Homeຂ່າວການພັດທະນານັກລົງທຶນຈີນ ໃນໂຄງການນໍ້າອູ 3 ຈະສ້າງເຮືອນ ໃຫ້ແກ່ 311 ຄອບຄົວ

ນັກລົງທຶນຈີນ ໃນໂຄງການນໍ້າອູ 3 ຈະສ້າງເຮືອນ ໃຫ້ແກ່ 311 ຄອບຄົວ

Published on

ທ່ານຄຳ​ຂັນ​ ຈັນ​ທະວິີສຸກ ​ເຈົ້າ​ແຂວງໆ​ຫຼວງ​ພະ​ບາງ ພ້ອມຄະນະ ໄດ້​ເດີນທາງ ​ລົງ​ໄປ​ຢ້ຽມຢາມ​ໂຄງການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃໝ່ ​ໃຫ້​ປະຊາຊົນ​ລາວ​ທີີ່ ​ໄດ້​ຮັບຜົນ​ກະທົບ​ຈາກ​ໂຄງການ​ກໍ່ສ້າງ​ເ​ຂື່​ອນ​ໄຟຟ້າ​ນໍ້າ​ອູ 3 ຢູ່​ໃນ​ເຂດ​ເມືອງ ​ງອຍ ​ເມື່ອບໍ່ດົນ​ມາ​ນີ້ ​ໂດຍ​ກຸ່ມ​ບໍ
ລິສັດ Power China ຈຳກັດ​ຈາກ​ຈີນ​ຜູ້​ລົງທຶນ​ໃນ​ໂຄງ​ການ​ດັ່ງກ່າວ​ນີ້​ກໍ່​ໄດ້​ໃຫ້​ການ​ຢືນຢັນ​ວ່າ ການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃໝ່​ ໃຫ້​ກັບ​ປະຊາຊົນ​ລາວ​ຈນວນ​ທັງ​ໝົດ 311 ຄອບຄົວ​ຈາກ 13 ບ້ານໃນ​ເມືອງ​ຂວາ ​ກັບ 1 ບ້ານ​ໃນ​ເມືອງ​ໃໝ່​ແຂວງ​ຜົ້ງສາລີ ​ແລະ​ 4 ບ້ານ​ໃນ​ເຂດເມືອງ​ ງອຍ ​ແຂວງ ​ຫຼວງ​ພະ​ບາງ​ນັ້ນ ຈະ​ແລ້ວ​ສຳເລັດ​ໃນ​ປີ 2019.

ໂດຍ​ປັດຈຸບັນ​ກຸ່ມບໍລິ​ສັດ Power China ກຳລັງ​ດຳ​ເນີນການ​ກໍ່​ສ້າງ​ບ້ານ​ຈັດ​ສັນ​ໃໝ່​ຢູ່​ເຂດ​ເມືອງ​ ງອຍ​ໃນ​ພື້ນ​ທີ່ 4 ບ້ານ​ດ້ວຍ​ກັນ​ກໍ​ຄື ບ້ານ​ຫາດ​ຂາມ​ຈຳນວນ 72 ຫຼັງຄາ ບ້ານ​ສົບ​ຂິງ 86 ຫຼັງຄາ ບ້ານ​ໂພນ​ຊະ​ນະ 50 ຫຼັງຄາ ​ແລະ​ບ້ານ​ຫາດ​ສາ 75 ຫຼັງຄາ ສ່ວນ​ທີ່​ເຫຼືອ​ປະຊາຊົນ​ລາວ​ຈະ​ກໍ່​ສ້າງ​ເອງ​ດ້ວຍ​ເງິນຊົດ​ເຊີຍ​ຈາກ​ກຸ່ມ​ບໍລິສັດ Power China ຈຳກັດ.

ໂດຍ​ຈາກ​ການ​ສຳ​ຫຼວດ ​ແລະ​ເກັບ​ກໍາ​ຂໍ້​ມູນ​ໃນ​ໄລຍະ​ກ່ອນ​ໜ້າ​ນີ້ ພົບ​ວ່າ​ມີ​ປະຊາຊົນ​ລາວ 2,000 ກວ່າ ​ຄົວ​ເຮືອນ ຫຼື 10,000 ກວ່າ​ຄົນ ໃນ 28 ບ້ານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ກໍ່ສ້າງ​ເຂື່ອນ​ນໍ້າ​ອູ ທັງ 7 ​ໂຄງການ​ຊຶ່ງ​ຜ່ານ​ມາ​ກໍ​ມີ​ລາຍ​ງານ​ວ່າ​ກຸ່ມ​ຜູ້​ລົງ​
ທຶນ​ໃນ​ໂຄ​ງການ​ໄດ້​ຈ່າຍ​ເງິນ​ຊົດ​ເຊີຍ​ຄ່າ​ທີ່​ດິນ ​ແລະ​ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະຊາຊົນ​ລາວທີ່​ຖືກ​ກະທົບ​ຈາກ​ໂຄງການ​ເຂື່ອນ​ນໍ້າ​ອູ 2, 5 ​ແລະ 6 ​ໄປ​ແລ້ວ ​ແຕ່​ວ່າ​ຈາກ​ການ​ສຳ​ຫຼວດ​ແລະເກັບ​ກໍາ​ຂໍ້ມູນ​ໂດຍ​ອົງການ​ແມ່​ນໍ້າ​ສາກົນ (International River) ພົບ​ວ່າ​ຈະ​ມີ​ປະຊາ​ຊົນ​ລາວ​ໃນ 89 ບ້ານ​ທັງ​ໃນ​ແຂວງ​ຜົ້ງສາລີ ​ແລະ​ແຂວ​ງ​ອຸດົມ​ໄຊ ​ແລະ ​ແຂວງ​ ຫຼວງ​ພະ​ບາງ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ເຂື່ອນ​ນໍ້າ​ອູ ຊຶ່ງ​ສ່ວນ​ໃຫຍ່​ຍັງ​ບໍ່ທັນ​ໄດ້​ຮັບ​ການ​ຊົດ​ເຊີຍ​ແຕ່ຢ່າງ​ໃດ.

ທາງ​ດ້ານ​ກຸ່ມ​ບໍລິ​ສັດ Power China ຈຳກັດ​ຈາກ​ຈີນ​ ລາຍ​ງານ​ວ່າການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າ​ອູ ທັງ 7 ​ໂຄງການ ​ຈະ​ແລ້ວ​ເສັດ​ພາຍ​ໃນ​ປີ 2020 ດ້ວຍ​ເງິນ​ລົງທຶນ​ລວມ2,800 ລ້ານ​ໂດ​ລາ ​ໂດຍ​ທັງ 7 ໂຄງການ​ຈະ​ມີ​ກຳລັງ​ຕິດ​ຕັ້ງ​ລວມ 1,272 ​ເມ​ກາ​ວັດ ​
ໂດຍ​ຈະ​ຂາຍ​ໃຫ້​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL) ​ໃນ​ຕະຫຼອດ​ໄລຍະ​ສຳ​ປະທານ29 ປີ ນັບ​ຈາກ​ປີ​ທີ່​ກໍ່ສ້າງ​ແລ້ວ​ເສັດ ກໍ​ຄື​ປີ 2020 ​ເປັນ​ຕົ້ນ​ໄປ.

 

ແຫລ່ງຂ່າວ: ວີໂອເອລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...