Homeຂ່າວທ້ອງຖິ່ນບໍລິສັດ ບອສຈ໌ ບຸກຕະຫຼາດໃນລາວເຕັມຮູບແບບໂດຍການເປີດຕົວສູນກາງທຸລະກິດໃໝ່

ບໍລິສັດ ບອສຈ໌ ບຸກຕະຫຼາດໃນລາວເຕັມຮູບແບບໂດຍການເປີດຕົວສູນກາງທຸລະກິດໃໝ່

Published on

ເມື່ອຕອນບ່າຍຂອງວັນທີ 12 ມີນາ 2018 ໄດ້ມີພິທີເປີດຕົວສູນກາງທຸລະກິດໃໝ່ຂອງບໍລິສັດ ບອສຈ໌ ທີ່ໜ້າຕຶກທະນາຄານ ANZ ໂດຍມີຜູ້ນຳລະດັບສູງພ້ອມດ້ວຍເຈົ້າໜ້າທີ່ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມໃນການເປີດພິທີເທື່ອນີ້

ບອສຈ໌ ເຂົ້າມາມີບົດບາດໃນລາວເມື່ອປີ 2012 ໂດຍມີຫ້ອງການຜູ້ຕ່າງໜ້າບໍລິສັດ ບອສຈ໌ ໂດຍໄລຍະ 6 ປີທີ່ຜ່ານມາໃນລາວ ບອສຈ໌ ໄດ້ຖ່າຍທອດຄວາມຮູ້ ແລະ ຊ່ວຍເຫຼືອຊຸມຊົນທ້ອງຖິ່ນດ້ວຍໂຄງການ “ຜູ້ສ້າງອະນາຄົດ” ໂດຍຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ ເພື່ອໃຫ້ການຝຶກອົບຮົມວະສະວະກອນໜຸ່ມຜູ້ທີ່ມີຄວາມສາມາດ.

ຫ້ອງການບໍລິສັດ ບອສຈ໌ ຕັ້ງຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ປະເທດລາວ ສູນທຸລກະດໃໝ່ນີ້ແມ່ນລວມມີຫ້ອງການ, ສະຖານທີ່ຝຶກອົບຮົມ, ຫ້ອງວາງສະແດງ ພ້ອມກັບໜ່ວຍງານບໍລິການຫຼັງການຂາຍ ແລະ ໜ່ວຍຂາຍ ສຳລັບຜະລິດຕະພັນຕ່າງໆ ເປົ້າໝາຍແມ່ນແນ່ໃສ່ອຸປະກອນດ້ານພະລັງງານ, ບໍລິການຫຼັງການຂາຍສຳລັບລົດຍົນ, ລະບົບຄວາມປອດໄພ ແລະ ລະບົບຂັບເຄື່ອນ ແລະ ຄວບຄຸມ, ການຂະຫຍາຍການເຂົ້າເຖິງ ແລະ ບໍລິການລູກຄ້າ ແລະ ທຸລະກິດທ້ອງຖິ່ນ.

ບອສຈ໌ ເປັນຜູ້ຕອບສະໜອງດ້ານເຕັກໂນໂລຊີ ແລະ ການບໍລິການຊັ້ນນຳຂອງໂລກ ດ້ານອຸດສາຫະກຳຕ່າງໆບໍ່ວ່າຈະເປັນອຸປະກອນເຄື່ອງມືນຳໃຊ້ໃນການກໍ່ສ້າງ, ການສ້າງເຄື່ອງກົນຈັກວິສະວະກຳຂຸດຄົ້ນບໍ່ແຮ່ທີ່ທັນສະໄໝ, ຂະແໜງໂຊລູຊັນແຫ່ງການຂັບເຄື່ອນ, ຂະແໜງເຕັກໂນໂລຊີແຫ່ງອຸດສະຫະກຳ, ຂະແໜງສິນຄ້າອຸປະໂພກ ແລະ ບໍລິໂພກ ແລະ ຂະແໜງເຕັກໂນໂລຂີພະລັງງານ ແລະ ອາຄານ.

ບໍລິສັດ ບອສຈ໌ ປະກອບດ້ວຍບໍລິສັດ Robert Bosch GmbH ແລະ ບໍລິສັດໃນເຄືອກວ່າ 450 ບໍລິສັດ ແລະ ລວມເຖິງສຳນັກງານລະດັບພູມິພາກກວ່າ 60 ປະເທດ, ມີພະນັກງານໃນສ່ວນການຄົ້ນຄວ້າກວ່າ 62,500 ຄົນ ໃນສູນຄົ້ນຄວ້າກວ່າ 125 ແຫ່ງໃນໂລກ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...