spot_img
HomeມູມໄອທີລາວMicrosoft ກຽມເປີດຕົວອຸປະກອນຮອງຮັບ Windows 10 ຕົວໃໝ່ 6 ຕຸລານີ້

Microsoft ກຽມເປີດຕົວອຸປະກອນຮອງຮັບ Windows 10 ຕົວໃໝ່ 6 ຕຸລານີ້

Published on

Microsoft ສົ່ງ​ບັດ​​ເຊີນ​ຮ່ວມ​ງານ ເປີດ​ຕົວ​ອຸປະກອນໃໝ່ ທີ່​ຮອງ​ຮັບ​ລະບົບ​ປະຕິບັດການ Winodows 10 ໃນ​ວັນ​ອັງ​ຄານ​ທີ່ 6 ຕຸລາ​ທີ່ຈະມາ​ນີ້ ທີ່​ເມືອງ New York ສະ​ຫາຣັດ​ອາ​ເມຣິກາ ຄາດ​ວ່າອາດ​ຈະເປັນ Surface Pro 4 ກັບ Lumia ຕົວ​ໃໝ່

Microsoft-Surface

Surface Pro 4 ອາດ​ມີ ໃນ​ໄລ​ຍະ​ນີ້​ມີ​ຂ່າວ​ລື​ກັນ​ວ່າ Microsoft ກຽມ​ຈະ​ເປີດ​ຕົວ​ອຸປະກອນ​ໃໝ່​ຢ່າງ Surface Pro ກັບ Lumia ລຸ້ນ​ໃໝ່ ຫລັງ​ປ່ອຍ​ໃຫ້ເປັນ​ລຸ້ນ​ປະຈຸບັນ​ມາ​ເປັນ​ເວລາ​ດົນ​ແລ້ວ ຈົນ​ຕໍ່​ມາ​ກໍ​ໄດ້​ມີ​ບັດ​ເຊີນ​ຮ່ວມ​ງານ​ເປີດ​ຕົວ “Windows 10 devices” ຫລື​ອຸປະກອນ​​ໃໝ່​ທີ່​ຮອງ​ຮັບ Windows 10 ໃນ​ວັນທີ່ 6 ຕຸລາ ນະຄອນຫລວງ New York

ສ່ວນ​ອຸປະກອນ​​ໃໝ່ ກໍ​ມີ​ສື່​ຫລາຍ​ສຳ​ນັກ ຕ່າງ​ພາ​ກັນ​ເດົາ​ວ່າ ອາດຈະ​ເປັນ Surface Pro 4 ທີ່​ມາ​ພ້ອມ​ກັບ​ຊີ​ພີ​ຍູ Skylake ກັບ Lumia ລຸ້ນ​ໃໝ່ ໃນ​ຊື່​ລຸ້ນ​ວ່າ 950/950 XL ທີ່​ຈະ​ໃຊ້​ຫນ່ວຍ​ປະ​ມວນ​ຜົນ Qualcomm 810 ກໍ​ເປັນ​ໄດ້ ໂດຍ​ທັງ​ສອງ​ແນ່ນອນ​ວ່າ​ຈະ​ຕ້ອງ​ມາ​ພ້ອມ​ກັບ Windows 10 ດ້ວຍ

ນັບ​ຕັ້ງ​ແຕ່​ເປີດ​ຕົວ Windows 10 ມາຈົນ​ຕອນ​ນີ້​ກໍ​ຈະ​ເຂົ້າ​ສູ່​ເດືອນ​ທີ່​ສາມ​ແລ້ວ ສິ່ງ​ທີ່​ຫລາຍ​ຄົນ​ຄາດ​ຫວັງ ​ໜ້າ​ຈະ​ເປັນ Windows 10 Mobile ລຸ້ນ​ສົມບູນ ກັບ Windows 10 PC ລຸ້ນ “NoBug” ແລະ Surface Pro 4 (Pro 3 ຫລຸດ​ລາ​ຄາ​ດ້ວຍ)

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...