Homeຂ່າວພາຍ​ໃນລົດ 5 ປະເພດທີ່ລັດກຳນົດໃຫ້ໃຊ້ສຽງຫວໍແລ່ນນຳທາງໄດ້ ແລະ ຫຼັງ 18:00ໂມງຫ້າມໃຊ້ສຽງດັງ

ລົດ 5 ປະເພດທີ່ລັດກຳນົດໃຫ້ໃຊ້ສຽງຫວໍແລ່ນນຳທາງໄດ້ ແລະ ຫຼັງ 18:00ໂມງຫ້າມໃຊ້ສຽງດັງ

Published on

ອີງຕາມການລາຍງານຂອງໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ພາຍຫຼັງຫາງສຽງຂອງສັງຄົມ ໃຫ້ຄວາມສົນໃຈ ແລະ ສົ່ງຂ່າວ ຕໍ່ການນໍາໃຊ້ສຽງຫວໍລົດກູ້ໄພ ແລະ ລົດຂອງພາກ ສ່ວນຕ່າງໆ, ບຸກຄົນ ແລະ ນິຕິບຸກຄົ ທີ່ນໍາໃຊ້ແສງ, ສີ, ສຽງຫວໍ ແລະ ຕິດຕັ້ງໄຟສັນຍານເຕືອນເທິງຫຼັງຄາລົດ ຍັງ ບໍ່ຖືກຕ້ອງ ແລະ ບໍ່ເປັນເອກະພາບຢູ່ໃນ ສປປ ລາວ ໃນປັດຈຸບັນ;

ດັ່ງນັ້ນ, ນາຍົກລັດຖະມົນຕີ ຈຶ່ງອອກຂໍ້ຕົກລົງ ວ່າດ້ວຍການກໍານົດ ແສງ, ສີ, ສຽງຫວໍ ໄຟສັນຍານເຕືອນເທິງຫຼັງຄາລົດທີ່ມີອະພິສິດ ໃນ ສປປ ລາວ ພ້ອມທັງສັ່ງ ຫ້າມລົດທີ່ມີອະພິສິດທຸກພາກສ່ວນ ນໍາໃຊ້ສຽງຫວໍ ເລີ່ມແຕ່ເວລາ 18:00-6:00 ໂມງ ຢ່າງເດັດຂາດ.

ມາໃນວັນທີ 8 ກຸມພາ 2018 ໄດ້ມີກອງປະຊຸມເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 44/ນຍ ວ່າດ້ວຍການກໍານົດ ແສງ, ສີ, ສຽງຫວໍ ໄຟສັນຍານເຕືອນ ເທິງຫຼັງຄາລົດທີ່ມີອະພິສິດ ໃນ ສປປ ລາວ  ໃຫ້ກຽດເຂົ້າຮ່ວມໂດຍ ພົຈວ ປອ ທອງສະ ຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດກະຊວງ ປກສ ພ້ອມດ້ວຍບັນດາຕາງໜ້າກະຊວງ ສາທາລະນະສຸກ, ກູ້ໄພ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ໄດ້ ຂຶ້ນເຜີຍແຜ່ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 44/ນຍ ໂດຍຍົກໃຫ້ຮູ້ເຖິງການກໍານົດຫຼັກການ, ລະ ບຽບການກ່ຽວກັບການກໍານົດແສງ, ສີ, ສຽງຫວໍ, ໄຟສັນຍານເຕືອນເທິງຫຼັງຄາລົດມີອະພິສິດ ໃນ ສປປ ລາວ ໃຫ້ປະ ຕິບັດຕາມຫຼັກການດັ່ງນີ້;

1.ສໍາລັບລົດຈະລາຈອນເປີດທາງໃຫ້ຂະບວນການນໍາພັກ-ລັດ ແລະ ແຂກຕ່າງປະເທດ ແມ່ນໃຫ້ຕິດຕັ້ງໄຟສີຟ້າ ແລະ ສີແດງເທິງຫຼັງຄາລົດ ມີສຽງຫວໍ ( Wail ) ເປັນບູລິມະສິດທີ 1;

