Homeຂ່າວທ້ອງຖິ່ນຍຸບກວ່າ 1 ພັນຫົວໜ່ວຍ 300 ກວ່າໂຮງງານໄມ້ໃນທົ່ວປະເທດ

ຍຸບກວ່າ 1 ພັນຫົວໜ່ວຍ 300 ກວ່າໂຮງງານໄມ້ໃນທົ່ວປະເທດ

Published on

ໃນໄລຍະຜ່ານມາ ລັດຖະບານໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງໃນການສະກັດກັ້ນ ແລະສົ່ງອອກໄມ້ທ່ອນໄປຕ່າງ ປະເທດ ໂດຍໄດ້ອອກຄຳ ສັ່ງເລກທີ 15/ນຍ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດຢ່າງເຂັ້ມງວດຜ່ານ ການປະຕິບັດ

ຄຳສັ່ງດັ່ງກ່າວ ຮອດປະ ຈຸບັນ ຂະແໜງອຸດສາຫະກຳ ແລະການ ຄ້າ ສາມາດດັດສົມ-ຍຸບເລີກ ໂຮງງານ ປຸງແຕ່ງໄມ້ໄປແລ້ວ 349 ໂຮງງານ ຈາກ 1,5 ພັນໂຮງງານ ແລະຍຸບເລີກທຸລະກິດປຸງແຕ່ງໄມ້ແບບຄອບຄົວໄດ້ ພັນກວ່າຫົວໜ່ວຍ.

ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວໃນກອງປະຊຸມສະຫຼຸບ ວຽກງານອຸດສາ ຫະກຳ ແລະການຄ້າ ປະຈຳປີ 2017 ວ່າ: ໃນປີ 2017 ຜ່ານ ມາຍອດມູນຄ່າການຜະລິດອຸດສາຫະ ກຳປຸງແຕ່ງ ແລະຫັດຖະກຳທົ່ວປະເທດປະຕິບັດໄດ້ 8,94 ພັນຕື້ກີບ ອັດຕາຂະຫຍາຍຕົວສະເລ່ຍ 4,15% ແລະທຽບໃສ່ແຜນການປີແມ່ນປະຕິບັດໄດ້ຕາມແຜນທີ່ວາງໄວ້, ການຈໍລະຈອນສິນຄ້າພາຍໃນ (ການຄ້າຂາຍຍົກ-ຂາຍຍ່ອຍ ແລະບໍລິການ) ສາ ມາດບັນລຸໄດ້ 51,68 ພັນຕື້ກີບ

ເພີ່ມຂຶ້ນ 15,10%, ມູນຄ່າການນໍາເຂົ້າ ແລະສົ່ງອອກບັນລຸປະມານ 74,4 ພັນຕື້ ກີບ ຫຼືປະມານ 9,3 ຕື້ໂດລາເພີ່ມຂຶ້ນ 10,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີກ່ອນ ໃນນີ້ ການສົ່ງອອກບັນລຸ 4,8 ຕື້ໂດລາ ເພີ່ມຂຶ້ນ 13,4% ແລະການ ນຳເຂົ້າ 4,5 ຕື້ໂດລາ ເພີ່ມຂຶ້ນ 7,6% ທຽບໃສ່ປີກ່ອນ.

ຄຽງຄູ່ກັນນີ້ ຍັງໄດ້ຜັກດັນໃຫ້ມີຕະ ຫຼາດມາດຕະຖານຫຼືຕະຫຼາດຕົວແບບ ຊຶ່ງໃນປະຈຸບັນ ກະຊວງໄດ້ອອກຢັ້ງຢືນ ເປັນຕະຫຼາດມາດຕະຖານຊຸດທໍາອິດໃຫ້ ຕະຫຼາດ 3 ແຫ່ງ: ຕະຫຼາດໂຊກທະວີ, ຕະຫຼາດສົ່ງເສີມກະສິກໍາເມືອງນາຊາຍ ທອງ ແລະຕະຫຼາດລາວ-ອົດຊີເມືອງສີ ໂຄດຕະບອງ, ນອກນີ້ ຍັງສືບຕໍ່ຈັດຕັ້ງ ປະຕິບັດຄໍາສັ່ງ ເລກທີ 15/ນຍ ຢ່າງ ເຂັ້ມງວດ ຊຶ່ງສາມາດດັດສົມ-ຍຸບເລີກ ໂຮງງານປຸງແຕ່ງໄມ້ໄປແລ້ວ 349 ໂຮງງານຈາກ 1.500 ກວ່າໂຮງງານ, ສຳລັບທຸລະກິດປຸງແຕ່ງໄມ້ຂະໜາດ ນ້ອຍແບບຄອບຄົວໄດ້ດັດສົມຍຸບເລີກ ໄປແລ້ວກວ່າ 1 ພັນຫົວໜ່ວຍ ຈາກ 1.178 ຫົວໜ່ວຍ.

