Homeຂ່າວທ້ອງຖິ່ນຖວທ ຕ້ອງປັບປຸງວຽກງານໃຫ້ສອດຄ່ອງ ແລະ ແທດເໝາະກັບຕົວຈິງ ໃນໄລຍະໃໝ່

ຖວທ ຕ້ອງປັບປຸງວຽກງານໃຫ້ສອດຄ່ອງ ແລະ ແທດເໝາະກັບຕົວຈິງ ໃນໄລຍະໃໝ່

Published on

​ວັນ​ທີ 16 ກຸມພາ 2018 ທີ່​ຫໍ​ວັດທະນະທຳ​ແຫ່ງຊາດ ກອງ​ປະຊຸມ​ວຽກ​ງານ​ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (​ຖວທ) ທົ່ວ​ປະເທດ ໄດ້​ສຳເລັດ​ຢ່າງ​ຈົບງາມ ໂດຍການ​ເປັນ​ປະທານ​ຂອງ​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີກະຊວງ ຖວທ ໃຫ້​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​ຮອງ​ລັດຖະມົນຕີ ແລະ ພາກສ່ວນ​ກ່ຽວຂ້ອງ.

ວຽກ​ງານ ຖວທ ຍັງ​ສືບຕໍ່​ເຄື່ອນໄຫວ​ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ ສ້າງ​ໂອກາດ​ເງື່ອນໄຂ​ອຳນວຍຄວາມ​ສະດວກ​ໃຫ້​ວຽກ​ງານ ຖວທ ທົ່ວ​ປະເທດ​ພ້ອມ​ນີ້ ກໍ່​ຈະ​ປັບປຸງ​ແຜນວຽກ​ຈຸດ​ສຸມ​ຂະແໜງ ຖວທ ປີ 2018 ໂດຍ​ກຳນົດ​ຄາດໝາຍ​ລະອຽດ ແຕ່​ລະ​ວຽກ​ໃຫ້​ສອດຄ່ອງສືບຕໍ່​ຍົກ​ລະດັບ​ວຽກ​ງານ​ສື່​ມວນຊົນ​ຈາກ​ລະບົບ​ອານາ​ລ໋ອກ ໄປ​ສູ່ລະບົບ​ດີ​ຈີ​ຕອນ​ໃຫ້​ໄດ້ 1 ແຂວງ ຂະຫຍາຍ​ຕາ​ໜ່າງ​ໂທລະ​ໂຄ່ງໃຫ້​ໄດ້ 250 ບ້ານ ສ້າງ​ຄອບຄົວວັດທະນະທຳ 30.000 ຄອບຄົວ ບ້ານ​ວັດທະນະທຳ 200 ບ້ານ ຊຸກຍູ້​ຕິດຕາມ​ການ​ນຳ​ສະເໜີ​ທົ່ງໄຫ​ຫີນ ແຂວງ​ຊຽງ​ຂວາງ ແລະ ພູ​ຫີນ​ໜາມ​ໜໍ່ ແຂວງ​ຄຳ​ມ່ວນ ເຂົ້າ​ເປັນ​ມໍລະດົກ​ໂລກ ຈັດ​ຕັ້ງ​ປະຕິ​ບັດ​ກິດຈະກຳ​ຕ່າງໆ​ໃນ​ປີ​ທ່ອງທ່ຽວ​ລາວ 2018 ໃຫ້​ສາມາດດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວທົ່ວ​ປະເທດ​ບໍ່​ໃຫ້​ຫຼຸດ 5 ລ້ານ​ຄົນ ແລະ ສ້າງ​ລາຍ​ຮັບ​ໃຫ້​ໄດ້​ປະມານ 900 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 7.200 ຕື້​ກີບ.

ໂອກາດ​ນີ້ ທ່ານ​ນາຍົກ​ໄດ້​ໃຫ້ກຽດ​ໂອ້​ລົມ ເນັ້ນ​ບາງ​ດ້ານ​ໃຫ້​ຂະແໜງ ຖວທ ສຸມ​ໃສ່​ແກ້​ໄຂ ເປັນຕົ້ນ ຕ້ອງ​ສືບຕໍ່​ປັບປຸງ​ກົງຈັກ​ການຈັດຕັ້ງ​ຢູ່​ສູນກາງ ແລະ ທ້ອງຖິ່ນ​ໃຫ້​ສອດຄ່ອງ ແລະ ແທດເໝາະ​ກັບ​ວຽກ​ງານຕົວ​ຈິງ​ໃນ​ໄລຍະ​ໃໝ່ ກຳ​ແໜ້ນແນວທາງ​ນະໂຍບາຍ ຮູ້​ນຳ​ໃຊ້ ຄວາມ​ຮູ້​ຄວາມ​ສາມາດ​ເຂົ້າ​ໃນການ​ປະຕິບັດ​ໜ້າທີ່ໄປ​ຕາມ​ແນວທາງ ໃຫ້​ໄດ້​ຕາມ​ຄາດໝາຍ​ທີ່​ວາງໄວ້ ໂດຍ​ສ້າງ​ເງື່ອນໄຂ ແລະ ສິ່ງອຳນວຍ​ຄວາມ​ສະດວກ ສ້າງ​ກິດຈະ​ກຳ ໂຄສະນາ​ເຜີຍແຜ່​ວັດ​ທະນະ​ທຳ ແລະ ຮີດຄອງ​ປະເພນີ​ອັນດີງາມ​ຂອງ​ຊາດ ຊຸກຍູ້​ສົ່ງເສີມການ​ຜະລິດ​ເຄື່ອງ​ທີ່​ລະນຶກ​ໃຫ້​ມີຫຼາຍ​ສີສັນ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້ປະຊາຊົນ ກໍ່​ຄື​ປະເທດ​ຊາດ​ໂດຍລວມ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວໃຫ້​ເພີ່ມ​ຂຶ້ນ​ທັງ​ປະລິມານ ແລະ ຄຸນະພາບ.

 

ແຫລ່ງຂ່າວພາຍໃນປະເທດ ວຽງຈັນໃຫມ່

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...