Homeຂ່າວທ້ອງຖິ່ນເຄື່ອງໃຊ້ໄຟຟ້າທີ່ວາງຂາຍຕ້ອງຜ່ານການຢັ້ງຢືນ-ຕິດສະຫຼາກເປັນພາສາລາວ

ເຄື່ອງໃຊ້ໄຟຟ້າທີ່ວາງຂາຍຕ້ອງຜ່ານການຢັ້ງຢືນ-ຕິດສະຫຼາກເປັນພາສາລາວ

Published on

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເລັງເຫັນຄວາມສຳຄັນຂອງປັນຫາດັ່ງກ່າວ ຈຶ່ງໄດ້ອອກຂໍ້ຕົກລົງ ເພື່ອຄຸ້ມຄອງຄວາມປອດໄພຂອງອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອລັກໂຕຣນິກໃນ ສປປ ລາວ ເມື່ອວັນທີ 12 ມັງກອນ ທີ່ຜ່ານມາ. ໃນນັ້ນ ໄດ້ມີການກຳນົດລະບຽບ ແລະ ມາດຕະການຕ່າງໆ ເພື່ອກວດກາ, ຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພຂອງສິນຄ້າ ທີ່ຜະລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ໃນລາວ.

ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກໃນທີ່ນີ້ ໝາຍເຖິງອຸປະກອນທີ່ນຳໃຊ້ໄຟຟ້າກະແສສະຫຼັບແຮງຕໍ່າແຕ່ 50 ໂວນ ຫາ 100 ໂວນ ຫຼື ນຳໃຊ້ໄຟຟ້າກະແສງກາງແຕ່ 75 ໂວນ ຫາ 1500 ໂວນ.

ສຳລັບກົດເພື່ອຄຸ້ມຄອງຄວາມປອດໄພທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ວາງອອກກໍຄື ບັນດາອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອລັກໂຕຣນິກ ທີ່ຢູ່ໃນລາວ ຕ້ອງມີການຕິດສະຫຼາກ ຫຼື ເຄື່ອງໝາຍເປັນພາສາລາວ ພ້ອມທັງຜ່ານການຢັ້ງຢືນ ແລະ ກວດກາຄຸນນະພາບ ແລະ ຄວາມປອດໄພຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ນອກນັ້ນ ໃນຂໍ້ຕົກລົງດັ່ງກ່າວຍັງໄດ້ກຳນົດໃຫ້ຜູ້ດຳເນີນທຸລະກິດທີ່ກ່ຽວຂ້ອງກັບເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຕ້ອງຮັບຜິດຊອບທຸກຜົນເສຍຫາຍທີ່ເກີດຂຶ້ນຈາກອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກທີ່ບໍ່ຜ່ານການຢັ້ງຢືນ ແລະ ກວດກາຄຸນນະພາບ ແລະ ຄວາມປອດໄພ ຈາກໜ່ວຍງານທີ່ຮັບຜິດຊອບ ແລະ ການປອມແປງເອກະສານໃບຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພຕ່າງໆກໍຖືວ່າເປັນການລະເມີດຂໍ້ຕົກລົງ ແລະ ຈະຖືກມາດຕະການຕາມທີ່ລະບຽບກົດໝາຍໄດ້ກຳນົດໄວ້.

 

ແຫລ່ງຂ່າວ : Lao Official Gazette ແລະ ມ່ວນສະນຸກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...