spot_img
Homeນານາສາລະການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?

ການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?

Published on

ການສໍ້ລາດບັງຫຼວງມີຜົນຮ້າຍແນວໃດ?

ການສໍ້ລາດບັງຫຼວງ ສ່ວນຫຼາຍແມ່ນເກີດຂຶ້ນຈາກຄວາມໂລບມາກໂລພາຂອງພະນັກງານລັດຖະກອນ ທີ່ມີໜ້າທີ່ແລະໂອກາດກ່ຽວຂ້ອງກັບຊັບສິນຂອງລັດ, ຂອງສ່ວນລວມ ຫຼືຂອງພົນລະເມືອງ. ແຕ່ອີກສ່ວນໜຶ່ງທີ່ບໍ່ໜ້ອຍແມ່ນເກີດຂຶ້ນໂດຍທີ່ບໍ່ຮູ້ສຶກໂຕ ຫຼືເປັນເຫດໃຫ້ເກີດການສໍ້ລາດບັງຫຼວງໂດຍຮູ້ເທົ່າບໍ່ເຖິງການ ເຊັ່ນ: ສົມມຸດວ່າປະຊາຊົນຜູ້ໜຶ່ງທີ່ບໍ່ຮູ້ເລື່ອງການສໍ້ລາດບັງຫຼວງເລີຍ ແຕ່ເຂົາເອົາເງິນໃສ່ຊອງໃຫ້ເຈົ້າໜ້າທີ່ເພື່ອໃຫ້ຕົນເອງຫຼຸດຈາກການເປັນຜູ້ຮັບຜິດຊອບຕໍ່ລະບຽບກົດໝາຍ ດັ່ງນີ້ເປັນຕົ້ນ ເຊິ່ງໃນກະໂຕຂອງປະຊາຊົນຜູ້ນັ້ນພຽງແຕ່ຢາກໃຫ້ໂຕເອງຫຼຸດພົ້ນຈາກການລົງໂທດ ແຕ່ພັດໄດ້ສ້າງໃຫ້ເກີດການສໍ້ລາດບັງຫຼວງເກີດຂຶ້ນແລ້ວ. ດັ່ງນັ້ນ, ວຽກງານນີ້ຈຶ່ງສົມຄວນທີ່ຈະເຜີຍແຜ່ຕໍ່ສັງຄົມຢ່າງກວ້າງຂວາງທົ່ວເຖິງແລະເຂົ້າໃຈ ແລະພ້ອມກັນເປັນເຈົ້າການນຳກັນ ດັ່ງເນື້ອໃນບາງຕອນຂອງ ຍຸດທະສາດ ຕ້ານການສໍ້ລາດບັງຫຼວງ ຂອງທ່ານ ນາຍົກລັດຖະມົນຕີ ກ່າວວ່າ: “ຍົກສູງບົດບາດຂອງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ, ການຈັດຕັ້ງວິສາຫະກິດ, ການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນ ໃນການເຂົ້າຮ່ວມວຽກງານຕ້ານການສໍ້ລາດບັງຫຼວງໃຫ້ມີຄວາມຕັ້ງໜ້າ ແລະເປັນເຈົ້າການຂຶ້ນຕື່ມ; ການຈັດຕ້ັງທຸກຂັ້ນແລະພົນລະເມືອງທຸກຄົນ ຕ້ອງຖືເອົາການເຂົ້າຮ່ວມວຽກງານຕ້ານການສໍ້ລາດບັງຫຼວງເປັນພັນທະຂອງຕົນ” .

ຖາມວ່າ ດ້ວຍເຫດອັນໃດ ພັກ-ລັດຖະບານເຮົາ ຈຶ່ງເອົາໃຈໃສ່ຕ້ານການສໍ້ລາດບັງຫຼວງ? ຄຳຕອບງ່າຍໆ ລວມໆ ກໍຈະມີຢູ່ວ່າ: ການສໍ້ລາດບັງຫຼວງເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການຈັດຕັ້ງແລະພະນັກງານ-ລັດຖະກອນຫຼຸດໜ້ອຍຖອຍລົງ, ການຫຼຸດໂຕນກັນລະຫວ່າງຜູ້ຮັ່ງກັບຜູ້ທຸກຈະມີສູງຂຶ້ນ, ການສ້ໍລາດບັງຫຼວງໄດ້ກາຍເປັນສິ່ງກີດຂວາງອັນໃຫຍ່ຫຼວງຕໍ່ການດຳເນີນພາລະກິດປ່ຽນແປງໃໝ່, ສົ່ງຜົນສະທ້ອນດ້ານລົບຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະເປັນໄພຂົ່ມຂູ່ຕໍ່ການຄົງຕົວ ແລະຂະຫຍາຍຕົວຂອງລະບອບໃໝ່ຂອງພວກເຮົາ (ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ນີ້ຮອດປີ 2020). ຫຼືສະຫຼຸບສັ້ນໆ ເຂົ້າໄປອີກກໍຄືຈະເຮັດໃຫ້ປະເທດເຮົາບໍ່ສາມາດພັດທະນາໄດ້ສະດວກ ຊີວິດການເປັນຢູ່ຂອງປະຊາຊົນຈະລຳບາກ.

