spot_img
Homeຍ້ອງຍໍຄົນດີເດັ່ນລົດແກ້ວ ແບ່ງເງິນລາງວັນ 10% ສົມທົບທຶນສ້າງໂຮງຮຽນ

ລົດແກ້ວ ແບ່ງເງິນລາງວັນ 10% ສົມທົບທຶນສ້າງໂຮງຮຽນ

Published on

ເປັນນັກແລ່ນສາວທີ່ມາແຮງທີ່ສຸດໃນໄລຍະນີ້ ສຳລັບ ລົດແກ້ວ ອິນທະກຸມມານ ນັກແລ່ນ-ລານ ຍິງລາວ ທີ່ຫາກໍໄປຄວ້າອັນດັບ 2 ຈາກລາຍການແລ່ນ “Amazing Thailand Marathon Bangkok 2018” ເມື່ອວັນທີ 4 ກຸມພາ ຜ່ານມາ ທີ່ນະຄອນຫຼວງບາງກອກ ປະເທດໄທ ເປັນເຈົ້າພາບ ໃນລາຍການ 10 ກິໂລແມັດຍິງ.

ຫຼັງຈາກທີ່ ລົດແກ້ວໄດ້ລາງວັນດັ່ງກ່າວມາແລ້ວ ກໍບໍ່ລໍຊ້າ ປະຕິບັດຕາມຄຳໝັ້ນສັນຍາທີ່ເຄີຍໃຫ້ໄວ້ ເຊິ່ງນາງໄດ້ ປະກອບສ່ວນບໍລິຈາກສົມທົບທຶນ 10% ຂອງເງິນລາງວັນທີ່ໄດ້ຈາກການແຂ່ງຂັນ ຊ່ວຍເຫຼືອສ້າງໂຮງຮຽນໃຫ້ນ້ອງໆທີ່ບ້ານກັດ ເມືອງໄຊ ແຂວງອຸດົມໄຊ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...