Homeຂ່າວພາຍ​ໃນສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ

ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ

Published on

ກອງປະຊຸມລະດົມແນວຄວາມຄິດ ກ່ຽວກັບວຽກງານ ມໍລະດົກວັດທະນະທຳຂອງມວນມະນຸດ(ໂລກ), ໄດ້ຈັດຂຶ້ນ ໃນວັນທີ 9 ມີນາ 2018 ທີ່ຜ່ານມານີ້ ທີ່ນະຄອນຫລວງວຽງຈັນໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ, ເພື່ອ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ບົດຟ້ອນລຳວົງລາວ ທີ່ຈະນຳສະເໜີ ຂຶ້ນທະບຽນກັບອົງການ ຢູເນັສ ໂກ (UNESCO) ໃຫ້ເປັນ ມໍລະດົກໂລກ.

ອີງຕາມຂໍ້ຕົກລົງ ຂອງ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບຮຽບຮຽງແບບຟອມມໍລະດົກວັດ ທະນະທຳ ທີ່ບໍ່ເປັນວັດຖຸປະເພດສິລະປະການສະແດງລຳ ວົງລາວ ເລກທີ 141/ຖວທ ລົງວັນທີ 13/02/2018 ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຮຽບຮຽງບົດສະເໜີລຳວົງລາວ ເພື່ອຂຶ້ນທະບຽນກັບອົງການຢູເນັສໂກ (UNE SCO) ໃນສົກປີ 2019 ໃຫ້ເປັນມໍລະດົກວັດທະນະທຳ ຂອງມວນມະນຸດ, ເຊິ່ງການກຳນົດປະເພດມໍລະດົກວັດ ທະນະທຳ ເພື່ອສະເໜີຂຶ້ນທະບຽນດັ່ງກ່າວ, ແມ່ນອີງໃສ່ 2 ເງື່ອນໄຂຫລັກເຊັ່ນ: ການສ່ຽງຕໍ່ການສູນເສຍ, ສູນຫາຍ ແລະ ຜິດພ້ຽນຈາກດັ່ງເດີມໄປຕາມການເວລາ.

ພ້ອມນີ້, ກອງປະຊຸມຍັງໄດ້ລະດົມຄວາມຄິດກ່ຽວກັບ ວຽກງານມໍລະດົກວັດທະນະທຳ ເພື່ອສະເໜີຂຶ້ນທະບຽນ ເປັນມໍລະດົກຂອງມວນມະນຸດ (ໂລກ), ເຊິ່ງມີປະເພດມໍລະ ດົກວັດທະນະທຳ ຮີດຄອງປະເພນີ ຄື: ປະເພນີບຸນປີໃໝ່ ລາວ, ພິທີໃສ່ບາດ, ພິທີບາສີສູ່ຂວັນ ແລະ ບຸນຄຸນເຂົ້າ ຫລື ບຸນກອງເຂົ້າເປັນຕົ້ນ.

 

ແຫລ່ງຂ່າວ: Sengaloun Sayalath

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...