spot_img
HomeນານາສາລະHappy Balloon ທີ່ກຳລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ອັນຕະລາຍກວ່າທີ່ຄິດ

Happy Balloon ທີ່ກຳລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ອັນຕະລາຍກວ່າທີ່ຄິດ

Published on

ທ່ານ ຮສ ດຣ ສຸທັດ ຣຸ້ງເຣື່ອງຫິຣັນຍາ ຈາກ ມະຫາວິທະຍາໄລ ສີນັກຄະລິນວິໂລດ ປະເທດໄທ ກ່າວວ່າ ປຸມເປົ້າແຫ່ງຄວາມສຸກ ຫຼື ນິຍົມເອີ້ນ Happy Balloon ໃນປຸມເປົ້າຈະອັດແກັດທີ່ມີຊື່ວ່າ ແກັດ Nitrous oxide ເຊິ່ງເປັນແກັດຢາຊາທີ່ຖືກໃຊ້ແທນຢາສະຫຼົບສະໄໝກ່ອນ (ໃນສະໄໝຢາສະຫຼົບຍັງບໍ່ທັນຖືກພັດທະນາ) ເພາະປະສິດທິພາບຂອງມັນຈະໝົດໄປພາຍໃນ 5 ນາທີ. ເຊິ່ງປະຈຸບັນ ໄດ້ມີຄົນກຸ່ມໜຶ່ງໄດ້ນຳເອົາແກັດຊະນິດນີ້ກັບມາໃຊ້ໃນທາງທີ່ຜິດຕໍ່ຮ່າງກາຍ ເພາະການສູບດົມຕໍ່ເນື່ອງໃນປະລິມານຫຼາຍເກີນໄປ ສາມາດສົ່ງຜົນເສຍຕໍ່ຮ່າງກາຍ ບາງເທື່ອສາມາດເຮັດໃຫ້ເສຍຊີວິດໄດ້. ເຊິ່ງຜົນເສຍ ຂອງ ປຸມເປົ້າແຫ່ງຄວາມສຸກ ຫຼື Happy Balloon ມີດັ່ງນີ້:

  • ເຮັດໃຫ້ສະໝອງຂາດອົກຊີແຊນ ໃນໄລຍະທີ່ສູບດົມ.
  • ກ້າມເນື້ອຫົວໃຈຂາດອົກຊີແຊນ ບາງຄັ້ງອາດເຮັດໃຫ້ກ້າມເນື້ອຫົວໃຈຕາຍ ຫຼື ຫົວໃຈຂາດເລືອດ ສົ່ງຜົນເຮັດໃຫ້ເປັນໂລກຫົວໃຈວາຍກະທັນຫັນ
  • ເຮັດໃຫ້ປະສາດຫ່ອນໃນຕອນສູບດົມ ເຊິ່ງນຳໄປສູ່ເກີດອຸປະຕິເຫດ
  • ບໍ່ພຽງແຕ່ທຳລາຍຮ່າງກາຍມະນຸດເທົ່ານັ້ນ ແຕ່ແກັດ Nitrous oxide ຍັງທຳລາຍສິ່ງແວວລ້ອມ ອີດ້ວຍ ເພາະແກັດນີ້ມີຜິດຕໍ່ຊັ້ນບັນຍາກາດ ເຮັດໃຫ້ຊັນບັນຍາກາດບາງລົງ.
    ປັດຈຸບັນ, ປຸມເປົ້າແຫ່ງຄວາມສຸກ ຫຼື Happy Balloon ເປັນທີ່ນິຍົມໃນກຸ່ມໄວລຸ້ນ ການສູບດົມເພື່ອຄວາມບັນເທິງ ໃນເວລາກິນດື່ມ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...