spot_img
Homeຂ່າວຕ່າງປະເທດຄວາມຫວັງມະນຸດໂລກ "ຟາວິພິຣາເວຍ" ຢາຕ້ານໂຄວິດ-19

ຄວາມຫວັງມະນຸດໂລກ “ຟາວິພິຣາເວຍ” ຢາຕ້ານໂຄວິດ-19

Published on

ປັດຈຸບັນໄດ້ມີການກ່າວເຖິງຢາ “ຟາວິພິຣາເວຍ” ກັນໃນວົງກວ້າງ ເຊິ່ງໄດ້ມີການທົດລອງໃຊ້ທັງໃນປະເທດຈີນ ແລະ ສະຫະລັດອາເມລິກາແລ້ວ. “ຟາວິພິຣາເວຍ” (Favipiravir) ທີ່ຮູ້ຈັກກັນໃນຊື່ T-705 ຫຼື Avigan ເປັນຢາຕ້ານໄວຣັສທີ່ພັດທະນາໂດຍບໍລິສັດ ໂຕຢາມະເຄມີຄອລ ປະເທດຍີ່ປຸ່ນ ເຊິ່ງໄດ້ມີການພັດທະນາ ແລະ ທົດລອງກັບມະນຸດ ໃນເດືອນກຸມພາທີ່ຜ່ານມາ ເຊິ່ງຕົວຢາດັ່ງກ່າວມີສັບພະຄຸນຊ່ວຍຢັບຢັ້ງ RNA-dependent RNA polymerase ຂອງເຊື້ອໄວຣັສໄຂ້ຫວັດໃຫຍ່ ເຮັດໃຫ້ໄວຣັສບໍ່ສາມາດເພີ່ມຈຳນວນ ແລະ ກະຈາຍໄປທົ່ວຮ່າງກາຍໄດ້ ໂດຍໃນວັນທີ 16 ກຸມພາທີ່ຜ່ານມາ ສຳນັກງານບໍລິຫານຜະລິດຕະພັນທາງການແພດຂອງຈີນໄດ້ຮັບຮອງວ່າ ຢາດັ່ງກ່າວສາມາດຕໍ່ຕ້ານກັບໄວຣັສໂຄວິດ-19 ໄດ້ ແລະ ໃນປັດຈຸບັນບໍລິສັດ ເຈີຈຽງໄຮຊຸນ ໄດ້ຮັບການອະນຸມັດຈາກລັດຖະບານໃນການຜະລິດຢາຕົວນີ້ ແລະ ຈັດຈຳໜ່າຍ.

ນາຍແພດ ນະລົງ ອະທິກຸນວານິດ ຮອງຫົວໜ້າພະແນກກົມການແພດຂອງໄທ ກ່າວວ່າ ໃນການໃຊ້ຢາຮັກສາໂຣກໂຄວິດ-19 ຈະແບ່ງຜູ້ປ່ວຍອອກເປັນ 3 ກຸ່ມຄື: ອາການໜ້ອຍ, ອາການໜັກ ແລະ ອາການໂຄມ່າ ເຊິ່ງຕາມສະຖິຕິໃນຂະນະນີ້ ກຸ່ມຜູ້ຕິດເຊື້ອສ່ວນໃຫຍ່ 90% ແມ່ນກຸ່ມທີ່ມີອາການໜ້ອຍ ແລະ ສາມາດຫາຍເອງໄດ້ໂດຍບໍ່ຕ້ອງໃຊ້ຢາ.

ປັດຈຸບັນ, ທີ່ປະເທດໄທໄດ້ໃຊ້ຢາກັບຜູ້ປ່ວຍອາການໜັກ ຕອນນີ້ແບ່ງອອກເປັນ 2 ຕົວຢາຫຼັກຄື: ຢາຕ້ານໄວຣັສ HIV ແລະ ຢາຮັກສາໄຂ້ຫວັດໃຫຍ່. ສ່ວນຕົວຢາສຳຄັນທີ່ປະເທດຈີນໃຫ້ການຮັບຮອງຕອນນີ້ມີພຽງ 1 ຕົວຢາຄື: ຟາວິພິຣາເວຍ ເຊິ່ງໃນຂະນະນິ້ປະເທດໄທມີຢູ່ປະມານ 50,000 ເມັດ ຕອນນີ້ກຳລັງກະຈາຍຢາອອກໄປຕາມໂຮງໝໍໃຫຍ່ໃນເມືອງຕ່າງໆລວມເຖິງໂຮງໝໍລະດັບຊຸມຊົນທົ່ວປະເທດ.

ການໃຊ້ຢາຕໍ່ຜູ້ປ່ວຍໂຄວິດ-19 ຕໍ່ຜູ້ປ່ວຍ 1 ຄົນ ຈະຢູ່ທີ່ປະມານ 50 ເມັດ. ດັ່ງນັ້ນ, ຕອນນີ້ໄທມີຢາ ຟາວິພິຣາເວຍ 50,000 ເມັດ ສາມາດຮັກສາຜູ້ປ່ວຍໄດ້ 1,000 ຄົນ.

ທາງກະຊວງສາທາລະນະສຸກຂອງໄທຍອມຮັບວ່າ ຍັງບໍ່ມີສານຕັ້ງຕົ້ນໃນການຜະລິດຢາ ປັດຈຸບັນຍັງຢູ່ໃນຂັ້ນຕອນລະຫວ່າງກະກຽມ ແລະ ເຈລະຈາກັບປະເທດທີ່ມີສານຕັ້ງຕົ້ນການຜະລິດ, ສ່ວນຈະຕ້ອງມີການສຳຮອງຢາໃນການຮັກສາປະລິມານເທົ່າໃດນັ້ນ ຕ້ອງປັບໄປຕາມສະຖານະການ ແຕ່ເປົ້າໝາຍຂອງກະຊວງສາທາລະນະສຸກຄື ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ:​ themomentum.co, PPTV HD 36

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...