Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານອາຍາໄທນຳໂຕ ໄຊຊະນະ ແກ້ວພິມພາ ໄປພິຈາລະນາຄະດີ

ສານອາຍາໄທນຳໂຕ ໄຊຊະນະ ແກ້ວພິມພາ ໄປພິຈາລະນາຄະດີ

Published on

ຄົນລາວຫຼາຍຄົນຢາກຮູ້ວ່າ ປັດຈຸບັນ ໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາລາວຍັງຢູ່ໃນການຄວບຄຸມຂອງ ເຈົ້າໜ້າທີ່ຕຳຫຼວດຍາມສະຖານກັກຂັງຫຼືບໍ່ ເຊິ່ງມື້ນີ້ສານນັດສືບພະຍານໂຈດຄະດີ ໄຊຊະນະ ພ້ອມກັບຜູ້ຮ່ວມຂະບວນການ ໂດຍໄດ້ເລິ່ມພິຈາລະນາຄະດີໃນເວລາ 10:00 ມື້ນີ້.

ວັນທີ 15 ກຸມພາ 2018 ເວລາ 8:30 ສານອາຍາ ເບີກໂຕ ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 42 ປີ ສັນຊາດລາວ ຈາກສະຖານກັກຂັງພິເສດກຸງເທບ ໄປຍັງສານອາຍາ ຫຼັງສານນັດສືບພະຍານໂຈດໃນຄະດີທີ່ພະນັກງານໄອຍະການພິເສດຝ່າຍຄະດີຢາເສບຕິດ 10 ສຳນັກງານໄອຍະການສູງສຸດ(ໄທ) ເປັນໂຈດຍື່ນຟ້ອງ ທ້າວ ໄຊຊະນະ ເປັນຈຳເລີຍ ຄະດີໝາຍເລກດຳ ອຍ.1642/2560 ໃນຄວາມຜິດຖານຮ່ວມກັນຕັ້ງແຕ່ 2 ຄົນຂຶ້ນໄປ ເພື່ອກະທຳຄວາມຜິດກ່ຽວກັບຢາເສບຕິດ ແລະໄດ້ມີການກະທຳກ່ຽວກັບຢາເສບຕິດ, ຮ່ວມກັນນຳເຂົ້າຢາບ້າເຊິ່ງເປັນຢາເສບຕິດໃຫ້ໂທດປະເພດ 1 ເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ແລະຮ່ວມກັນມີຢາເສບຕິດໄວ້ໃນຄອບຄອງເພື່ອຈຳໜ່າຍໂດຍບໍ່ໄດ້ຮັບອະນຸຍາດ ຕາມບັນຍັດຢາເສບຕິດໃຫ້ໂທດ ພສ 2522 ແລະ ບັນຍັດມາຕະການໃນການປາບປາມຜູ້ກະທຳອິດກ່ຽວກັບຢາເສບຕິດ ພສ 2534 ໂດຍສານຈະເລິ່ມພິຈາລະນາຄະດີໃນເວລາ 10:00 ຂອງມື້ນີ້.

ທ້າວ ໄຊຊະນະ ແກ້ວພິມພາ ຖືກຈັບເມື່ອເດືອນມັັງກອນ 2017 ຈົນມີການຟ້ອງຄະດີ ບໍ່ເຄີຍໄດ້ຮັບການປະກັນໂຕ ແລະມື້ນີ້ຂະນະຖືກຄຸມໂຕໄປຍັງສານອາຍາ ທ້າວ ໄຊຊະນະ ມີສີໜ້າເສີຍໆ ໃນຊຸດນັກໂທດສີນໍ້າຕານ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...