spot_img
Homeຂ່າວພາຍ​ໃນການບິນລາວ ຈັດງານເປີດເສັ້ນບິນໃໝ່ ວຽງຈັນ-ອັດຕະປື ໃນວັນທີ 9 ເມສາ 2016 ມື້ນີ້

ການບິນລາວ ຈັດງານເປີດເສັ້ນບິນໃໝ່ ວຽງຈັນ-ອັດຕະປື ໃນວັນທີ 9 ເມສາ 2016 ມື້ນີ້

Published on

ເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການອຳນວຍຄວາມສະດວກດ້ານການຄົມມະນາຄົມຂົນສົ່ງທາງອາກາດທີ່ນັບມື້ມີການຂະຫຍາຍຕົວ ແລະ ເພື່ອເປັນການຮອງຮັບນັກທ່ອງທ່ຽວ, ພໍ່ແມ່ປະຊາຊົນ, ນັກທຸລະກິດທີ່ຕ້ອງການລົງທຶນຢູ່ເຂດໃຕ້ສຸດຂອງປະເທດລາວ, ທັງເປັນການເປີດນຳໃຊ້ສະໜາມບິນອັດຕະປືທີ່ເປັນສະໜາມບິນສາກົນແຫ່ງໃໝ່ເພື່ອຕ້ອນຮັບບຸນປີໃໝ່ລາວ ສະນັ້ນ; ລັດວິສາຫະກິດການບິນລາວ ກຽມເປີດຖ້ຽວບິນຮອບປະຖົມມະລືກ ລະຫວ່າງ ວຽງຈັນ-ອັດຕະປື ໃນວັນທີ 9 ເມສາ 2016 ໂດຍໃຊ້ເຮືອບິນ ATR 72-600 ຫລັງຈາກທີ່ກະກຽມຄວາມພ້ອມມາດົນ ທັງເປັນການຕອບສະໜອງການເດີນທາງໃນໄລຍະບຸນປີໃຫມ່ລາວທີ່ຈະມາເຖິງທ່ານ ແສງປະເສດ ມະທຸຈັນ ຮອງອຳນວຍການວິສາຫະກິດການບິນລາວ ໃຫ້ຮູ້ວ່າ: ການບິນລາວຈະໄດ້ເປີດເສັ້ນບິນໃໝ່ ລະຫວ່າງ ວຽງຈັນ-ອັດຕະປື ໃນວັນທີ 9 ເມສາ 2016 ນີ້ ເປັນຖ້ຽວບິນຮອບປະຖົມມະລືກ ສຳລັບເສັ້ນບິນ ວຽງຈັນ-ອັດຕະປື ອອກເດີນທາງທຸກໆວັນ ອັງຄານ ແລະ ວັນເສົາ ເວລາ 8:00 ຮອດອັດຕະປື 9:45 ໂມງເຊົ້າ ໃນລາຄາເລີ່ມຕົ້ນເປີດໃຫມ່ໄປ-ກັບ 990, 000 ກີບ ເຊິ່ງປັດຈຸບັນກໍ່ມີຜູ້ໂດຍສານຈຳນວນໜຶ່ງໄດ້ຈອງປີ້ ເພື່ອເດີນທາງໄປໃນຮອບທຳອິດນີ້.

ທ່ານ ໜູກອນ ແກ້ວບົວວັນ ຫົວໜ້າຫ້ອງການຄຸ້ມຄອງສະໜາມບິນແຂວງອັດຕະປື ວ່າ: ພວກເຮົາມີຄວາມພ້ອມເຕັມທີ່ໃນການຮອງຮັບການໃຫ້ບໍລິການຖ້ຽວບິນດັ່ງກ່າວ.
ສະໜາມບິນສາກົນ ແຂວງອັດຕະປືໄດ້ເປີດນຳໃຊ້ຢ່າງເປັນທາງການ ແຕ່ວັນທີ 30 ພຶດສະພາ 2015ພາຍຫຼັງທີ່ໄດ້ລົງມືກໍ່ສ້າງແຕ່ກາງປີ 2013 ເປັນຕົ້ນມາ ດ້ວຍມູນຄ່າເກືອບ 300 ຕື້ກີບ ໂດຍໄດ້ຮັບການສະໜອງສິນເຊື່ອ ແລະ ລົງທຶນຈາກບໍລິສັດຫຸ້ນສ່ວນຮວ່າງ ແອງຢາລາຍສສ. ຫວຽດນາມ

(ຫນັງສືພິມ ເສດຖະິກດ-ການຄ້າ ສະບັບວັນສຸກທີ 8 ເມສາ 2016)

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...