ເຄືອຂ່າຍການພັດທະນາຢ່າງຍືນຍົງຂອງສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານຄວາມສຸກຂອງໂລກປະຈຳປີ 2018 (World Happiness Report 2018) ເຊິ່ງໃນບົດລາຍງານດັ່ງກ່າວນີ້ ປະເທດລາວເປັນປະເທດທີ່ມີຄວາມສຸກອັນດັບທີ 110 ຂອງໂລກຈາກທັງໝົດ 156 ປະເທດ. ສ່ວນອັນດັບໜຶ່ງຂອງໂລກເປັນຂອງ ຟິນແລນ.
ການຈັດອັນດັບດັ່ງກ່າວເຮັດຂຶ້ນໂດຍອີງໃສ່ປັດໄຈຫຼາຍຢ່າງທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດໃນປະເທດນັ້ນໆເຊັ່ນ: ລາຍຮັບ, ອິດສະຫຼະພາບ, ຄວາມປອດໄພຂອງຊີວິດ ແລະ ຊັບສິນ, ອາຍຸໄຂຂອງປະຊາກອນ, ລະບົບສາທາລະນູປະໂພກ ແລະ ການສໍ້ລາດບັງຫຼວງ.
ສຳລັບປີ 2018 ນີ້ ລາວຢູ່ທີ່ອັນດັບທີ 110 ຈາກທັງໝົດ 156 ປະເທດ ໃນຂະນະທີ່ປະເທດອ້ອມຂ້າງເຊັ່ນໄທ ຢູ່ທີ່ອັນດັບ 46, ຈີນ ອັນດັບທີ 86, ຫວຽດນາມອັນດັບທີ 95, ກຳປູເຈຍຢູ່ອັນດັບທີ 120 ແລະ ມຽນມາຢູ່ອັນດັບທີ 130.
ທັງນີ້ ເມື່ອຈັດອັນດັບສະເພາະແຕ່ໃນບັນດາປະເທດອາຊຽນປະກົດວ່າ ລາວຢູ່ອັນດັບທີ 7 ໃນຂະນະທີ່ອັນດັບໜຶ່ງເປັນຂອງ ສິງກະໂປ ແລະ ອັນດັບສຸດທ້າຍແມ່ນ ມຽນມາ.
ອັນດັບຄວາມສຸກຂອງບັນດາປະເທດໃນອາຊຽນ (ບໍ່ມີຂໍ້ມູນຂອງບຣູໄນ):
ສິງກະໂປ (ອັນດັບໂລກ: 34)
ມາເລເຊຍ (ອັນດັບໂລກ: 35)
ໄທ (ອັນດັບໂລກ: 46)
ຟິລິບປິນ (ອັນດັບໂລກ: 71)
ຫວຽດນາມ (ອັນດັບໂລກ: 95)
ອິນໂດເນເຊຍ (ອັນດັບໂລກ: 96)
ລາວ (ອັນດັບໂລກ: 110)
ກຳປູເຈຍ (ອັນດັບໂລກ: 120)
ມຽນມາ (ອັນດັບໂລກ: 130)
ຂໍ້ມູນ : worldhappiness.report ແລະ ມ່ວນສະນຸກ.
ຮູບພາບ : Pixabay