spot_img
Homeຂ່າວພາຍ​ໃນອາຫານປອມ 10 ຢ່າງ ທີ່ຄືທີ່ສຸດ

ອາຫານປອມ 10 ຢ່າງ ທີ່ຄືທີ່ສຸດ

Published on

 

(ຮິບໂຮມຂໍ້ມູນໂດຍ ລາວໂພສຕ໌.ຄອມ) ໄລຍະນີ້ ປາກົດເຫັນອາຫານປອມຂ້ອນເລື້ອຍທາງສື່ສັງຄົມອອນລາຍ ມື້ນີ້ກໍເລີຍໄປຊອກຫາອາຫານປອມມາໃຫ້ເບິ່ງ 10 ຢ່າງ (ຄວາມຈິງແລ້ວຂອງປອມມີຫຼາຍກວ່ານີ້ ແຕ່ໄດ້ເລືອກເອົາມາສະເໜີພຽງ 10 ຢ່າງເທົ່ານັ້ນ) ອາຫານປອມໃນທີ່ນີ້ບໍ່ໄດ້ໝາຍເຖິງການເອົາເຕົ້າຫູ້ມາເຮັດຄືກັນກັບອາຫານເຈເດີ ແຕ່ນີ້ແມ່ນເອົາສ່ວນປະກອບຫຼາຍຢ່າງມາເຮັດເຊິ່ງອາຫານປອມສ່ວນຫຼາຍປະກອບດ້ວຍສານເຄມີທີ່ເປັນອັນຕະລາຍຕໍ່ສຸຂະພາບ. ວ່າແລ້ວເຮົາມາເບິ່ງນຳກັນວ່າອາຫານປອມ 10 ຢ່າງນີ້ ປະກອບດ້ວຍຫຍັງແດ່?

1.-หูหมูปลอม

1. ຊີ້ງົວປອມ ອັນນີ້ແມ່ນເອົາຊີ້ນໝູມາປອມເປັນຊີ້ນງົວ ໂດຍນຳໃຊ້ສານຊະນິດໜຶ່ງເອືອບ ໃຊ້ເວລາ 90 ນາທີ ຈາກຊີ້ນໝູກໍກາຍມາເປັນຊີ້ນງົວປອມ ແຕ່ເປັນອັນຕະລາຍຕໍ່ສຸຂະພາບ.

13372486311337248685l

2. ຫູໝູປອມ ອັນນີ້ເຮັດມາຈາກເຈລາຕິນທີ່ໃຊ້ໃນອຸດສາຫະກຳເຄື່ອງໜັງປະສົມກັບ ສານໂຊດຽມໂອລິເອດທີ່ໃຊ້ຜະລິດສະບູ ເຊິ່ງສານນີ້ມີຜົນຕໍ່ຄວາມດັນເລືອດແລະການເຮັດວຽກຂອງຫົວໃຈ.

1_display

3. ໄຂ່ປອມ ອັນນີ້ໄດ້ຍິນມາດົນເຕີບແລ້ວເນາະ ໄຂ່ປອມເຮັດຂຶ້ນດ້ວຍຫຼາຍສານ ຄື ຫິນສົ້ມ, ໂຊດຽມ, ອັລຈິເນຕ, ແຄນຊຽມຄລໍຣາຍ ແລະໂຊດຽມເບນໂຊເອທ. ສ່ວນມອນໄຂ່ນັ້ນຍ້ອມສີດ້ວຍ ເກືອ ແລະເອສເຕີຂອງກົດທາທາຣິກ ເອຊິດ ທີ່ເຮັດໃຫ້ເຄື່ອງດື່ມມີຟອງ ໃສ່ໃນເຂົ້າໜົມຟູ ລວມທັງໃຊ້ໃນອຸດສາຫະກຳຖ່າຍຮູບ ແລະຟອກໜັງນຳ ແລະເປືອກໄຂ່ປອມແມ່ນເຮັດມາຈາກສານແຄນຊ່ຽມຄາໂບເນຕ.

155150tjzwxqwowkxwpawx 155150xnk3d0jrjboeq0od

4. ຫ່ານປອມ ແມ່ນເຮັດມາຈາກເປັັດ ໂດຍການຕັດສິ້ນສ່ວນຕ່ອນຊີ້ນມາຫຍັດໃສ່ຫົວເປັດເພື່ອໃຫ້ມີຫົວຄືກັບຫ່ານ ແລ້ວຈະໄດ້ລາຄາດີກວ່າເປັດ ອັນນີ້ກິນແລ້ວບໍ່ເປັນອັນຕະລາຍໃດໆ ໄຄແດ່ມີແຕ່ຖືກໂກງເລື່ອງລາຄາ.

10516715_281328878717331_4983339003112150479_n 10600381_281327308717488_26047357782093530_n

5. ປາໝຶກເສັ້ນປອມ ຂ່າວນີ້ຫາກໍເກີດຂຶ້ນວ່າງເດືອນກ່ອນ ເປັນການໄປກວດເຫັນຂອງຕຳຫຼວດ. ປາໝຶກປອມເຮັດມາຈາກປະລາສະຕິກແຊ່ສານເຄມີ ແຊ່ນ້ຳເກືອ ແຕ່ງກິ່ນແລ້ວເອົາມາເຂົ້າເຄື່ອງອິ້ວ ເບິ່ງດ້ວຍຕາເປົ່າບໍ່ຮູ້ດອກທ່ານຜູ້ອ່ານ ຕ້ອງກິນເບິ່ງຫຼືບໍ່ກໍຈູດເບິ່ງ ເວົ້າມາລະຄິດຮອດເຊືອກຟາກເກົ່າເນາະຄ້າຍໆຢູ່ໄດ.

