spot_img
Homeຂ່າວການພັດທະນາທະ­ນາ­ຄານລາວ-Œສ.ເກົາ­ຫຼີ ຮ່ວມ​ມື​ດ້ານ​ວິ­ຊາ​ການ

ທະ­ນາ­ຄານລາວ-Œສ.ເກົາ­ຫຼີ ຮ່ວມ​ມື​ດ້ານ​ວິ­ຊາ​ການ

Published on

ວັນ​ທີ 30 ພຶດ­ສະ­ພາ​ຜ່ານ​ມາ​ໄດ້ມີ​ພິ­ທີ​ລົງ​ນາມ​ລະ­ຫວ່າງ ທ່ານ ນາງ ຈັນສຸກ ພົມ​ມະ​ວັນ ຮອງ​ຫົວ­ໜ້າ​ກົມ​ພົວ­ພັນສາ­ກົນ​ທະ­ນາ­ຄານ​ແຫ່ງ ສປປ ລາວ ແລະ ຕາງ­ໜ້າ​ທະ­ນາ­ຄານ​ກາງ ສ.ເກົາ­ຫຼີ ໂດຍທ່ານ ຄີ​ຊັນ​ຈາງ (Kee Sun Jang) ຮອງ​ຫົວ­ໜ້າ​ກົມ, ຫົວ­ໜ້າ​ຝ່າຍ​ໂຄງ­ການແລກ­ປ່ຽນ​ທາງ​ດ້ານ​ວິ­ຊາ​ການ​ຫ້ອງ­ການຝ່າຍ​ພົວ­ພັນ​ຕ່າງ­ປະ­ເທດ, ໂດຍ​ການ​ເຂົ້າຮ່ວມ​ຂອງ ທ່ານ ເພັດ​ສະ­ຖາ­ພອນ ແກ້ວວົງ​ວິ­ຈິດ ຫົວ­ໜ້າ​ກົມ​ພົວ­ພັນ​ສາ­ກົນ, ພ້ອມດ້ວຍ​ບັນ­ດາ​ຫົວ­ໜ້າ​ກົມ ແລະ​ພະ­ນັກ­ງານທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ຮ່ວມ​ມື​ທາງ​ດ້ານ​ວິ­ຊາ​ການ​ຄັ້ງນີ້​ແມ່ນ​ເປັນ​ຄັ້ງ​ທີ 2 ຊຶ່ງ​ໃນ​ປີ 2015 ທີ່​ຜ່ານ​ມາ​ທະ­ນາ­ຄານ​ແຫ່ງ ສປປ ລາວໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ທະ­ນາ­ຄານກາງ ສ.ເກ​ົ າ​ຫຼີ ໃນ​ໂຄງ­ການ​ແລກ​ປ່ ຽນ​ຄວາມ​ຮູ້ ທາງດ້ານ​ວິ­ຊາ​ການ​ໃນ​ຫົວ­ຂໍ້ “ການ​ພັດ­ທະ­ນາ​ໂຄງ​ສ້າງດ້ານ​ການ​ເງິນ (Advancing Structure of theFinancial Market), ຜ່ານ​ການ​ຈັດຕັ້ງ​ປະ­ຕິບັດເຫ​ັນວ່າ​ໂຄງ​ການ​ດັ່ງກ່າວ​ປະ​ສົບຜົນ​ສຳ​ເລ​ັ ດ ແລະ​ມີຜົນ​ປະ­ໂຫຍດ​ຫຼາຍ​ຕໍ່​ທະ­ນາ­ຄານ​ແຫ່ງ ສປປ ລາວ ເປັນຕົ້ນ​ແມ່ນ​ພະ­ນັກ­ງານ​ຂອງ​ທະ­ນາ­ຄານແຫ່ງ ສປປ ລາວ ຈຳ­ນວນ​ໜຶ່ງ​ໄດ້​ປະ­ກອບສ່ວນ​ໃນ​ການ​ສ້າງ​ຄວາມ​ອາດ​ສາ­ມາດ​ໃນການ​ຄົ້ນ​ຄ້ວ​າ​ວຽກ​ງານ​ວິ­ຊາ​ການ ແລະ ໄດ້​ຂຽນ​ບົດ​ຄົ້ນ​ຄ້ວ​າ​ແລກ­ປ່ຽນ​ກັບ​ສາ​ສະດາ​ຈານ​ຈາກ​ມະ­ຫາ​ວິ​ທະຍາ​ໄລ​ທີ່​ມີ​ຊື່​ສຽງຂອງ ສ.ເກົາ ຫຼີ ຊຶ່ງ ໄດ້​ຈັດ​ສຳ​ມະ​ນາ​ຢູ່ສປປ ລາວ 2 ຄັ້ງ ແລະ​ຢູ່ ສ.ເກົາ ຫຼີ 1 ຄັ້ງ.

ທັງ​ນີ້ ໂດຍ​ເຫັນ​ໄດ້​ເຖິງ​ໝາກ­ຜົນ​ຂອງການ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ BOK ກໍໄດ້​ສືບ­ຕໍ່​ໃຫ້­ການ​ຊ່ວຍ­ເຫຼືອ​ແກ່​ທະ­ນາ­ຄານແຫ່ງ ສປປ ລາວ ໃນ​ປີ 2016 ໃນ​ໂຄງການ​ແລກ​ປ່ຽນ​ທາງ​ດ້າ​ນວິຊາ​ການ​ຫົວຂໍ້ “ດຳ­ເນີນ​ງານ ແລະ​ຄຸ້ມ​ຄອງ​ລະ­ບົບສະ​ສາງ” (Paymant and Settlement System Operation and Oversight Framework) ຊຶ່ງ​ຮູບ​ແບບການ­ຈັດ­ຕັ້ງ​ປະ­ຕິ­ບັດກໍ​ຄ້າຍ­ຄື​ກັບ​ໂຄງ­ການ​ຂອງ​ປີ­ຜ່ານ­ມາຄື​ການ​ຈັດ​ສຳ​ມະ​ນາ​ແລກ­ປ່ຽນ​ຄວາມຮູ້ ແລະ​ການ​ປະ­ກອບ­ສ່ວນ​ຂຽນ​ບົດ​ຄົ້ນຄວ້າ​ຮ່ວມ​ກັນ, ໂດຍ​ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດໂຄງ­ການ​ນັບ​ແຕ່​ມື້​ລົງ​ນາມ ແລະ​ຈະ​ສຳເລັດ​ໃນ​ທ້າຍ​ເດືອນ​ພະ­ຈິກ 2016.

ໂຄງ​ການ​ດັ່ງກ່າວ​ນີ້ ເປ​ັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເສີມ​ສ້າງ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ລະ­ຫວ່າງ ສປປ ລາວ ແລະ ສ.ເກົາ­ຫຼີ, ພ້ອມ​ກັນ​ນັ້ນ​ນອກ­ຈາກ​ຈະ​ເປັນການ​ແລກ​ປ່ຽນ​ທາງ​ດ້າ​ນວິຊາ​ການ​ຂອງສອງ​ທະ­ນາ­ຄານ​ແລ້ວ​ຍັງ​ສາ­ມາດ​ນຳ​ເອົາມາ​ໝູນ​ໃຊ້​ໃນ​ການ​ປັບ­ປຸງ​ລະ­ບົບ​ການ​ຊຳ­ລະ​ສະ​ສາງ​ຂອງ​ທະ­ນາ­ຄານ​ແຫ່ງ ສປປ ລາວ ໃນ​ອະ​ນາ​ຄົດ​.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...