spot_img
Homeຂ່າວ​ໄອ​ທີSamsung ເປີດໂຕ Galaxy Book ແທັບເລັດ 2 in 1 ມາພ້ອມບິກຂຽນ S Pen ແລະລະບົບ...

Samsung ເປີດໂຕ Galaxy Book ແທັບເລັດ 2 in 1 ມາພ້ອມບິກຂຽນ S Pen ແລະລະບົບ Windows 10

Published on

Samsung ເປີດໂຕແທັບເລັດນາມວ່າ: Galaxy Book ທີ່ມີຂຸມພະລັງຂອງ Windows 10 ເປັນແກນຫຼັກໃນການເຮັດວຽກທີ່ງານ MWC 2017. ໂດຍການເປີດໂຕໃນເທື່ອນີ້ແມ່ນໄດ້ແຍກອອກມາເປັນ 2 ເວີຊັ່ນຄື: ລຸ້ນໜ້າຈໍ 10.6 ນິ້ວ ແລະ 12 ນິ້ວ, ເຊິ່ງຄວາມແຕກຕ່າງຂອງທັງສອງເວີຊັ່ນນີ້ຫຼັກໆແລ້ວແມ່ນ ຊີພີຢູ, ໜ້າຈໍ, ຄວາມລະອຽດ ເປັນຕົ້ນ ກາຍນັ້ນຖືວ່າມີຄວາມຄ້າຍຄືກັນເກືອບໝົດ ແລະຍັງມາພ້ອມກັບຄີບອຣ໌ດສຳລັບໃຊ້ງານ ແລະບິກຂຽນ S Pen ອີກນຳ.

ສຳລັບສະເປັກຂອງ Samsung Galaxy Book ລຸ້ນ 10.6 ນິ້ວ ມີດັ່ງນີ້:


  • ສັດສ່ວນເຄື່ອງ: 261.2 x 179.1 x 8.9 ມມ
  • ນ້ຳໜັກ: 640 ກຣາມ (Wi-Fi) / 650 ກຣາມ (LTE)
  • ໜ້າຈໍ: FHD TFT , ຂະໜາດ 10.6 ນິ້ວ (1920×1280 ພິກເຊວ) 
  • CPU: Intel Core M3 7th Gen (Dual Core 2.6GHz) 
  • RAM: 4GB
  • ROM: 64GB / 128GB eMMC, ເພີ່ມ microSD ໄດ້ 256GB
  • ລະບົບ: Windows 10
  • ກ້ອງໜ້າ: 5 ລ້ານພິກເຊວ
  • ການເຊື່ອມຕໍ່: 4G LTE Cat.6 (Optional), Wi-Fi 802.11 ac 2X2 MIMO, Bluetooth 4.1 LE, GPS + GLONASS, USB 3.1 Type-C
  • ແບັດເຕີຣີ: 30.4W ສາມາດກຸ້ມດົນ 10 ຊົ່ວໂມງ ແໍະມາພ້ອມລະບົບສາກໄວ.

ສຳລັບສະເປັກຂອງ Samsung Galaxy Book ລຸ້ນ 12 ນິ້ວ ມີດັ່ງນີ້:


  • ສັດສ່ວນເຄື່ອງ: 291.3 × 199.8 × 7.4 ມມ
  • ນ້ຳໜັກ: 754 ກຣາມ 
  • ໜ້າຈໍ: FHD TFT , ຂະໜາດ 12 ນິ້ວ (1920×1280 ພິກເຊວ) 
  • CPU: Intel Core i5 7th Gen 3.2GHz 
  • RAM: 4GB / 8GB
  • ROM: 128GB / 256GB SSD, ເພີ່ມ microSD ໄດ້ 256GB
  • ລະບົບ: Windows 10
  • ກ້ອງຫຼັງ: 13 ລ້ານພິກເຊວ
  • ກ້ອງໜ້າ: 5 ລ້ານພິກເຊວ
  • ການເຊື່ອມຕໍ່: 4G LTE Cat.6 (Optional), Wi-Fi 802.11 ac 2X2 MIMO, Bluetooth 4.1 LE, GPS + GLONASS, USB 3.1 Type-C x 2
  • ແບັດເຕີຣີ: 39.04W ສາມາດກຸ້ມດົນ 10.5 ຊົ່ວໂມງ ແລະມາພ້ອມລະບົບສາກໄວ.

ໃນສ່ວນຂອງລາຄາ ແລະມື້ວາງຈຳໜ່າຍ ໃນຕອນນີ້ທາງ Samsung ຍັງບໍ່ໄດ້ປະກາດອອກມາເທື່ອເດີ້ ^^

ແຫຼ່ງຂ່າວ: fonearena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...