Homeຂ່າວທ້ອງຖິ່ນພິທີປະກາດ ບ້ານຜາເກ່ງໃຫຍ່ ເປັນບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ

ພິທີປະກາດ ບ້ານຜາເກ່ງໃຫຍ່ ເປັນບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ

Published on

ວັນທີ 8 ມີນາ 2018 ນີ້ ຫ້ອງການແນວລາວສ້າງເມືອງພູຄູນ ໄດ້ຈັດພິທີ ປະກາດຮັບຮອງເອົາບ້ານ ຜາເກ່ງໃຫຍ່ເປັນບ້ານສາມັກຄີປອງດອງ ໂດຍການເຂົ້າຮ່ວມຂອງທ່ານ ຄຳຜຸຍ ກິນດາວົງ ຄະນະປະຈຳພັກເມືອງ, ມີຫົວໜ້າຫ້ອງການ, ແຂກທີ່ຖືກເຊີນ, ອຳນາດການປົກຄອງບ້ານຕະຫຼອດຮອດພໍ່່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ທອງຍຸນ ປະທານແນວລາວສ້າງຊາດບ້ານຜາເກ່ງໃຫຍ່ ໄດ້ຂື້ນຜ່ານບົດສະຫຼຸບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ທ່ານໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາໄດ້ມູນເຊື້ອອັນດີງາມຂອງເຜົ່າ ເຮັດໃຫ້ການພັດທະນາວຽກງານຮອບດ້ານມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນການຊີ້ນຳ-ນຳພາຈັດຕັ້ງປະຕິບັດຂໍ້ແຂງຂັນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢ່າງເປັນຂະບວນການ ທົ່ວບ້ານມີ 69 ຄອບຄົວ ພົນລະເມືອງທັງໝົດ 378 ຄົນ, ຍິງ 178 ຄົນ ອາຊີບສ່ວນໃຫຍ່ແມ່ນປູກຝັງ-ລ້ຽງສັດ ແລະ ການບໍລິການຈຳນວນໜຶ່ງ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ສະເລ່ຍໄດ້ 1 ລ້ານ 7 ແສນກວ່າກີບ ຕໍ່ຄົນຕໍ່ປີ ຜ່ານການຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມ 4 ມາດຖານ ຂອງຂອງຄະນະກຳມະການ ແນວລາວສ້າງຊາດວາງອອກ ມີຄອບຄົວຄົບຕາມມາດຖານເງືອນໄຂ ເທົ່າກັບ 100% ຂອງຄອບຄົວທັງໝົດ. ເພື່ອເປັນການຢັ້ງຢື່ນເຖິງຜົນງານທີ່ອຳນາດການປົກຄອງພໍ່ແມ່ປະຊາຊົນຍາດໄດ້ນັ້ນ ທ່ານ ຄຳຜຸຍ ກິນດາວົງ ຄະນະປະຈຳພັກເມືອງ ໄດ້ໃຫ້ກຽດມອບໃບຢັ້ງຢືນແກ່ຄອບຄົວ ແລະ ບ້ານຜາເກ່ງໃຫຍ່ເປັນບ້ານສາມັກຄີປອງດອງ ພ້ອມທັງໃຫ້ກຽດໂອ້ລົມຕໍ່ອຳນາດການປົກຄອງພໍ່ແມ່ປະຊາຊົນ.

 

ພາບ ແລະ ຂ່າວ: ວັນທຽນ ຄຳທະສິດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...