Homeຂ່າວທ້ອງຖິ່ນນັກລົງທຶນຈາກຈີນສົນໃຈຮ່ວມທຶນກັບສາຍການບິນແຫ່ງຊາດລາວ

ນັກລົງທຶນຈາກຈີນສົນໃຈຮ່ວມທຶນກັບສາຍການບິນແຫ່ງຊາດລາວ

Published on

ນັກລົງທຶນຈາກຈີນເປັນໜຶ່ງໃນບັນດາ8 ນັກຮ່ວມທຶນ ຫຼື ບໍລິສັດທີ່ມີຄວາມສົນໃຈຮ່ວມທຶນຖືຮຸ້ນກັບສາຍການບິນແຫ່ງຊາດຂອງລາວ ,ເຊັ່ນດຽວກັນກັບບໍລິສັດຈາກເກົາຫຼີ ແລະ ໄທ ,ແຕ່ພາຍຫຼັງການພິຈາລະນາເຫັນວ່ານັກຮ່ວມທຶນຈາກຈີນມີຄຸນສົມບັດ ແລະ ມີເງືອນໃຂດີທີ່ສຸດ ເຊິ່ງນັກລົງທຶນດັ່ງກ່າວໄດ້ດໍາເນີນທຸລະກິດອະສັງຫາລິມະສັບ ແລະ ສາຍການບິນໃນ ສປ.ຈີນ ມາກ່ອນ.

ທ່ານ ຈະເລີນ ເຢຍປາວເຮີ ໄດ້ເປີດເຜີຍ ແກ່ສື່ມວນຊົນ ແລະ ແອຣ໌ໂຣ ລາວ ວ່າ ,ພາກລັດບໍ່ມີຄວາມປະສົງຈະຂາຍກິດຈະການການບິນ ແຫ່ງຊາດ ແຕ່ເບິ່ງຫາຄູ່ຮ່ວມທຸລະກິດທີ່ມີເງື່ອນໃຂຄົບຖ້ວນທີ່ສຸດເຂົ້າມາພັດທະນາສາຍການບິນແຫ່ງຊາດ .

ປະຈຸບັນນີ້ສາຍການບິນແຫ່ງຊາດມີພາຫະນະການບິນປະເພດອາຍພົນ Single Aisle /Airbus A320 ຈໍານວນ4ລໍາ ແລະ ຈັກໃບພັດ Turboprop /ATR72-500/600 ຈໍານວນ7ລໍາ ,ລວມທັງໝົດເປັນ 11ລໍາ .

ເຊິ່ງໃນປີ 2016 ສາຍການບິນແຫ່ງຊາດໄດ້ໃຫ້ບໍລິການຜູ້ໂດຍສານແລ້ວ 924,924ຄົນ ໃນນັ້ນເປັນຕ່າງປະເທດຈໍານວນ 543,422ຄົນ,

ໃນກອງປະຊຸມສະພາແຫ່ງຊາດ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄໍາຄິດເຫັນຕໍ່ສະພາແຫ່ງຊາດ ສະເໜີວ່າວິສາຫະກິດຂອງລັດບາງຂະແໜງຄວນຫຼຸດຜ່ອນການອິງໄສ່ງົບປະມານແຫ່ງລັດ ໂດຍຫັນເປັນທຸລະກິດ ແລະ ຄູ່ຮ່ວມສາກົນຫຼາຍຂຶ້ນ .

 

ແຫລ່ງຂ່າວ: AeroLAOS | ເພຈຂ່າວການບິນ 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...