ນອກນັ້ນ ໄດ້ຄົ້ນຄວ້າສ້າງ ແລະປັບ ປຸງກົດໝາຍ, ນິຕິກໍາ ແລະນະໂຍບາຍ ປະຈຸບັນ ມີນິຕິກໍາລວມທັງໝົດ 255 ສະບັບ ໃນນັ້ນ ເປັນກົດໝາຍ 7 ສະ ບັບ, ດຳລັດ 16 ສະບັບ, ຂໍ້ຕົກລົງ 74 ສະບັບ, ຄຳສັ່ງ 26 ສະບັບ, ຄຳແນະ ນຳ ແລະບົດແນະນຳ 30 ສະບັບ, ແຈ້ງ ການ 98 ສະບັບ, ລະບຽບ ແລະຂໍ້ກຳ ນົດ 8 ສະບັບ, ພ້ອມທັງໄດ້ສ້າງແຜນ ພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງ 2016-2020, ດໍາລັດວ່າ ດ້ວຍການຈັດແບ່ງຂະໜາດ SME ເພື່ອ ເປັນເຄື່ອງມືໃນການສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະກາງໃຫ້ມີຄວາມ ເຂັ້ມແຂງ.

ສຳລັບວຽກງານການເຊື່ອມໂຍງ ໄດ້ສືບຕໍ່ເຈລະຈາໃນກອບຂອງອົງ ການການຄ້າໂລກ ແລະການເຈລະຈາ ໃນຂອບສັນຍາຄູ່ຮ່ວມມືເສດຖະກິດ ຮອບດ້ານໃນລະດັບພາກພື້ນ (ອາຊຽນ ແລະ 6 ປະເທດຄູ່ເຈລະຈາຄື: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ອົດສະຕາລີ ແລະນິວຊີແລນ), ສ່ວນການພັດທະນາ ສິນຄ້າທ່າແຮງ ແລະສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ “ODOP” ສາ ມາດ ພັດທະນາໄດ້ 24 ຫົວໜ່ວຍ ພ້ອມດຽວ ກັນນັ້ນ ລັດຖະບານໄດ້ຮັບຮອງແຜນ ພັດທະນາວິສາຫະກິດຂະໜາດນ້ອຍ ແລະກາງແຕ່ປີ 2016-2020, ສ່ວນ ການຄຸ້ມຄອງລາຄາສິນຄ້າແມ່ນໄດ້ປັບ ປຸງຂໍ້ກໍານົດວ່າດ້ວຍການເພີ່ມລາຍການ ສິນຄ້າຄວບ ຄຸມລາຄາ (ບັນຊີ ກ) ຈາກ 4 ປະເພດ ມາເປັນ 8 ປະເພດ ແລະໄດ້ ປະສານສົມທົບກັບອົງການຈັດຕັ້ງທີ່ກ່ຽວ ຂ້ອງຂອງທ້ອງຖິ່ນໃນຂອບເຂດທົ່ວປະ ເທດໃນການຄົ້ນຄວ້າ, ເກັບກໍາໂຄງປະ ກອບລາຄາໃນແຕ່ລະຂອດ, ກວດກາການ ເຄື່ອນໄຫວຂອງທຸລະກິດ ແລະຕິດຕາມ ການຊື້-ຂາຍຕ່າງໆເພື່ອຮັບປະກັນລາ ຄາສິນຄ້າໃຫ້ຢູ່ໃນລະດັບທີ່ສາມາດຄຸ້ມຄອງໄດ້.

 

ແຫລ່ງຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...