spot_img
Homeຂ່າວຕ່າງປະເທດຈີນພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດນົກ H7N4 ລາຍທຳອິດແລ້ວ

ຈີນພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດນົກ H7N4 ລາຍທຳອິດແລ້ວ

Published on

ເປັນຍິງໃນເຂດມົນທົນຊາຍຝັ່ງມາງຕາເວັນອອກ ແຕ່ລ່າສຸດແມ່ນເຊົາຈາກອາກອານປ່ວຍແລ້ວ.

ທາງການຮ່ອງກົງລະບຸວ່າ ຄະນະກຳມະການວາງແຜນຄອບຄົວ ແລະສາທາລະນະສຸກແຫ່ງຊາດຈີນ ລາຍງານວ່າເປັນຄັ້ງທຳອິດທີ່ພົບການຕິດເຊື້ອ H7N4 ໃນມະນຸດ, ຜູ້ປ່ວຍຍິງດັ່ງກ່າວມີອາຍຸ 68 ປີ, ອາໄສຢູ່ໃນມົນທົນຈຽງຊູ. ນາງເລີ່ມມີອາການບໍ່ສະບາຍເມື່ອວັນທີ 25 ທັນວາ ປີທີ່ແລ້ວ ຈາກນັ້ນຖືກນຳໂຕສົ່ງໂຮງຫມໍໃນວັນທີ 1 ມັງກອນ 2018 ແລະອອກຈາກໂຮງຫມໍເມື່ອວັນທີ 22 ມັງກອນ 2018. ລາຍງານລະບຸວ່າ ລາວໄດ້ສຳຜັດກັບສັດປີກທີ່ມີອາການປ່ວຍ.

ການຕິດເຊື້ອໄວຣັສໄຂ້ຫວັດນົກທີ່ພົບເຫັນຫລາຍທີ່ສຸດໃນມະນຸດ ເປັນເຊື້ອໄວຣັສສາຍພັນ H7N9 ໂດຍນັບຕັ້ງແຕ່ປີ 2012 ຈົນເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວຢ່າງຫນ້ອຍ 600 ຄົນ ແລະລົ້ມປ່ວຍອີກກວ່າ 1,500 ຄົນ, ຈາກເຊື້ອໄວຣັສ H7N9 ລາຍງານລະບຸວ່າ ເມື່ອເດືອນແລ້ວຈີນພົບຜູ້ຕິດເຊື້ອໄວຣັສ H7N9 ພຽງຄົນດຽວ ແຕ່ເມື່ອປີທີ່ແລ້ວແມ່ນພົບເຖີງ 192 ຄົນ ໃນຈຳນວນ 79 ຄົນທີ່ເສຍຊີວິດ.

ຢ່າງໃດກໍ່ຕາມເຮົາຄວນຈະຮັບປະທານ ຫລື ຄົວອາຫານໃຫ້ສຸກດີ ຫລີກລ້ຽງການກິນດິບ ເພື່ອສຸຂະອານາໄມທີ່ຖືກຕ້ອງ ແລະຊີວິດຂອງຕົນເອງ.

ແຫລ່ງຂ່າວຕ່າງປະເທດ: TNA

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...