spot_img
Homeຂ່າວຕ່າງປະເທດສີຈິ້ນຜິງ ເນັ້ນຢ້ຳໃຫ້ກອງທັບສານສຳພັນໃກ້ຊິດປະຊາຊົນ

ສີຈິ້ນຜິງ ເນັ້ນຢ້ຳໃຫ້ກອງທັບສານສຳພັນໃກ້ຊິດປະຊາຊົນ

Published on

ສຳນັກຂ່າວຊິນຫົວຂອງຈີນລາຍງານເມື່ອວັນທີ 12 ມີນາທີ່ຜ່ານມາວ່າ ຂະນະທີ່ການປະຸຊມສະພາປະຊາຊົນແຫ່ງຊາດຈີນ ຊຸດທີ 13 ຄັ້ງທີ 1 ກຳລັງດຳເນີນຢູ່ທີ່ມະຫາສາລາປະຊາຊົນ ນະຄອນຫຼວງປັກກິ່ງ ປະທານາທິບໍດີ ສີຈິ້ນຜິງ ໄດ້ເນັ້ນຢ້ຳເຖິງຄວາມສຳຄັນຂອງການສ້າງສັນສິ່ງໃໝ່ທາງເທັກໂນໂລຊີການປ້ອງກັນປະເທດ ການເລັ່ງສ້າງລະບົບທີ່ຈະປະສານກອງທັບ ແລະ ປະຊາຊົນເຂົ້າດ້ວຍກັນ ແລະ ການພັດທະນາສັກກະຍາພາບໃນການປະຍຸກໃຊ້ເທັກໂນໂລຊີທັນສະໄໝ ເພື່ອຈະຜັກດັນໃຫ້ກອງທັບກ້າວໜ້າ

ນອກຈາກນີ້ ທ່ານ ສີ ຈິ້ນຜິງ ຍັງກ່າວອີກວ່າ ກອງທັບຈະຕ້ອງປະຕິບັດຕົນໃຫ້ຢູ່ໃນກອບຂອງກົດໝາຍຢ່າງເຂັ້ມງວດ ກອງທັບຄວນນຳລະບົບການກວດສອບວິໄນຂອງພັກ ໄປຮັບໃຊ້ ໃນຂະນະດຽວກັນກໍ່ສອດຄ່ອງກັບແນວທາງຂອງກົດໝາຍ ການບັງຄັບໃຊ້ກົດໝາຍຈະຕ້ອງມີການຄວບຄຸມຢ່າງເຂັ້ມງວດ ເພື່ອໃຫ້ສາມາດນຳໄປຮັບໃຊ້ໄດ້ກັບທັງຂະບວນການສ້າງກອງທັບໃຫ້ເຂັ້ມແຂງ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...