spot_img
HomeມູມໄອທີລາວSamsung ເປີດໂຕ Galaxy A8 (2016) ທີ່ປະເທດເກົາຫຼີ

Samsung ເປີດໂຕ Galaxy A8 (2016) ທີ່ປະເທດເກົາຫຼີ

Published on

Samsung ໄດ້ປະກາດເປີດໂຕໂທລະສັບລຸ້ນໃໝ່ຂອງບໍລິສັດນັ້ນກໍຄື: Galaxy A8 (2016) ທີ່ປະເທດເກົາຫຼີ. ສຳລັບໂທລະສັບລຸ້ນນີ້ແມ່ນອອກແບບມາດ້ວຍວັດສະດຸໂລຫະ, ດ້ານສະເປັກອື່ນໆກໍຕາມສູດເກົ່າຂອງຊຳຊຸງທີ່ເຄີຍຈັດໃຫ້ກັບລຸ້ນອື່ນໆ.

ສຳລັບສະເປັກຂອງ Samsung Galaxy A8 (2016) ມີດັ່ງນີ້:

  • ສັດສ່ວນເຄື່ອງ: 156.6 × 76.8 × 7.2 ມມ
  • ນ້ຳໜັກ: 182 ກຣາມ
  • ໜ້າຈໍ: Super AMOLED ຂະໜາດ 5.7 ນິ້ວ, FullHD (1920 x 1080 ພິກເຊວ)
  • CPU: ອ໋ອກຕ້າຄໍ Exynos 7420 (Quad 2.1GHz + Quad 1.5GHz) 64 bit, 14 ນມ
  • GPU: Mali T760
  • RAM: 3GB RAM, 
  • ROM: 32GB ເພີ່ມກາຣ໌ດ microSD ໄດ້ 256GB
  • ລະບົບ: Android 6.0 (Marshmallow)
  • ກ້ອງຫຼັງ: 16 ລ້ານພິກເຊວ ມາພ້ອມແຟລັດ LED ແລະ f/1.9
  • ກ້ອງໜ້າ: 8 ລ້ານພິກເຊວ ພ້ອມ f/1.9
  • ເຊັນເຊີ້: ສະແກນນິ້ວມື
  • ການເຊຶ່ອມຕໍ່: 4G VoLTE, Wi-Fi 802.11ac, Bluetooth 4.2 LE, GPS/ GLONASS, NFC
  • ແບັດເຕີຣີ: 3300mAh

ສຳລັບ Samsung Galaxy A8 (2016) ແມ່ນມີໃຫ້ເລືອກຢູ່ 3 ສີຄື: ສີຟ້າ, ສີເທົາ ແລະສີບົວ. ໂດຍເປີດໂຕມາໃນລາຄາ 649,000 ວອນ (4.740.000 ກີບ) ແລະກໍເປີດໃຫ້ສັ່ງຈອງແລ້ວໃນປະເທດເກົາຫຼີ.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: fonearena

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...