spot_img
Homeຂ່າວທ້ອງຖິ່ນກາເຟ ສິນຄ້າສົ່ງອອກຫລັກຂອງ ເມືອງດັກຈຶງ

ກາເຟ ສິນຄ້າສົ່ງອອກຫລັກຂອງ ເມືອງດັກຈຶງ

Published on

6e6625f58283aa44b4a3da69a85aac46

 

ໃນ​ສົກ​ປີ­ຜ່ານ­ມາ ເມືອງ​ດາກ​ຈຶງ ແຂວງ​ເຊ​ກອງ ສາ­ມາດ​ບັນ­ລຸ​ຍອດ​ມູນ​ຄ່າການ​ສົ່ງ​ອອກ​ສິນ­ຄ້າ​ເຖິງ 5,06 ຕື້​ກ່ວ​າ

ກີບ, ເພີ່ມ​ຂຶ້ນ 16,19% ໂດຍ​ສິນ­ຄ້າປາຍ​ແຫຼມ​ແມ່ນ​ໝາກ​ກາ­ເຟ ແລະ ຖັດ​ມາແມ່ນ​ຜະ­ລິດ​ຕະ​ພັນ​ໄມ້.

 

ຫ້ອງ­ການ​ແຜນ­ການ ແລະ ການ​ລົງ­ທຶນເມືອງ​ດາກ​ຈຶງ ໃຫ້​ຮູ້​ວ່າ: ໃນ​ສົກ 2013-2014 ນີ້ ເມືອງ​ດາກ​ຈຶງ​ສາ­ມາດ​ບັນ­

ລຸຍອດ​ມູນ​ຄ່າ​ການ​ສົ່ງ​ອອກ 5.064 ລ້ານກ່ວ​າ​ກີບ, ທຽບ­ໃສ່​ສົກ​ປີ​ເພີ່ມ​ຂຶ້ນ 16,19% ໃນ​ນັ້ນ ສິນ­ຄ້າ​ປະ­ເພດ​ໝາກ​

ກາ­ເຟ​ສາມາດ​ສົ່ງ​ອອກ​ໄດ້​ຫຼາຍ​ກວ່າ​ໝູ່​ບັນ­ລຸ​ຕົວເລກ 550 ກວ່າ​ໂຕນ, ເປັນ​ມູນ​ຄ່າ 3.726 ລ້ານ​ກ່ວ​າ​ກີບ, ກວມ​

ເອົາ 73,58% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​ໝົດ, ຮອງລົງ​ມາ​ແມ່ນ​ໄມ້ ແລະ ຜະ­ລິດ​ຕະ​ພັນ​ໄມ້ ໄດ້​ສົ່ງ​ອອກ 1.500

ກວ່າ​ແມັດ​ກ້ອນ ມູນຄ່າ 1.284 ລ້ານ​ກວ່​າ​ກີບ, ເຄື່ອງ​ປ່າ ຂອງ​ດົງ​ປະ­ເພດ (ໂບງ​ດຳ, ເຫັດ​ຫຼີນ​ຈື່, ແຂມ, ດອກ​ລາຍ,

ຫຍ້າ​ຂຽວ​) ບັນ­ລຸ ໄດ້ 30 ລ້ານ​ກວ່າ​ກີບ ແລະ ອີກ 57,90 ລ້ານ​ກີບ​ແມ່ນ​ສັດ​ໃຫຍ່ງົວ ແລະ ຄວາຍ.

 

ຂະ­ນະ​ທີ່​ການ​ນຳ​ເຂົ້າ​ປະ­ຕິ­ບັດ​ໄດ້ 4.876 ລ້ານ​ກວ່າ​ກີບ, ຫຼຸດ​ລົງ 1.664 ລ້ານ​ກີບ ທຽບ­ໃສ່​ສົກ​ກ່ອນ​ໃນ​ນັ້ນ​ສິນ­ຄ້ານຳ

​ເຂົ້າ​ສ່ວນ​ໃຫຍ່​ແມ່ນ​ເຄື່ອງ­ຮັບ​ໃຊ້​ຄົວ ເຮືອນ​ມູນ​ຄ່າ 1.567 ລ້ານ​ກວ່າ​ກີບ, ອຸປະ­ກອນ​ໄຟ­ຟ້າ-ນ້ຳ­ມັນ​ເຊື້ອ​ໄຟ 1.013

ລ້ານ​ກວ່າ​ກີບ, ອາ­ຫານ ແລະ ເຄື່ອງ​ດື່ມ 2.295 ລ້ານ​ກວ່າ​ກີບ.

