນເມືອງວາປີ ໃຫ້ຖືກຕ້ອງຕາມຫລັກການ, ລະບຽບການ ແລະ ກົດໝາຍ ວ່າດ້ວຍ ອາຫານ ແລະ ຢາ ທີ່ກຳນົດໄວ້.

May be an image of 1 person and text

ເຊິ່ງສິນຄ້າເສື່ອມຄຸນ ແລະ ໝົດອາຍຸການນຳໃຊ້ ແມ່ນໄດ້ຈາກຄະນະກຳມະການຄວບຄຸມຄຸນນະພາບອາຫານ ແລະ ເຄື່ອງດື່ມ ທີ່ເຄື່ອນໄຫວກັກ ແລະ ຢຶດໄດ້ນຳບັນດາຫົວໜ່ວຍທຸລະກິດຫ້າງຮ້ານ, ຮ້ານຂາຍເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ໃນແຕ່ລະແຫ່ງພາຍໃນເມືອງທັງໝົດ 30 ຮ້ານ, ມີ 158 ລາຍການ, ມີເຄື່ອງດື່ມທີ່ໝົດອາຍຸ ແລະ ເສື່ອມຄຸນ ເປັນປະເພດນໍ້າດື່ມ, ນໍ້າອັດລົມ, ນໍ້າໝາກໄມ້, ນົມ, ຂະໝົມ ແລະ ປະເພດເຄື່ອງສຳອາງ ລວມມູນຄ່າ 1 ລ້ານກວ່າກີບ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...