spot_img
Homeຂ່າວທ້ອງຖິ່ນສປປ ລາວ ລົງນາມໃນສັນຍາ ສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ

ສປປ ລາວ ລົງນາມໃນສັນຍາ ສ້າງຕັ້ງອົງການຮ່ວມມືປ່າໄມ້ອາຊີ

Published on

ປະຕິບັດຕາມ ແຈ້ງການ ຂອງຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ສະບັບ ເລກທີ 1935/ຫສນຍ.ກຄສ, ລົງວັນທີ 5/12/2017 ວ່າດ້ວຍ ການອະນຸມັດ ໃຫ້ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລົງນາມ ໃນສັນຍາ ສ້າງຕັ້ງອົງການ ຮ່ວມມືປ່າໄມ້ອາຊີ (AFOCO), ບົນພື້ນຖານການມອບ ສິດ ໃຫ້ຕາງໜ້າລັດຖະບານ, ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍ ຄະນະຜູ້ຕິດຕາມ ຈໍານວນໜຶ່ງ ໄດ້ເດີນທາງໄປລົງນາມ ໃນສົນທິສັນຍາດັ່ງກ່າວ, ທີ່ນະ​ຄອນ​ຫລວງເຊອູນ ສ ເກົາຫລີ.

ພິທີເຊັນ ສົນທີ່ສັນຍາດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 13 ມີນາ 2018 ທີ່ກະຊວງການ ຕ່າງປະເທດ ສ. ເກົາຫລີ ໂດຍມີ ທ່ານ ເອກອັກ​ຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ເກົາ​ຫລີ, ຫົວໜ້າ ກົມແຜນ ການ ແລະ ການເງິນ ແລະ ຫົວໜ້າກົມປ່າໄມ້, ກະຊວງກະ​ສິ​ກຳ ແລະ ປ່າໄມ້, ພ້ອມດ້ວຍພະນັກງານວິຊາການ ທີ່ກ່ຽວຂ້ອງຈໍານວນໜຶ່ງ. ສ່ວນຝ່າຍ ສ ເກົາຫລີ ປະກອບດ້ວຍ ຜູ້ຕ່າງໜ້າ ຈາກກະຊວງການຕ່າງປະເທດ, ຈາກກອງເລຂາອົງການຮ່ວມມື ປ່າໄມ້ອາຊີ ແລະ ຈາກກົມໃຫຍ່ປ່າໄມ້ ຂອງ ສ ເກົາຫລີ.

ອົງການ AFOCO ເປັນອົງການຮ່ວມມື ດ້ານປ່າໄມ້ໃນລະດັບພາກພື້ນອາຊີ ທີ່ໄດ້ຖືກ ສ້າງຕັ້ງຂຶ້ນ, ໂດຍມີເປົ້າໝາຍ ແນໃສ່ການຜັນຂະຫຍາຍແນວທາງ ນະໂຍບາຍປ່າໄມ້ ຂອງລັດຖະບານ ໃຫ້ປະກົດຜົນເປັນຈິງ, ໂດຍສະເພາະ ເພື່ອຟື້ນຟູທີ່ດິນປ່າໄມ້ເຊື່ອມໂຊມ, ປົກປັກຮັກສາປ່າໄມ້ ບໍ່ໃຫ້ບົກແຫ້ງ, ເຊື່ອມຄຸນນະພາບ, ເປັນໄປຕາມນະໂຍບາຍ ການຄຸ້ມຄອງ ແລະ ປົກປັກສາປ່າໄມ້ ແບບຍືນຍົງ, ອັນເປັນການປະກອບ ສ່ວນແກ້ໄຂ ບັນຫາ ກ່ຽວກັບການປ່ຽນແປງ ສະພາບດິນຟ້າອາກາດອີກດ້ວຍ.

ການເຂົ້າຮ່ວມເປັນພາຄີ ໃນອົງການນີ້, ລັດຖະບານລາວ ກໍ​ຄື ຂະແໜງການ ກະສິກໍາ ແລະ ປ່າໄມ້ ມີເປົ້າໝາຍ ຈະປະກອບສ່ວນ ໃນການບັນລຸເປົ້າໝາຍລວມ ທີ່ກ່ຽວຂ້ອງ ກັບວຽກງານປ່າໄມ້ ໃນລະດັບພາກພື້ນ, ໃນລະດັບສາກົນ ກໍຄື ໃນລະດັບຊາດ, ນັບ​ທັງການບັນລຸຄາດໝາຍ ຍຸດທະສາດປ່າໄມ້ 2020 ຂອງ ລັດຖະບານ ຕິດພັນກັບເປົ້າໝາຍ ການພັດທະນາແບບຍືນຍົງ ໄປຕາມແນວທາງ ການເຕີບໂຕສີຂຽວ. ເພື່ອ ເຮັດໃຫ້ສົນທິສັນຍາດັ່ງກ່າວ ມີຜົນນໍາໃຊ້ເປັນທາງການ, ຂະແໜງການກະສິກຳ ແລະ ປ່າໄມ້ ຍັງຕ້ອງໄດ້ ສະເໜີໃຫ້ລັດຖະບານ ພິຈາລະນາ ອອກສັດຕະຍາບັນເພື່ອ ຮັບຮອງເອົາສົນທິສັນຍາດັ່ງກ່າວ ຢ່າງເປັນທາງການໃນໄວໆນີ້.

ນອກຈາກການລົງນາມ ໃນສົນທິສັນຍາດັ່ງກ່າວແລ້ວ, ທ່ານລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນການລົງນາມ ບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງ ແລະ ຈັດຕັ້ງ ປະຕິບັດໂຄງການ ຄຸ້ມຄອງປ່າສະຫງວນແຫ່ງຊາດ ດົງຫົວສາວ ເພື່ອປະກອບສ່ວນ ຫລຸດຜ່ອນການປ່ອຍ ອາຍພິດເຮືອນແກ້ວ ຈາກການທໍາລາຍປ່າໄມ້ (REDD+) ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກົມໃຫຍ່ປ່າໄມ້ ສ ເກົາຫລີ ທີ່ມີມູນຄ່າ ປະມານ 700.000 ໂດລາສະຫະລັດ, ພ້ອມທັງໄດ້ຖື ໂອກາດນີ້ ໄປຢ້ຽມຢາມສູນ​ຈຳ​ໜ່າຍ ​ຜະ​ລິດ​ຕະ​ພັນການ​ກະ​ເສດ​ ຂອງ​ສະ​ຫະ​ກອນ ເມືອງ​ອານ​ຊັອງ ແຂວງ​ກັອງ​ກີ. ສູນດັ່ງກ່າວ, ນັບວ່າ ມີບົດຮຽນ ແລະ ປະສົບການສູງ ໃນດ້ານການແຈກຈ່າຍຜະລິດຕະພັນ ກະສິກໍາ ຈາກກຸ່ມຜູ້ຜະລິດ ໄປສູ່ຜູ້ບໍລິໂພກ ດ້ວຍຮູບການຂາຍຍົກ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ.

 

ແຫລ່ງຂ່າວ : ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...