spot_img
Homeຂ່າວທ້ອງຖິ່ນບ້ານເຮືອນປະຊາຊົນຫຼາຍກວ່າ 100 ຫຼັງຄາເສຍຫາຍ ງົວຖືກຟ້າຜ່າຕາຍ 27 ໂຕ

ບ້ານເຮືອນປະຊາຊົນຫຼາຍກວ່າ 100 ຫຼັງຄາເສຍຫາຍ ງົວຖືກຟ້າຜ່າຕາຍ 27 ໂຕ

Published on

ສຳນັກຂ່າວສານປະເທດລາວລາຍງານວ່າ: ພາຍຫລັງ​ ສິ້ນ​ສຸດ​ລະດູໜາວ ກ້າວ​ສູ່​ລະດູ​ຮ້ອນ ​ເຊິ່ງ​ໃນ​ຕອນ​ຄໍ່າຂອງ​ວັນ​ທີ 21 ກຸມພາ 2018 ​ໄດ້​ເກີດ​ມີສະພາບຝົນຕົກ ​ແລະ ຟ້າ​ລົມ​ພັດ​ແຮງ ​ຄັ້ງ​ທຳ​ອິດ ໃນ​ຫລາຍ​ພາກ ​ຂອງ​ປະ​ເທດລາວ​ ອັນ​ໄດ້​ສົ່ງ​ຜົນ​ກະທົບ​ ​ແລະ ສ້າງ​ຄວາມ​ເສຍ​ຫາຍ ທາງ​ດ້ານ​ຊັບ​ສິນ, ​ເຮືອນ​ຊານ ​ແລະ ສັດລ້ຽງ ຂອງປະຊາ​ຊົນ ​ບາງທ້ອງຖິ່ນ ​ໂດຍ​ສະ​ເພາະ​ ຢູ່​ເມືອງໜອງ​ແຮດ ​ແຂວງ​ ຊຽງ​ຂວາງ ​ແລະ ​ເມືອງ​ແກ່ນ​ທ້າວ ​ແຂວງ​ໄຊ​ຍະ​ບູລີ ​ແລະ ​ທ້ອງ​ຖິ່ນ​ອື່ນໆ.

ທ່ານ ໜໍ່ ບີຮ່າ ​ເຈົ້າ​ເມືອງ​ໜອງ​ແຮດ ​ແຂວງ​ຊຽງ​ຂວາງ​ ໃຫ້​ຮູ້​ວ່າ: ​ໃນຕອນ​ຄໍ່າ ຂອງວັນ​ທີ 21 ກຸມພານີ້ ​ເວລາປະມານ 16 ​ໂມງ ​ໄດ້​​ເກີດມີ​ຝົນຕົກ, ລົມ​ພັດ​ແຮງ ​ແລະ ມີ​ໝາກ​ເຫັບ​ຕົກ ​ເຮັດ​ໃຫ້​ເຮືອນ​ຊານ ຂອງ​ປະຊາຊົນ​​ ຄື: ບ້ານ​ຜາ​ຫວາຍ​ ເສຍ​ຫາຍ 70 ຫລັງຄາ​ເຮືອນ ​ແລະ ບ້ານ​ຄັງ​ພະ​ນຽນ ​ເສຍ​ຫາຍ 10 ຫລັງຄາ​ເຮືອນ ​​ລວມ 80 ຫລັງຄາ​ເຮືອນ ​ເຊິ່ງ ການ​ເສຍ​ຫາຍ​ດັ່ງກ່າວ ​ເຮັດ​ໃຫ້​ຫລັງຄາ​ເຮືອນ​ເປ່​ເພ, ກະ​ເບື້ອງ​ແຕກ ​ແລະ ສັງກະສີ​ຊອດ, ​ແຕ່​ບໍ່​ມີ​​ປະຊາຊົນ​ໄດ້​ຮັບ​ບາດ​ເຈັບ.

