spot_img
Homeຂ່າວພາຍ​ໃນກວດກາຄືນຂໍ້ມູນໄມ້ 20 ຕູ້ຄອນເທນເນີ

ກວດກາຄືນຂໍ້ມູນໄມ້ 20 ຕູ້ຄອນເທນເນີ

Published on

ໃນວັນທີ 24 ສິງຫາ 2016 ສື່ມວນຊົນໄທ ໄດ້ອອກຂ່າວ ເຈົ້າໜ້າທີ່ພາສີ ແຫຼມສະບັງ (ຣາຊະອານາຈັກໄທ) ໄດ້ກວດກາ ຕູ້ຄອນເທນເນີ ຈຳນວນ 20 ຕູ້ ທີ່ບັນຈຸສິນຄ້າ ຈາກ ສປປ ລາວ ຜ່ານດ່ານພາສີ ໜອງຄາຍ ແລະ ຂົນສົ່ງຜ່ານແດນໄທ ໄປຍັງເຂດປົກຄອງພິເສດ ຮົງກົງ ສປ ຈີນ ເຊິ່ງຈັດສົ່ງ ແລະ ຂົນສົ່ງໂດຍ ບໍລິສັດ ເອເຊຍທານສະລາຍ ແລະ ເຈົ້າໜ້າທີ່ພາສີໄທ ສົງໄສ ແລະ ໄດ້ກວດ ສອບ ເຫັນວ່າ: ຕູ້ຄອນເທນເນີດັ່ງກ່າວ ແມ່ນບັນຈຸສິນຄ້າປະເພດ ໄມ້ທ່ອນ ແລະ ໄມ້ແປຮູບ (ໄມ້ຂະຍຸງ, ໄມ້ດູ່, ໄມ້ຊິງຊັງ) ເຊິ່ງບໍ່ກົງກັບເອກະສານ ແຈ້ງຂໍອະນຸຍາດຜ່ານແດນ ວ່າ ເປັນຖ່ານໄມ້ ແລະ ບໍ່ກົງກັບພາບເອັກສເລ ທີ່ຕົ້ນທາງ ດ່ານພາສີໜອງຄາຍ ທີ່ລະບຸວ່າ ເປັນຖ່ານໄມ້.

ຕໍ່ການອອກຂ່າວດັ່ງກ່າວ, ເຈົ້າໜ້າທີ່ພາສີ ດ່ານພາສີຂົວມິດຕະພາບ 1 ແຈ້ງໃຫ້ຮູ້ວ່າ: ການກວດກາເບື້ອງຕົ້ນ ທາງດ້ານເອກະສານ ແລະ ຂໍ້ມູນບັນທຶກ ໃນເຄື່ອງເອັກສເລ ຢູ່ດ່ານພາສີດັ່ງກ່າວ ໃນໄລຍະແຕ່ ເດືອນມິຖຸນາ ຫາ ວັນທີ 26 ສິງຫາ 2016 ແມ່ນບໍ່ມີຂໍ້ມູນ ການສົ່ງອອກ ໄມ້ທ່ອນ ແລະ ໄມ້ຕີຕັບ. ແຕ່ມີການ ສົ່ງອອກຖ່ານໄມ້ ຂອງ 5 ບໍລິສັດ ລວມມີ 45 ຄັນລົດ ຊຶ່ງທັງ 5 ບໍລິສັດ ດັ່ງກ່າວ ໄດ້ດຳເນີນຂັ້ນຕອນ ການສົ່ງອອກ ແລະ ປະກອບເອກະສານ ຖືກຕ້ອງຕາມລະບຽບການ ຂອງ ສປປ ລາວ. ປະຈຸບັນ, ເຈົ້າໜ້າທີ່ພາສີ ແລະ ພາກສ່ວນກ່ຽວຂ້ອງ ກໍາລັງສືບຕໍ່ເກັບກຳ ກວດກາຂໍ້ມູນ ລະອຽດຕື່ມ. ຫຼັງຈາກນັ້ນ, ຈຶ່ງຈະໄດ້ມີ ການເຜີຍແຜ່ຂໍ້ມູນ ຕາມພາຍຫຼັງ.

 

ແຫລ່ງຂ່າວຈາກ: ກົມປະຊາສຳພັນ ຫສນຍ ແລະ ໜັງສືພິມເສດຖະກິດ-ການຄ້າ

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...