spot_img
Homeຂ່າວຕ່າງປະເທດຈີນ ອັດ​ສີດ​ເງິນ​ເຂົ້າ​ລະບົບ 340 ຕື້​ຢວນ ຮັບ​ປີ​ໃໝ່ຈີນ

ຈີນ ອັດ​ສີດ​ເງິນ​ເຂົ້າ​ລະບົບ 340 ຕື້​ຢວນ ຮັບ​ປີ​ໃໝ່ຈີນ

Published on

    ທະນາຄານ​ກາງ​ຈີນ​ເຜີຍ​ວ່າ: ກຳລັງ​ອັດ​ສີດ​ເງິນ​ເຂົ້າ​ລະບົບ​ການ​​ເງິນ​ອີກ 340 ຕື້​ຢວນ​ເປັນ​ການ​ອັດ​ສີດ​ຄັ້ງ​ທີ​ສອງ​ໃນ​ຮອບ 3 ມື້​ຮອງ​ຮັບ​ຄວາມ​ຕ້ອງການ​ໃຊ້​ເງິນ​ທີ່​ຈະ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ​ໃນ​ໄລຍະ​ປີ​ໃໝ່ຈີນ​ທີ່​ກຳລັງ​ຈະ​ມາ​ເຖິງ.

   ທະນາຄານ​ປະຊາຊົນ​ຈີນ​ທີ່​ຫາ​ກໍ​ໄດ້​ອັດ​ສີດ​ເງິນ 440 ຕື້​ຢວນ​ເຂົ້າ​ລະບົບ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ ທີ່ການ​ຊື້​ຂາຍ​ພັນທະບັດ​ໃນ​ຕະຫຼາດຊື້​ຄືນ​ພັນທະບັດ​ປົກກະຕິ​ທີ່​ສຳນັກ​ຂ່າວ​ບລູມ​ເບິຣກລະບຸ​ວ່າ: ​ເປັນ​ການ​ອັດ​ສີດ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຮອບ 3 ປີ ທະນາຄານ​ກາງ​ຈີນ​ອອກ​ຖະ​ແຫຼງການ​ອີກ​ສະບັບ​ວ່າ: ຈະ​ດຳ​ເນີນ​ການ​ລັກສະນະ​ດຽວກັນ​ນີ້​ໃນ​ທຸກ​ມື້​ເຮັດ​ວຽກຕັ້ງ​ແຕ່​ວັນ​ຈັນ​ເຖິງ​ວັນ​ສຸກ​ເປັນ​ເວລາ 3 ອາທິດ ​ເລີ່​ມຕັ້ງ​ແຕ່​ວັນ​ທີ 29 ມັງກອນ​ເປັນ​ຕົ້ນ​ໄປ ບໍ່​ແມ່ນ​ສະ​ເພາະ​ທຸກ​ວັນ​ອັງຄານ ​ແລະ ວັນ​ພະຫັດ ​ແລະ ຈະ​ເສີມ​ສະພາບ​ຄ່ອງ​ໄລຍະ​ສັ້ນ​ຂອງ​ວັນ​ຢຸດປີ​ໃໝ່ຈີນ​ດ້ວຍ.

ປົກກະຕິ​ແລ້ວ​ບໍລິສັດ​ຫ້າງ​ຮ້ານ​ຕ່າງໆ​ໃນ​ຈີນ​ຈະ​ຈ່າຍ​ເງິນ​ເດືອນ ​ແລະ ​ເງິນ​ພິ​ເສດ​ກ່ອນ​ປີ​ໃໝ່ຈີນ​ຊຶ່ງ​ກົງ​ກັບ​ວັນ​ທີ 8 ກຸມພາ ຂະນະ​ທີ່​ປະ​ຊົນ​ທົ່ວ​ໄປ​ຈະ​ແລກ​ທະນະ​ບັດ​ໃໝ່ ​ແລະ ຊື້​ຂອງ​ຂັວນ​ໃຫ້​ແກ່​ກັນ ຊຶ່ງ​ໃນ​ອາທິດ​ຜ່ານ​ມາ​ທະນາຄານ​ກາງຈີນກໍ​ໄດ້​ອັດ​ສີດ​ເງິນ​ເຂົ້າ​ສູ່​ລະບົບ​ການ​ເງິນ​ກວ່າ 15 ພັນຕື້ຢວນ ນັກວິ​ເຄາະ​ບາງ​ຄົນ​ເຫັນ​ວ່າ​ທະນາຄານ​ກາງ​ຈີນ​ໃຊ້​ມາດ​ຕະການ​ນີ້​ແທນ​ການ​ຜ່ອນຄາຍ​ທາງ​ການ​ເງິ​ນ​ ເພາະ​ຢ້ານ​ວ່າການຫຼຸດອັດຕາ​ສ່ວນ​ເງິນ ສົດ​ສຳຮອງ​ຈະ​ກະທົບ​ຕໍ່​ເງິນ​ຢວນທີ່​ອ່ອນ​ຄ່າ​ມາ​ແລ້ວ​ໄລຍະໜຶ່ງ (ຕາມ​ຂ່າວ​ຕ່າງປະ​ເທດ).

ທີ່ມາ:logo

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...