Homeຂ່າວພາຍ​ໃນສື່ເກົ່າບໍ່ຕ້ອງຢ້ານສື່ໃໝ່ ຈັ່ງໃດສື່ເກົ່າກໍຍັງໄດ້ປຽບທຸກດ້ານ

ສື່ເກົ່າບໍ່ຕ້ອງຢ້ານສື່ໃໝ່ ຈັ່ງໃດສື່ເກົ່າກໍຍັງໄດ້ປຽບທຸກດ້ານ

Published on

ເປັນຄວາມທ້າທາຍອັນໃຫຍ່ຫຼວງຕໍ່ອະນາຄົດຂອງສື່ກະແສຫຼັກດັ່ງ ໜັງສືພິມ, ວິທະຍຸ, ໂທລະພາບ ແລະວາລະສານ ທີ່ເຄີຍເປັນທີ່ໜຶ່ງໃນອະດີດ ເມື່ອການເກີດຂຶ້ນຂອງສື່ຍຸກໃໝ່ທີ່ທັັງໄວແລະຫຼາກຫຼາຍ ແລະທີ່ສຳຄັນໃຜໆ ກໍສາມາດເປັນຜູ້ສື່ຂ່າວໄດ້ ຕ່າງແຕ່ວ່າໃຜຈະດີກວ່າໃຜທໍ່ນັ້ນເອງ.

ແຕ່ວ່າສິ່ງທ້າທາຍດັ່ງກ່າວນັ້ນ, ກໍບໍ່ເຖິງຂັ້ນວ່າສື່ເກົ່າຫຼືສື່ກະແສຫຼັກຈະຕາຍໄປໄດ້ງ່າຍໆ ດັ່ງເຮົາເຫັນຢູ່ຕ່າງປະເທດ ໂດຍສະເພາະປະເທດອ້ອມຂ້າງຂອງພວກເຮົາ ໜັງສືພິມ, ວິທະຍຸ ແລະໂທລະພາບ ຂອງເຂົາເຈົ້າກໍຍັງຢູ່ໄດ້ແລະນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ໃນອະດີດທີ່ຜ່ານມານັ້ນ, ສື່ເກົ່າຫຼືສື່ກະແສຫຼັກຂອງລາວເຮົາ ກໍເຮັດໜ້າທີ່ຂອງຕົນໄດ້ຢ່າງດີສະເໝີມາ ແລະສາມາດເວົ້າໄດ້ວ່ານັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ຈົນມາຕ້ອງສະດຸດກັບກະຕໍໃຫຍ່ຄືເຟັດບຸກ ເຊິ່ງເປັນສັງຄົມອອນລາຍທີ່ມອບເສລີພາບໃນການເຮັດສື່ໃຫ້ຄົນທຸກຄົນທີ່ຮັກອາຊີບນີ້.

ແຕ່ສື່ໃໝ່ສ່ວນຫຼາຍແລ້ວມີຄວາມໄວ ແຕ່ບໍ່ໄດ້ລະອຽດຫຼືບໍ່ຄ່ອຍມີຄຸນນະພາບ ແລະຍັງເປັນສື່ທີ່ຍັງນຳຫຼັງສື່ເກົ່າຫຼືສື່ກະແສຫຼັກຢູ່ດີ ເພາະສ່ວນຫຼາຍແລ້ວສື່ຍຸກໃໝ່ກໍອາໄສເນື້ອໃນຈາກສື່ເກົ່າຫຼືສື່ກະແສຫຼັກມານຳສະເໜີຕໍ່ທໍ່ນັ້ນເອງ, ສື່ຫຼັກມີເງື່ອນໄຂສູງທີ່ຈະໄປເຈາະຈິ້ມເອົາລາຍລະອຽດມານຳສະເໜີ ໃຫ້ມີຄວາມພິເສດແຕກຕ່າງຈາກສື່ໃໝ່. ດັ່ງນັ້ນ, ສື່ເກົ່າຈຶ່ງບໍ່ຄວນຢ້ານສື່ໃໝ່ຈະທັບຖົມຕົນເອງ.

ສື່ເກົ່າມີຄວາມໄດ້ປຽບທຸກດ້ານ ບໍ່ວ່າຈະເປັນອົງການຈັດຕັ້ງ, ມີອຳນາດ, ມີຄວາມສະດວກໃນການເຂົ້າຫາແຫຼ່ງຂ່າວ, ປະສົບການ, ພື້ນຖານໂຄງລ່າງ, ບຸກຄະລາກອນ ແລະເຄື່ອງມື ລ້ວນແຕ່ດີກວ່າສື່ໃໝ່ຢ່າງໜ້າເຟັດບຸກຫຼືເວັບໄຊຢູ່ແລ້ວ ໃນຂະນະທີ່ສື່ເກົ່າກໍຍັງສາມາດນຳໃຊ້ເທັກໂນໂລຢີສື່ໃໝ່ໄດ້ເຊັ່ນກັນ. ດັ່ງນັ້ນ, ຖ້າສື່ເກົ່າເພິ່ມຄວາມເຂັ້ມຂຸ້ນໃນວິຊາການສື່ແລ້ວເປັນຫຍັງສື່ເກົ່າຈຶ່ງໄປບໍ່ລອດ. ສື່ເກົ່າທີ່ດີຢູ່ແລ້ວນັ້ນຕ້ອງປັບໂຕໃຫ້ດີຂຶ້ນກວ່າເກົ່າ ບໍ່ວ່າຈະເປັນວິທະຍຸ, ໂທລະພາບ ຫຼືສື່ສິ່ງພິມ ຕ້ອງເຈາະເລິກ, ວິເຄາະ, ວິຈານ, ລົງເລິກລາຍລະອຽດ ວິທີນຳສະເໜີ ຕ້ອງງັດເອົາສິ່ງທີ່ສື່ໃໝ່ເຮັດບໍ່ໄດ້ນັ້ນອອກມາໃຊ້ ໂທລະພາບອາດຈະປັບປຸງວິທີການນຳສະເໜີບັນຫາສັງຄົມໃຫ້ຫຼາຍຂຶ້ນ, ນຳກະແສສັງຄົມໃຫ້ທັນ ເຊີນເອົາຜູ້ໃຫຍ່ທີ່ກ່ຽວຂ້ອງກັບກະແສຂ່າວທີ່ກຳລັງເປັນທີ່ສົນໃຈມາອອກລາຍການໃຫ້ຫຼາຍຂຶ້ນ, ເຮັດໃຫ້ປະຊາຊົນໄດ້ຟັງຄຳເຫັນຈາກການນຳ, ຈາກນັກວິຊາການ ຫຼືຜູ້ຊ່ຽວຊານດ້ານຕ່າງໆ ທີ່ກຳລັງເປັນກະແສມານຳສະເໜີໃຫ້ຫຼາຍຂຶ້ນ, ການເລືອກບຸກຄະລາກອນກໍເບິ່ງດ້ານຄວາມຮູ້ຄວາມສາມາດຫຼາຍກວ່າເບິ່ງໜັງໜ້າວ່າງາມຫຼືໜຸ່ມທໍ່ນັ້ນ.

ສະຫຼຸບແລ້ວຈັ່ງໃດໆ ສື່ເກົ່າຫຼືສື່ກະແສຫຼັກກໍມີຈຸດແຂງກວ່າສື່ໃໝ່ແລະຈະບໍ່ຕາຍງ່າຍໆ ດອກ ຖ້າສື່ເກົ່າບຸກແທ້ໆ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...