 

ນອກ​ນັ້ນ, ຍັງ​ໄດ້​ເອົາ­ໃຈ­ໃສ່​ຄຸ້ມ​ຄອງ, ຕິດ­ຕາມ, ກວດ­ກາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່ເຄື່ອນ​ໄຫວ​ພາຍ​ໃນ​ເມືອງ, ຕ້ານ​

ການ​ລັກລອບ​ນຳ​ເຂົ້າ​ສິນ­ຄ້າ​ທີ່​ບໍ່​ຖືກ​ຕາມ​ລະ­ບຽບ ກົດ­ໝາຍ ແລະ ການ​ຄ້າ­ຂາຍ​ເຖື່ອນ, ຄຸ້ມ ຄອງ​ທະ­ບຽນ ແລະ

ອອກໃບ​ທະ­ບຽນ​ວິສະ­ຫະ​ກິດ​ໃໝ່​ໄດ້ 8 ຫົວ­ໜ່ວຍ, ມີ​ທຶນ​ຈົດ ທະ­ບຽນ 1.696 ລ້ານ​ກວ່າ​ກີບ.

 

ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ທົ່ວ​ເມືອງ​ມີ​ຫົວໜ່ວຍ​ທຸ­ລະ​ກິດ​ທີ່​ໄດ້​ຂຶ້ນ​ທະ­ບຽນ​ທັງ​ໝົດ 102 ຫົວ­ໜ່ວຍ, ມີ​ທຶນ​ຈົດ​ທະ­ບຽນ

16.692 ລ້ານ​ກວ່າ​ກີບ, ໃນ​ນັ້ນ​ຂະ­ແໜງການ ຄ້າ 7 ຫົວ­ໜ່ວຍ, ທຶນ​ຈົດ​ທະ­ບຽນ 8.981 ລ້ານ​ກວ່າ​ກີບ,  ຂະ­ແໜງ​ບໍ

­ລິ­ການ 43 ຫົວ­ໜ່ວຍ, ມີ​ທຶນ​ຈົດ​ທະ­ບຽນ 3.000 ລ້ານ​ກວ່າ​ກີບ ແລະ ຂະ­ແໜງ​ອຸດ​ສາ​ຫະກຳ 49 ຫົວ­ໜ່ວຍ, ທຶນ​

ຈົດ​ທະ­ບຽນ 4.700 ລ້ານ​ກວ່າ​ກີບ.

 

ຂໍ້​ມູນ​ໃຫ້​ຮູ້​ອີ​ກວ່າ: ເພື່ອ​ເຮັດ​ໃຫ້​ມູນຄ່າ​ສົ່ງ​ອອກ​ຫຼາຍ​ຂຶ້ນ ແລະ ການ​ນຳ​ເຂົ້ານັບ​ມື້​ຫຼຸດ​ໜ້ອຍ​ຖອຍ​ລົງ​ໃນ­ຕໍ່­ໜ້າ​ນັ້ນ​

ຄະນະ​ພັກ-ອຳ­ນາດ​ ການ​ປົກ­ຄອງ​ເມືອງ​ ຈະເລັ່ງ​ໃສ່​ຊຸກ­ຍູ້​ສົ່ງ­ເສີມ​ປະ­ຊາ­ຊົນຜະ­ລິດ​ກະສິ​ກຳ​ເປັນ​ສິນ­ຄ້າ ໂດຍ​ສະ­ເພາະ​

ໝາກກາ­ເຟ, ຫັດ­ຖະ­ກຳ​ຕ່ຳ­ແຜ່ນ​ແພ​ພື້ນ­ເມືອງ ແລະ ຊົມ­ໃຊ້​ຜະ­ລິດ​ຕະ​ພັນ​ພາຍ​ໃນ​ໃຫ້ຫຼາຍ​ຂຶ້ນ​ກ່ວ​າ​ເກົ່າ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...