Homeຂ່າວພາຍ​ໃນຄວາມຄືບໜ້າໂຄງການສ້າງທາງດ່ວນວຽງຈັນ-ປາກເຊ.

ຄວາມຄືບໜ້າໂຄງການສ້າງທາງດ່ວນວຽງຈັນ-ປາກເຊ.

Published on

ຜ່ານການປະມູນ ແລະ ຄັດເລືອກເອົາບັນດາບໍລິສັດເພື່ອດຳເນີນສຳຫຼວດ ແລະ ສ້າງບົດວິພາກເສດຖະກິດເຕັກນິກໂຄງການທາງດ່ວນ ວຽງຈັນ-ປາກເຊ ແມ່ນມີ 4 ບໍລິສັດຄື: 1). ບໍລິສັດ China Yunnan Sunny Road & Bridge ສປ ຈີນ; 2).ບໍລິສັດChina Road & Bridge Corporation ສປ ຈີນ; 3: ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ (ລາວ) ແລະ 4: ກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ (ລາວ) ທີ່ໄດ້ຮັບການຄັດເລືອກເພື່ອຈັດຕັ້ງປະຕິບັດໂຄງການ.

ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍການມອບຊ່ວງແລວທາງໃຫ້ບັນດາບໍລິສັດທີ່ຜ່ານການປະມູນ ແລະ ຄັດເລືອກ ເພື່ອດຳເນີນການສຳຫຼວດ ແລະ ສ້າງບົດວິພາກເສດຖະກິດເຕັກນິກຕໍ່ໂຄງການທາງດ່ວນວຽງຈັນ-ປາກເຊ (ແລວທາງໃໝ່) ໃນຮູບແບບ BOT ໃຫ້ດຳເນີນໄປຢ່າງມີປະສິດທິຜົນ, ຖືກຕ້ອງຕາມລະບຽບການ ແລະ ຂັ້ນຕອນ. ໂດຍມອບໃຫ້ບໍລິສັດ China Yunnan Sunny Road & Bridge ສປ ຈີນ ຮັບຊ່ວງແລວທາງແຕ່ແຂວງບໍລິຄຳໄຊ ຫາ ທ່າແຂກ ແຂວງຄຳມ່ວນ ໄລຍະທາງ 164 ກິໂລແມັດ; ມອບໃຫ້ກຸ່ມບໍລິສັດ ດວງຈະເລີນ ພັດທະນາຈຳກັດ (ລາວ) ທ່າແຂກ ແຂວງຄຳມ່ວນ-ສະຫວັນນະເຂດ (ແຍກທາງເລກ9) ໄລຍະທາງ 117 ກິໂລແມັດ; ມອບໃຫ້ ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາມະຫາຊົນ (ລາວ) ຮັບຊ່ວງແຕ່ສະຫວັນນະເຂດ-ແຍກທາງເລກທີ 15 ແຂວງສາລະວັນ ໄລຍະທາງ 128 ກິໂລແມັດ ແລະ ມອບໃຫ້ບໍລິສັດ China Road & Bridge Corporationສປ ຈີນ ຮັບຊ່ວງແຕ່ສາລະວັນ-ຈຳປາສັກ ໄລຍະທາງ 82ກິໂລແມັດ.

ທ່ານ ບຸນຍະວັດ ນີລະໄຊຍ໌ ຜູ້ປະສານງານໂຄງການທາງດ່ວນວຽງຈັນ-ປາກເຊ ໃຫ້ຮູ້ວ່າ: ແຜນສ້າງທາງດ່ວນແຕ່ວຽງຈັນ-ປາກເຊ ແມ່ນເປັນໂຄງການທີ່ຕິດພັນກັບໂຄງການທາງດ່ວນວຽງຈັນ-ຮ່າໂນຍ (ວຽງຈັນ-ປາກຊັນ-ຫຼັກຊາວ ຊາຍແດນ ສສ ຫວຽດນາມ) ທີ່ເປັນອີກໂຄງການດ່ວນທີ່ຈະໄດ້ຮັບການສ້າງຕັ້ງຂຶ້ນ. ສະນັ້ນ, ໂຄງການທາງດ່ວນວຽງຈັນ-ປາກເຊ ແມ່ນຈະມີທີ່ຕັ້ງເຊື່ອມຕໍ່ຈາກປາກຊັນ-ປາກເຊ ຫຼັງຈາກທີ່ໄດ້ຮັບການຄັດເລືອກ ແລະ ແບ່ງຊ່ວງໃຫ້ບໍລິສັດນີ້ສຳເລັດ, ຂັ້ນຕອນຕໍ່ໄປແມ່ນຈະໄດ້ມີການເຈລະຈາເຊັນ MOU ສຶກສາຄວາມເປັນໄປໄດ້ ແລະ ການອອກແບບດ້ານເຕັກນິກຕ່າງໆຂອງທາງຕໍ່ໄປ.

 

ແຫລ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...