Homeຂ່າວພາຍ​ໃນເປີດບໍລິການລົດເມຟຣີ ທີ່ແຂວງໄຊສົມບູນ

ເປີດບໍລິການລົດເມຟຣີ ທີ່ແຂວງໄຊສົມບູນ

Published on

ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງໄຊສົມບູນ ໄດ້ຈັດພິທີເປີດທົດລອງບໍລິການຂົນສົ່ງໂດຍສານບໍ່ເສຍຄ່າບໍລິການພາຍໃນເທດສະບານ ແຂວງໄຊສົມບູນ ໃນຕອນເຊົ້າຂອງວັນທີ 14 ພຶດສະພາທີ່ຜ່ານມາ, ຢູ່ທີ່ເດີ່ນພະແນກຂອງຕົນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳພຸດ ແກ້ວວົງພອນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊສົມບູນ.

May be an image of 4 people, van and text

ທ່ານ ຄຳພຸດ ແກ້ວວົງພອນ ໄດ້ໃຫ້ຮູ້ວ່າ: ລົດເມຂະໜາດນ້ອຍ ທີ່ມາຮັບໃຊ້ການບໍລິການ ຈຳນວນ 20 ຄັນ ແມ່ນໄດ້ຮັບການ ຊ່ວຍເຫລືອລ້າ ຈາກບໍລິສັດບູຢອງລາວ ຈຳກັດ ແລະ ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດສັນ, ແບ່ງປັນ ໃຫ້ແຂວງໄຊສົມບູນ, ເພື່ອນຳໃຊ້ເຂົ້າໃນການພັດທະນາລະບົບການຂົນສົ່ງ ສາທາລະນະຂອງແຂວງ ແລະ ເມືອງ ເພື່ອອຳນວຍຄວາມສະດວກສະບາຍໃຫ້ແກ່ປະຊາຊົນ, ນັກຮຽນ, ນັກສຶກສາ, ນັກທ່ອງທ່ຽວເດີນທາງສະດວກສະບາຍ, ຫຼຸດຜ່ອນການນຳໃຊ້ລົດສ່ວນຕົວ, ປະຢັດພະລັງງານເຊື້ອໄຟ ແລະ ແກ້ໄຂການສັນຈອນແອອັດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ, ພ້ອມທັງບໍລິການຂົນສົ່ງຢູ່ພາຍໃນແຂວງ ແລະ ເມືອງ.

May be an image of 6 people, van, train, cablecar and text

ລົດເມດັ່ງກ່າວຈະທົດລອງຂົນສົ່ງສາທາລະນະ, ບໍລິການບໍ່ເສຍຄ່າໃນເຂດເທດສະບານແຂວງ, ບ້ານອອມ, ບ້ານອ່າວ, ບ້ານນໍ້າໂມ້ ແລະ ບ້ານນໍ້າຍອນ ເປັນເວລາ 2 ວັນຄື: ວັນອັງຄານ ແລະ ວັນພະຫັດ.

ພາບ-ຂ່າວ: ສີລິພອນ ສົງຄຳ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...