2.ສໍາລັບລົດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແມ່ນໃຫ້ຕິດຕັ້ງໄຟສີແດງເທິງຫຼັງຄາລົດ ແລະ ມີສຽງຫວໍ ( YEIP ) ເປັນບູລິມະສິດທີ 2;

3.ສໍາລັບລົດມອດໄຟ ແມ່ນໃຫ້ຕິດຕັ້ງໄຟສີແດງ ເທິງຫຼັງຄາລົດ ແລະ ມີສຽງຫວໍ ( Wail ) ເປັນບູລິມະສິດທີ 2;

4.ສໍາລັບລົດໂຮງໝໍ, ລົດກູ້ໄພ ແລະ ລົດອົງການສາກົນ ເພື່ອຄົນພິການ ປະຈໍາລາວ ແມ່ນໃຫ້ຕິດຕັ້ງໄຟສີຟ້າ ເທິງຫຼັງ ຄາລົດ ແລະ ມີສຽງຫວໍ ( Hi-Lo ) ເປັນບູລິມະສິດທີ 3;

5.ລົດຝ່າຍປະຕິບັດການໄຟຟ້າ ແມ່ນໃຫ້ຕິດຕັ້ງໄຟສີເຫຼືອງ ເທິງຫຼັງຄາລົດ ແລະ ມີສຽງຫວໍ ( YEIP ) ເປັນບູລິມະສິດທີ 4;
-ສ່ວນລົດຂອງກົມລ້ຽງສັດ ແລະ ການປະມົງ, ລົດ ນໍາໜ້າຂະບວນລົດຂົນສົ່ງສິນຄ້າ ແລະ ລົດອະນາໄມເທດສະບານ ແມ່ນໃຫ້ຕິດໄຟສີເຫຼືອງ ເທິງຫຼັງຄາລົດ ແລະ ໃຫ້ໃຊ້ສຽງແກລົດ ( ບໍ່ອະນຸຍາດໃຫ້ນໍາໃຊ້ສຽງຫວໍ ); ສະເພາະລົດແຕ່ລະພາກສ່ວນທີ່ມີອະພິສິດນໍາໃຊ້ແສງ, ສີ, ສຽງຫວໍ ນັ້ນແມ່ນບໍ່ອະນຸຍາດໃຫ້ນໍາໃຊ້ສຽງຫວໍເລີ່ມແຕ່ເວລາ 18:00-6:00 ໂມງ ຢ່າງເດັດຂາດ.

ພົຈວ ປອ ທອງສະຫວັນ ວົງສະຫວັດ ກ່າວຕື່ມວ່າ: ໃນນາມກົມໃຫຍ່ຕໍາຫຼວດ ທີ່ມີສິດ, ໜ້າທີ່ຄຸ້ມຄອງ, ກວດກາ ການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນໃນການນໍາໃຊ້ແສງ, ສີ, ສຽງຫວໍ, ໄຟສັນຍານເຕືອນເທິງຫຼັງຄາລົດ ຮຽກ ຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຂໍຕົກລົງຂອງນາຍົກລັດຖະມົນຕີວາງອອກຢ່າງເຂັ້ມງວດ ເພື່ອສາມາດຈໍາແນກໄດ້ວ່າລົດດັ່ງກ່າວເປັນຂອງພາກສ່ວນໃດ

ນອກຈາກນີ້, ຢາກໃຫ້ ລົດໂຮງໝໍ, ລົດໜ່ວຍກູ້ໄພ ແລະ ພາກສ່ວນອື່ນໆປະຕິບັດຢ່າງເຂັ້ມງວດກ່ຽວກັບການຫ້າມນໍາໃຊ້ສຽງຫວໍໃນເວລາ 18:00-6:00 ໂມງ, ຖ້າວ່າພາກ ສ່ວນໃດຫາກຝ່າຝືນຈະຖືກກ່າວເຕືອນ ຫຼື ປະຕິບັດຕາມລະບຽບທີ່ວາງອອກ

 

ແຫລ່ງຂ່າວ: ລາວອັບເດດ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...