ຂໍຍົກຕົວຢ່າງແບບສົມມຸດຈັກເລື່ອງໜຶ່ງເພື່ອຜູ້ອ່ານຈະເຂົ້າໃຈງ່າຍຂຶ້ນ, ສົມມຸດວ່າ ຈຳນວນເງິນໃນຄັງຂອງປະເທດບໍ່ຫຼາຍຍ້ອນເກັບພາສີບໍ່ໄດ້ຕາມເປົ້າເພາະມີການສໍ້ລາດບັງຫຼວງ ດັ່ງນັ້ນຈຶ່ງມີຄວາມຈຳເປັນຕ້ອງໄດ້ຢືມເງິນຈາກຕ່າງປະເທດມາພັດທະນາ, ຢືມມາແລ້ວພັດຖືກສໍ້ລາດບັງຫຼວງໄປອີກ ຍັງເຫຼືອເງິນດ້າມໜ້ອຍເອົາໄປພັດທະນາກໍບໍ່ພໍ, ແລ້ວກໍຢືມໃໝ່ ແລະຢືມໃໝ່ເລື້ອຍໆ ແລ້ວສຸດທ້າຍກໍເປັນໜີ້ຫຼາຍຂຶ້ນ, ການຫາເງິນມາໃຊ້ໜີ້ຈະເອົາຢູ່ໃສ? ກໍເອົາຈາກເງິນຄັງຂອງປະເທດເຮົາ ແລ້ວເງິນຄັງຂອງປະເທດເອົາມາແຕ່ໃສ? ກໍແມ່ນເກັບພາສີຈາກສິນຄ້າ, ພາສີທີ່ດິນ, ອາກອນລາຍໄດ້ ຈາກພົນລະເມືອງທີ່ດຳລົງຊີວິດຢູ່ໃນປະເທດ, ເມື່ອເກັບພາສີສູງຂຶ້ນ ລາຄາສິນຄ້າກໍແພງຂຶ້ນ (ເພື່ອໃຫ້ໄດ້ກຳໄລ) ສະຫຼຸບແລ້ວການໃຊ້ໜີ້ກໍແມ່ນປະຊາຊົນລາວທຸກຄົນເປັນຄົນໃຊ້ ແລະປະຊາຊົນກໍດຳລົງຊີວິດຢູ່ດ້ວຍຄວາມຍາກລຳບາກ.

ເວົ້າເລື່ອງການເສຍພາສີໃຫ້ລັດຕາມພັນທະນັ້ນ ເມື່ອບໍ່ມີຄວາມເຊື່ອໝັ້ນຕໍ່ການຈັດຕັ້ງແລ້ວ ຜູ້ເສຍກໍບໍ່ຢາກເສຍ ແລ້ວພະຍາຍາມເຮັດທຸກຢ່າງເພື່ອບໍ່ຢາກເສຍພາສີ ເມື່ອເກັບພາສີບໍ່ໄດ້ເຕັມເມັດເຕັມໜ່ວຍ ລັດຖະບານກໍບໍ່ມີລາຍຮັບ, ເມື່ອບໍ່ມີລາຍຮັບກໍບໍ່ມີເງິນ ແລະກໍຕ້ອງກູ້ຢືມເງິນຈາກຕ່າງປະເທດ ແລ້ວກໍເປັນໜີ້ ວຽນໄປວຽນມາ. ນີ້ແມ່ນເວົ້າສະເພາະໃນແງ່ນ້ອຍໆ ເທົ່ານັ້ນ ເຊິ່ງຄວາມຈິງແລ້ວຜົນຮ້າຍຂອງການສໍ້ລາດບັງຫຼວງມັນຍິ່ງໃຫຍ່ກວ້າງຂວາງ ເກີນກວ່າເຮົາຈະສາມາດຂຽນລົງນີ້ໃຫ້ໝົດໄດ້.

ສະຫຼຸບລວມແລ້ວ ການສໍ້ລາດບັງຫຼວງຈະເຮັດໃຫ້ການພັດທະນາຊັກຊ້າ, ສັງຄົມບໍ່ມີຄວາມຍຸດຕິທຳ, ຄົນລວຍບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງໝໍ, ຄົນຈົນບໍ່ໄດ້ເຂົ້າໂຮງຮຽນ, ຄົນດີຄົນເກັ່ງບໍ່ໄດ້ເຮັດວຽກ, ຄົນທີ່ເຮັດວຽກແທ້ໆ ພັດບໍ່ມີເງິນໃຊ້ພຽງພໍ, ເງິນຈຳນວນຫຼວງຫຼາຍຈະຕົກເຮ່ຍເສຍຫາຍໄປຢູ່ກັບບຸກຄົນໃດໜຶ່ງ ໂດຍບໍ່ຖືກນຳເອົາມາໃຊ້ເຂົ້າໃນການພັດທະນາປະເທດ, ຜູ້ລວຍກໍລວຍເຫຼືອລົ້ນ ຜູ້ຈົນກໍຈົນເຫຼືອຫຼາຍ, ຖະໜົນຫົນທາງແລະສິ່ງປຸກສ້າງບໍ່ມີຄຸນນະພາບສູງ, ການສຶກສາຄຸນນະພາບຕ່ຳ, ສິ່ງແວດລ້ອມຖືກທຳລາຍແບບບໍ່ມີຂອບເຂດ, ການປະຕິບັດກົດໝາຍຈະບໍ່ເປັນທຳ ແລະອື່ນໆ…

ໂດຍ: ດາວແດນດອຍ
www.facebook.com/mahasonmagazine

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...