spot_img
Homeຂ່າວທ້ອງຖິ່ນຄວາມຕ້ອງການເລືອດຢູ່ລາວສູງເຖິງ 80.000 ຖົງຕໍ່ປີ

ຄວາມຕ້ອງການເລືອດຢູ່ລາວສູງເຖິງ 80.000 ຖົງຕໍ່ປີ

Published on

ການຈັດກິດຈະກໍາບໍລິຈາກເລືອດແມ່ນຫຼຸດລົງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ ຄວາມຕ້ອງການໃຊ້ເລືອດແມ່ນເພີ່ມຂຶ້ນ ແລະ ສາ ມາດສະໜອງໄດ້ພຽງແຕ່ 60.000 ຖົງຕໍ່ປີ ເຊິ່ງ ຄວາມຕ້ອງການແມ່ນ 80.000 ຖົງ/ປີ.

ຫົວໜ້າສູນເລືອດແຫ່ງຊາດອົງການກາແດງລາວ ທ່ານ ຈັນທະລາ ສຸກສາຄອນ ໄດ້ກ່າວຕໍ່ ທີມງານ ວຽງຈັນທາຍ ວ່າ: ບໍ່ມີປະເທດໃດໆທີ່ຈະມີເລືອດພຽງພໍກັບຄວາມຕ້ອງການໃນການປິ່ນປົວ ຄົນເຈັບ ເພາະວ່າຄວາມຕ້ອງການເລືອດໃນປະເທດ ໃດໜຶ່ງຈະເທົ່າກັບ 1% ຂອງປະຊາກອນ ໝາຍຄວາມວ່າຖ້າປະຊາກອນມີປະມານ 6 ລ້ານຄົນ ຄວາມຕ້ອງການເລືອດກໍ່ຈະປະມານ 60.000 ຖົງ (1 ຖົງ 350 ຊີຊີ). ສະເພາະຢູ່ ສປປ ລາວ ຄວາມຕ້ອງການໃຊ້ເລືອດກໍ່ມີສູງ ແຕ່ຖ້າທຽບກັບຄວາມຕ້ອງການແມ່ນຍັງບໍ່ພຽງພໍ ເຊິ່ງປະຊາກອນລາວຮອດປັດຈຸບັນນີ້ມີຫຼາຍກວ່າ 8 ລ້ານຄົນ ແຕ່ສາມາດຮັບບໍລິຈາກເລືອດຈາກສັງຄົມໄດ້ພຽງແຕ່ 60.000 ກວ່າຖົງເທົ່ານັ້ນ ເຊິ່ງທາງສູນເລືອດແຫ່ງຊາດກໍ່ໄດ້ມີການສະໜອງເລືອດໃຫ້ເພີ່ມຂຶ້ນ 5.000 ຖົງ/ປີ. ສະເພາະຄວາມຕ້ອງການໃຊ້ເລືອດຫຼາຍຢູ່ລາວແມ່ນຈະໃຊ້ກັບພະ ຍາດປ້າງກິນເລືອດ, ໜາກໄຂ່ຫຼັງຊຸດໂຊມ, ອຸປະຕິເຫດ, ການຜ່າຕັດ ແລະ ໄຂ້ເລືອດອອກ.

ທ່ານ ຈັນທະລາ ໄດ້ກ່າວຕື່ມວ່າ: ໃນວັນທີ 18 ກັນຍານີ້, ສູນເລືອດແຫ່ງຊາດກໍ່ຈະເຮັດກິດຈະກໍາບໍລິ ຈາກເລືອດຢູ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ, ສ່ວນຫຼາຍແມ່ນຮັບບໍລິຈາກຈາກພະນັກ ງານ, ທະຫານ-ຕໍາຫລວດ, ພໍ່ແມ່ປະຊາຊົນ, ອ້າຍນ້ອງກໍາມະກອນ, ນັກຮຽນນັກສຶກສາ ແລະ ຈາກສະ ຖານທູດ ແລະ ນັກທ່ອງທ່ຽວ ເຊິ່ງຈະມີການຈັດກິດຈະກໍາບໍລິຈາກເລືອດຢູ່ຕາມສໍານັກງານ, ອົງການ ແລະ ໂຮງຮຽນຕ່າງໆເປັນປະຈໍາ. ການໃຊ້ເລືອດຢູ່ລາວເພີ່ມຂຶ້ນໃນແຕ່ລະປີຍ້ອນວ່າ ຢູ່ບັນດາໂຮງໝໍຕ່າງໆ ຢູ່ລາວມີການຜ່າຕັດຫຼາຍຂຶ້ນ, ປະຊາຊົນ ແລະ ຈໍານວນຄົນເຈັບກໍ່ເພີ່ມຂຶ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...