Homeຂ່າວພາຍ​ໃນເປີດໂຄງການໂຮງໝໍຂະໜາດໃຫ່ຍ 2 ແຫ່ງ

ເປີດໂຄງການໂຮງໝໍຂະໜາດໃຫ່ຍ 2 ແຫ່ງ

Published on

ພາກລັດຖະບານ ໃຫ້ຄວາມສໍາຄັນ ແລະ ເປີດກ້ວາງຂະແໜງສາທາລະນະສຸກຫຼາຍຂຶ້ນ ໂດຍເປີດໂອກາດໃຫ້ພາກເອກະຊົນໃຫ້ມີສ່ວນຮ່ວມ, ອາທິດຜ່ານມາມີການເປີດໂຄງການໂຮງໝໍຂະໜາດໃຫ່ຍເຖິງ 2 ແຫ່ງ ຄາດການວ່າຈະມີໂຮງໝໍລະດັບດີເລີດເຂົ້າມາເສີມອີກໃນ ມໍ່ໆນີ້.

•Mahosoth Hospital 600ຕຽງແຜນການ 1000 ຕຽງ

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດຫລັງໃໝ່ ເປັນໂຮງໝໍຂະໜາດ 600 ຕຽງ, ສູງ 8 ຊັ້ນ, ເນື້ອທີ່ດິນກໍ່ສ້າງ 31 ພັນຕາແມັດ, ພື້ນທີ່ຊົມໃຊ້ 54 ພັນຕາແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າຢວນປະມານ736ຕື້ກີບ(ການຊ່ວຍເຫລືອລ້າ ຈາກສປຈີນ) ຄາດວ່າຈະສ້າງສຳເລັດໃນປີ 2020.
ໂຄງການດັ່ງກ່າວ, ເປັນໂຄງການຂະໜາດໃຫຍ່ທີ່ສຸດ,ຈຳນວນຕຽງ ແລະ ມູນຄ່າການກໍ່ສ້າງຫລາຍທີ່ສຸດທີ່ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫລືອໃນການກໍ່ສ້າງໂຮງໝໍແກ່ຕ່າງປະເທດ.
ໂຮງຫມໍມະໂຫສົດຫຼັງໃຫມ່ແມ່ນຕັ້ງໃນເນື້ອທີ່ເກົ່າ

•Kasemraj Vientiane International Hodpital 100ຕຽງ (ເລີ່ມຕົ້ນ)

ໂດຍເປັນໂຄງການຮ່ວມມືລະຫວ່າງນັກທຸລະກິດລາວກັບກະເສມຣາດກຣຸບ ຈາກປະເທດໄທ ຊຶ່ງເປັນຜູ້ໃຫ້ບໍລິການດ້ານສຸຂະພາບມາເປັນເວລາຫຼາຍປີຢູ່ປະເທດໄທ. ໂຮງໝໍແຫ່ງໃໝ່ນີ້ຈະນຳໃຊ້ງົບປະມານຫຼາຍເຖິງ 50 ລ້ານໂດລາເຂົ້າໃນການກໍ່ສ້າງ ຫວັງເປັນສ່ວນໜຶ່ງຂອງການປິ່ນປົວສຸຂະພາບປະຊາຊົນກໍ່ຄືຊາວຕ່າງປະເທດທີ່ມາດຳລົງຊີວິດຢູ່ລາວມີທາງເລືອກເພີ່ມຂຶ້ນອີກທາງໜຶ່ງ ແລະຫຼຸດຜ່ອນການຂ້າມຂອງໄປບໍລິການຢູ່ຝັ່ງໄທດັ່ງທີ່ເປັນຢູ່ໃນທຸກວັນນີ້.

•Vientiane Base Hospital 400 ຕຽງ

ເຈົ້າຂອງ​ໂຄງການ​ກໍ່ສ້າງ​ໂຮງໝໍ​ນະຄອນ​ຫຼວງ​ວຽງ​ຈັນເບສ ກ່າວວ່າ: ໂຮງໝໍ​ນະຄອນຫຼວງ​ວຽງ​ຈັນເບສ ເປັນ​ໂຮງໝໍ​ທີ່​ໃຫຍ່ ແລະ ມີ​ອຸປະກອນ​ທີ່​ທັນ​ສະໄໝ​ຄົບ​ຖ້ວນ ເປັນ​ແຫ່ງ​ທຳ​ອິດ​ຢູ່ ​ສປປ ລາວ ສະຖານທີ່​ຕັ້ງ​ຢູ່​ບ້ານ​ດົງ​ຊຽງ​ດີ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງ​ວຽງ​ຈັນ ມີ​ເນື້ອທີ່ 33 ເຮັກຕາ ອາຄານ​ໂຮງໝໍ​ຂະໜາດ 9 ຊັ້ນ 1 ຫຼັງ ອາຄານ 5 ຊັ້ນ 3 ຫຼັງ ອາຄານ​ສຳລັບ​ຜູ້​ອາຍຸ​ສູງ 1 ຊັ້ນ 50 ຫຼັງ ປະກອບ​ມີ 400 ຕຽງ ພ້ອມ​ທັງ​ມີ​ອຸປະກອນ​ການ​ແພດແບບ​ຄົບ​ຊຸດ ໄລຍະ​ການ​ກໍ່ສ້າງ 36 ເດືອນ ມູນ​ຄ່າ​ການ​ກໍ່ສ້າງ 413.183.000 ໂດ​ລາ​ສະຫະລັດ ຫຼື ປະມານ 3.435,44 ຕື້​ກີບ ໂດຍ​ແມ່ນ​ທຶນ​ຂອງ​ເອກະ​ຊົນ 100% ໂຮງໝໍ​ນະຄອນຫຼວງວຽງ​ຈັນເບສ ຈະ​ເນັ້ນ​ໜັກ​ການປິ່ນປົວ​ດ້ວຍ​ເຄື່ອງມື​ທີ່​ທັນ​ສະໄໝ ມີ​ຄວາມ​ສາມາດ​ໃນ​ການ​ບົ່ງ​ມະຕິ​ພະຍາດ ໂດຍ​ໃຊ້​ເຄືອ​ຄ່າຍ​ທາງອິນ​ເຕີ​ເນັດ ແລະ ໃຫ້ການ​ບໍ​ລິການ​ທີ່​ດີ​ແກ່​ປະຊາຊົນ ພ້ອມ​ນີ້ຍັງ​ມີ​ແພດ​ໝໍ​ທີ່​ມີ​ປະສົບ​ການຫຼາຍ 10 ປີ ເນັ້ນ​ຂອດ​ການ​ໃຫ້ການ​ບໍລິການ​ເທົ່າ​ທຽມ​ກັບ​ນາໆປະເທດ.

 

ແຫລ່ງຂ່າວ: Support Pm Thongloun Sisoulith

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...