ສ່ວນ​ທາງ​ດ້ານ ​ທ່ານເຈົ້າ​ເມືອງ​ແກ່ນ​ທ້າວ ​ແຂວງ​ໄຊ​ຍະ​ບູລີ ກໍ່ໄດ້​​ບອກກັບ ​ນັກ​ຂ່າວ​ວ່າ: ​ໃນ​​ເວລາ ປະມານ 7 ​ໂມງ​ເຊົ້າ ຂອງ​ວັນ​ທີ 22 ກຸມພາ 2018 ​ໄດ້​ເກີດ​ມີ​ເຫດການ​ຟ້າຜ່າ​ງົວ ​ຂອງ​ປະຊາຊົນ ບ້ານ​ນາ​ຫີນ ຄອບຄົວ​ດຽວ ຕາຍ​ຈຳນວນ 27 ​ໂຕ ​ເປັນ​ງົວ​ໃຫຍ່ 19 ​ໂຕ ​ແລະ ງົວ​ນ້ອຍ 8 ​ໂຕ, ລວມມູນ​ຄ່າ​ ຄວາມ​ເສຍ​ຫາຍ ປະມານ 162 ລ້ານ​ກີບ. ທ່ານ​ເຈົ້າ​ເມືອງ​ແກ່ນ​ທ້າວ ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈ ​ຕໍ່ຄອບຄົວ​ທີ່​ໄດ້ ​ຮັບ​ຄວາມ​ເສຍ​ຫາຍ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເກີດ​ຈາກ​ ໄພ​ທຳ​ມະ​ຊາດທີ່ບໍ່ອາດ​ຈະຫລີກ​ລ້ຽງ​ໄດ້, ພ້ອມ​ທັງ ສັນນິຖານ​ວ່າ ເຫດການ​ຄັ້ງ​ນີ້​ ອາດ​ເປັນ​ຍ້ອນມີ​ຕົ້ນ​ໄມ້​ໃຫຍ່ ​ຢູ່​ໃກ້​ກັບ​ຄອກ​ງົວ ຈຶ່ງ​ເຕືອນ​ໃຫ້​ປະຊາຊົນ ​ຄວນ​ລະມັດລະ​ວັງ​ຕື່ມ.

ຢ່າງ​ໃດ​ກໍ່ຕາມ ທ່ານ​ເຈົ້າ​ເມືອງ​ແກ່ນ​ທ້າວ ຍັງ​ໄດ້​ຍົກ​ໃຫ້​ເຫັນ ສະພາບ​ການທາງ​​ໄພພິບັດ ​ນໍ້າຖ້ວມ ທີ່​ເກີດ​ຂຶ້ນ ​ໃນ​​ໄລຍະ​ລະດູຝົນ ​ຂອງ​ປີຜ່ານມາ ກໍ່ໄດ້​ສ້າງຄວາມ​ເສຍ​ຫາຍ​ ທາງ​ດ້ານ​ຊັບ​ສິນ ​ແລະ ຊີວິດ​ ຂອງ​ປະຊາຊົນ ​ເມືອງ​ແກ່ນ​ທ້າວ ຈຳນວນ 6 ບ້ານ, ສ່ວນ​ໃນ​ປີ​ກ່ອນ ກໍ່ໄດ້​ມີ​ເຫດການ​ ຟ້າຜ່າ​ຄວາຍ​ຂອງ​ປະຊາຊົນ ຕາຍ​ກວ່າ 10 ​ໂຕ. ສະ​ເພາະປີ​ນີ້ ພໍ​ກ້າວ​ສູ່ລະດູຝົນ​ ກໍ່ໄດ້​ເລີ່​ມ ມີ​ປະກົດ​ການ​ທາງ​ທຳ​ມະ​ຊາດ ທີ່​ສ້າງ ​ຄວາມ​ເສຍ​ຫາຍ​ຕໍ່ສັດລ້ຽງ ຂອງ​ປະຊາຊົນ. ດັ່ງ​ນັ້ນ, ຈຶ່ງ​ຮຽກຮ້ອງ​ ໃຫ້​ປະຊາຊົນ​ຈົ່ງ​ມີ​ສະຕິ​ລະວັງ​ຕົວ ​ໃຫ້​ຫລາຍ​ຂຶ້ນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...