Homeຂ່າວພາຍ​ໃນລັດຢຶດຊັບຈາກການສໍ້ລາດບັງຫຼວງຄືນໄດ້ຫຼາຍພັນຕື້ ພ້ອມມີບົດລົງໂທດຕໍ່ຜູ້ກະທໍາຜິດ

ລັດຢຶດຊັບຈາກການສໍ້ລາດບັງຫຼວງຄືນໄດ້ຫຼາຍພັນຕື້ ພ້ອມມີບົດລົງໂທດຕໍ່ຜູ້ກະທໍາຜິດ

Published on

ການສໍ້ລາດບັງຫຼວງຂອງພະນັກງານພັກ-ລັດຍັງເກີດຂຶ້ນຫຼາຍທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ, ແຕ່ການປາບປາມນັ້ນພັດບໍ່ມີປະສິດທິຜົນເທົ່າທີ່ຄວນ ເຮັດໃຫ້ເກີດການສູນເສຍດ້ານງົບປະມານ ແລະ ຊັບສິນຂອງລັດເຖິງ 5 ພັນຕື້ກີບ, ພ້ອມເງິນຕາຕ່າງປະເທດ 90 ລ້ານໂດລາສະຫະລັດ, 40 ລ້ານບາດໄທ ຈາກການກວດສອບ 734 ເປົ້າໝາຍ. ແຕ່ສາມາດຢຶດຄືນມາໄດ້ 1 ພັນກວ່າຕື້, 70 ລ້ານກວ່າໂດລາສະຫະລັດ ແລະ 30 ລ້ານບາດ, ພ້ອມທັງຢຶດເອົາທີ່ດິນຂອງລັດທີ່ຖືກລັກລອກຂາຍໃຫ້ຄົນລາວ ແລະ ຊາວຕ່າງປະເທດຄືນມາໄດ້ຫຼາຍກວ່າ 10 ພັນເຮັກຕາ. ພ້ອມມີບົດລົງໂທດຕໍ່ພະນັກງານພັກ-ລັດມີສ່ວນຮ່ວມໃນຂະບວນການສໍ້ລາດບັງຫຼວງ 165 ຄົນ ແລະ ໃນນີ້ 38 ຄົນຖືກສານຕັດສິນໃຫ້ຈໍາຄຸກ.

ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດກ່າວວ່າ: ເຈົ້າໜ້າທີ່ລັດໄດ້ສວຍໃຊ້ໜ້າທີ່ຕໍາແໜງສໍ້ໂກງເອົາຊັບສົມບັດຂອງຊາດ, ເອົາດິນເອົາໄມ້ເອົາເງິນເອົາຄໍາ ອັນນີ້ໂຕຈິງຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ການສິຫັນເປັນທັນສະໄໝກໍບໍ່ງ່າຍ ມີພະນັກງານຈໍານວນໜຶ່ງຍັງບໍ່ຮ່ວມມື.

ອົງການກວດສອບລັດຖະບານລາຍງານໄດ້ກວດພົບໂຄງການນອກແຜນປີ 2017 ຈໍານວນ 285 ໂຄງການ ທີ່ແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍ່ລິຄໍາໄຊ, ວຽງຈັນ, ສະຫວັນນະເຂດ, ອັດຕະປື ແລະ ຈໍາປາສັກ  ລວມມີມູນຄ່າ 4.483 ຕື້ກີບ ທີ່ຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບກົົດໝາຍ ດ້ານງົບປະມານລາຍຮັບລາຍຈ່າຍ ແລະ ບໍ່ຜ່ານການຮັບຮອງຈາກສະພາແຫ່ງຊາດ, ຊຶ່ງຍັງບໍ່ລວມເຖິງຜົນການລັກລອກຂົນສົ່ງໄມ້ໄປຕ່າງປເທດມູນຄ່າຫຼາຍກວ່າ 2.407 ຕື້ກີບ ໃນສົກປີ 2015-2016, ເມື່ອເປັນແນວນັ້ນຍ່ອມມີການສົມຮູ້ຮ່ວມຄິດກັນທັງພາກສ່ວນພະນັກງານລັດ, ນັກທຸລະກິດພາຍໃນ ແລະ ຕ່າງປະເທດ.

ກ່ອນໜ້ານີ້ກົມການເມືອງສູນກາງພັກ ກໍໄດ້ອອກຄໍາສັ່ງໃຫ້ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ໜ່ວຍງານຂອງພັກລັດ ແລະ ອໍານາດການປົກຄອງແຂວງທົ່ວປະເທດ ໃຫ້ແຕ່ງຕັ້ງຄະນະກໍາມະການຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານສະມາຊິກພັກໃນສັງກັດຂອງຕົນຢ່າງໃກ້ຊິດ ດ້ວຍເປົ້າາຍການຈັດແບ່ງຊັ້ນ ແລະ ຄຸນນະພາບໃນການປະຕິບັດໜ້າທີ່ຂອງສະມາຊິກພັກ ແລະ ພະນັກງານລັດໃຫ້ມີປະສິດທິຜົນ.

ແຫລ່ງຂ່າວ: ShareKao

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...