718724-topic-ix-9

6. ໄກ່ປອມ ໄກ່ປອມແມ່ນເຮັດມາຈາກໜູ ບໍ່ແມ່ນປອມຄືຫ່ານປອມ ແຕ່ອັນນີ້ແມ່ນເອົາໝູມາຕັດເປັນຕ່ອນ ຈືນຫຼືປຸງເປັນອາຫານ ຖ້າສັງເກດດີໆ ຈະຮູ້ວ່າບໍ່ແມ່ນໄກ່. ອັນນີ້ບໍ່ເປັນອັນຕະລາຍຕໍ່ສຸຂະພາບ ແຕ່ຜູ້ບໍ່ກິນໜູກໍບໍ່ຄ່ອຍເຫັນດີນຳປານໃດ ລວມທັງສັ່ງໄກ່ພັດໄດ້ໜູມາກິນແທນ.

rice500

7. ເຂົ້າປອມ ເຂົ້າປອມນີ້ໄດ້ເຫັນສົ່ງຕໍ່ກັນທາງສື່ສັງຄົມອອນລາຍວາງບໍ່ດົນມານີ້ເອງ ເຂົ້າປອມນີ້ເຮັດແມ່ນເອົາມັນຝຣັ່ງມາບົດ ແລ້ວເອົາມາປະສົມກັບເຣຊິ່ນສັງເຄາະ (ຫຼືປະລາສະຕິກແຫຼວເມື່ອເອົາມາປະສົມສານເຮັດໃຫ້ແຂງໂຕຈະກັບໂຕແຂງ)ຕໍ່ມາ ກໍຈະນຳເອົາມາອັດເປັນເມັດດ້ວຍເຄື່ອງ ອັດເມັດໃຫ້ມີລັກສະນະທີ່ຄືກັນກັບຮູບຮ່າງຂອງເມັດເຂົ້າແທ້ໆ ເຊິ່ງເຂົ້າສານປອມດັ່ງກ່າວ ເມື່ອເອົາໄປຫຸງຈະມີລັກສະນະແຂງກວ່າເຂົ້າທຳມະດາຈະບໍ່ເລະຫຼືແຫຼວເມື່ອຫຸງສຸກ ເຊິ່ງບໍ່ມີປະໂຫຍດຫຼືຄຸນຄ່າທາງອາຫານ ແຕ່ທີ່ເປັນຕາຢ້ານກວ່ານັ້ນແມ່ນ ສານເຄມີ ທີ່ນຳມາໃຊ້ໃນຂະບວນການຜະລິດເຂົ້າປອມ.

718724-topic-ix-7

8. ໜໍ່ໄມ້ປອມ ໄດ້ຍິນມາແຕ່ດົນແລ້ວ ອັນນີ້ແມ່ນເຮັດມາຈາກໄມ້ຖູ່ເກົ່າ ແລ້ວເອົາມາແຊ່ສານເຄມີຊະນິດໜຶ່ງ ເຮັດໃຫ້ໄມ້ຖູ່ນັ້ນອ່ອນນຸ້ມຄ້າຍຄືໜໍ່ໄມ້ ແລ້ວປຸງເປັນອາຫານ ເລື່ອງລົດຊາດຄືຊິແຊບ ແຕ່ເຄື່ອງປອດໄພຢ່າຖາມເຖິງ.

718724-topic-ix-6

9. ສາຫຼ່າຍປອມ ອັນນີ້ແມ່ນເຮັດມາຈາກຖົງຢາງປະລາສະຕິກເກົ່າ ອາດຈະແຊ່ສານເຄມີກໍໄດ້ ເພາະກະໂຕສາຫຼ່າຍອົບແຫ້ງຂອງແທ້ເຮົາເບິ່ງກໍຍັງຄືຖົງຢາງຂາດແລ້ວ ທີເອົາຖົງຢາງຂາດມາປອມເປັນສາຫຼ່າຍກໍເລີຍເບິ່ງບໍ່ອອກ.

718724-topic-ix-8

10. ຊີອິ້ວປອມ ອັນນີ້ທັງອັນຕະລາຍທັງເປັນຕາຂີ້ດຽດທີ່ສຸດ ເພາະວິທີການຜະລິດຂອງເຂົາແມ່ນ ໄປເກັບເອົາເສັ້ນຜົມມາຈາກບ່ອນຕ່າງໆ ເຊັ່ນ ຮ້ານຕັດຜົມ, ຖັງຂີ້ເຫຍື້ອ, ໂຮງໝໍ ເມື່ອໄດ້ເສັ້ນຜົມມາແລ້ວກໍທຳຄວາມສະອາດຄັກແນ່, ແຍກເສດຂີ້ເຫຍື້ອແນວອື່ນອອກ ແລ້ວກໍມາຕັດໃຫ້ມຸ່ນ ແລະເອົານ້ຳເຊື່ອມກົດອະມິໂນມາໝັກເພື່ອເຮັດເປັນນ້ຳຊີອິ້ວຕໍ່ໄປ.

ທ່ານຜູ້ອ່ານຮູ້ບໍວ່າ ຂອງປອມທັງໝົດນີ້ແມ່ນເຮັດຂຶ້ນໃນປະເທດຈີນທັງນັ້ນ !! ກ່ອນຈະກິນຫຍັງທີ່ນຳເຂົ້າຈາກຕ່າງປະເທດກໍຂໍໃຫ້ລະມັດລະວັງແດ່ເດີ!!

ບົດຄວາມຫຼ້າສຸດ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...