spot_img
Homeຂ່າວ​ໄອ​ທີiPhone 7 ໄໝ້ໃສ່ຜູ້ຍິງຕັ້ງຄັນຄົນໜຶ່ງ ເຮັດໃຫ້ນາງໄດ້ຮັບບາດໄຟໄໝ້ລະດັບ 2 ໂຊກຍັງດີເດັກໃນທ້ອງປອດໄພ

iPhone 7 ໄໝ້ໃສ່ຜູ້ຍິງຕັ້ງຄັນຄົນໜຶ່ງ ເຮັດໃຫ້ນາງໄດ້ຮັບບາດໄຟໄໝ້ລະດັບ 2 ໂຊກຍັງດີເດັກໃນທ້ອງປອດໄພ

Published on

ເຫດເກີດຂຶ້ນເມື່ອມີຜູ້ຍິງຄົນໜຶ່ງທີ່ປະເທດອອສເຕຣເລຍຊື່ວ່າ: Melanie Tan Pelaez ນາງໄດ້ສາກໂທລະສັບ Apple iPhone 7 ໄວ້, ໃນຂະນະດຽວກັນລາວກໍນອນຫຼັບປະໂທລະສັບໄປ. ເມື່ອນາງຕື່ນຂຶ້ນມາກໍພົບວ່າແຂນເບື້ອງຂວາຂອງນາງແດງ ແລະຮູ້ສຶກເຈັບຊາໆຕັ້ງແຕ່ກົກແຂນໄລ່ລົງມາ. 

ຫຼັງຈາກນັ້ນນາງກໍໄປໂຮງໝໍແລະພົບວ່ານາງໄດ້ຮັບບາດໄຟໄໝ້ໃນລະດັບ 2 ຈາກວັດຖຸຊະນິດໜຶ່ງ (ໂຊກດີທີ່ເດັກໃນທ້ອງປອດໄພ), ພ້ອມນີ້ທ່ານໝໍກໍບອກນາງໃຫ້ລອງໄປກວດສອບບໍລິເວນຕຽງນອນວ່າສາເຫດເກີດຈາກຫຍັງ. ເມື່ອນາງກັບມາບ້ານແລ້ວນາງກໍພົບວ່າໂທລະສັບ iPhone 7 ນັ້ນເປັນສາເຫດທີ່ແທ້ຈິງ (ບາດທີ່ນາງໄດ້ຮັບກົງກັບຮອຍຈາກໂທລະສັບ ແລະອັນສາກ).

ຕໍ່ມານາງກໍໄດ້ເອົາໂທລະສັບໄປທີ່ຮ້ານ Apple Store ໃນທ້ອງຖິ່ນ ແລະໄດ້ຮັບການພິສູດແລ້ວວ່າເປັນຄວາມຜິດແທ້ ພ້ອມກັນນີ້ໂຕເຄື່ອງກໍໄດ້ຖືກສົ່ງຕໍ່ເພື່ອໄປທົດສອບທີ່ Cupertino ຕໍ່ໄປ. ໃນຂະນະດຽວກັນນາງກໍໄດ້ຮັບຂໍ້ສະເໜີໃຫ້ຮັບເອົາ iPhone 7 ເຄື່ອງໃໝ່ ແຕ່ນາງກໍປະຕິເສດໄປຍ້ອນເຫດຜົນທີ່ບໍ່ໄວ້ໃຈໃນຄວາມປອດໄພຂອງໂຕເຄື່ອງອີກແລ້ວ ເຖິງວ່ານາງຈະເປັນຜູ້ໃຊ້ຄົນໜຶ່ງທີ່ໃຊ້ໂທລະສັບ iPhone ມາຕັ້ງແຕ່ລຸ້ນທຳອິດພຸ້ນກໍຕາມ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...