Homeຂ່າວຕ່າງປະເທດສານອຸທອນສັ່ງປ່ອຍຕົວທາຍາດຊຳຊຸງອ້າງຖືກບັງຄັບໃຫ້ຈ່າຍເງິນສິນບົນ

ສານອຸທອນສັ່ງປ່ອຍຕົວທາຍາດຊຳຊຸງອ້າງຖືກບັງຄັບໃຫ້ຈ່າຍເງິນສິນບົນ

Published on

ໃນວັນທີ 5 ກຸມພາ 2018 ສານອຸທອນແຫ່ງຫນຶ່ງຂອງເກົາຫຼີໃຕ້ ໄດ້ຍົກເລີກ ຄຳຕັດສິນລົງໂທດຈຳຄຸກ ຕໍ່ເສດຖີພັນລ້ານ ທີ່ເປັນທາຍາດຂອງບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ທ່ານ ອີ ແຈ-ຢອງ ແລະ ໄດ້ສັ່ງໃຫ້ປ່ອຍໂຕຜູ້ກ່ຽວອອກຈາກຄຸກ ໃນທັນທີ.

ສານນະຄອນຫຼວງໂຊລ ໄດ້ຕັດສິນລົງໂທດ ທ່ານ ອີ ແຈ-ຢອງ ອາຍຸ 49 ປີ ໃນເດືອນສິງຫາ 2017 ໃຫ້ຕິດຄຸກ 5 ປີ ຖືກຕັດສິນວ່າ ມີຄວາມຜິໃນຫຼາຍຂໍ້ຫາ ທັງຕິດສິນບົນ, ສໍ້ໂກງ, ຟອກເງິນ ແລະ ໃຫ້ການເທັດຕໍ່ລັດສະພາ ເຊິ່ງກ່ຽວຂ້ອງກັບຄະດີຄໍຣັບຊັ່ນທີ່ເຮັດໃຫ້ນາງ ພັກ ກິນເຮ ຫຼຸດຈາກອອກຕຳແໜ່ງປະທານາທິບໍດີເກົາຫຼີໃຕ້

ສານອຸທອນດັ່ງກ່າວ ໃນວັນຈັນ ໄດ້ຍົກເລີກ ຄຳຕັດສິນຂອງສານຫຼາຍປະການ ແລະ ໄດ້ຫລຸດຜ່ອນໂທດ ໂດຍໃຫ້ຝາກໂທດເປັນເວລາເຫຼືອຢູ່ 2 ປີ ເຄິ່ງເທົ່ານັ້ນ.

ສ່ວນຜູ້ບໍລິຫານຂອງບໍລິສັດ ຊຳຊຸງ ອີກສີ່ຄົນ ທີ່ສານໄດ້ພົບເຫັນວ່າມີຄວາມຜິດ ພ້ອມກັນກັບ ທ່ານ ອີ ແຈ-ຢອງ ກໍ່ໄດ້ຮັບການຫລຸດຜ່ອນໂທດຄືກັນ ໂດຍທີ່ສອງຄົນຜູ້ທີ່ໄດ້ຖືກຕັດສິນລົງໂທດຈຳຄຸກ ທີ່ຄ້າຍຄືກັນນັ້ນ ກໍ່ໄດ້ຮັບການຍົກເລີກໂທດຈຳຄຸກ.

ຄະດີນີ້ ໄດ້ສຸມໃສ່ເລື່ອງການຊຳລະເງິນ ຂອງບໍລິສັດຊຳຊຸງ ທີ່ໄດ້ຈ່າຍໃຫ້ແກ່ນາງຈອຍ ຊູນ ຊີລ ເພື່ອນລັບຂອງນາງ ປາຣກ ເຊິ່ງບັນດາໄອຍະການ ໄດ້ໂຕ້ຖຽງວ່າພວກເຂົາມີຈຸດປະສົງໃຫ້ສິນບົນ ເພື່ອຈະໄດ້ຮັບສິດທິພິເສດ ຈາກລັດຖະບານ.

ທ່ານ ອີີ ແຈ-ຢອງ ໃຫ້ການວ່າ ທ່ານບໍ່ມີຄວາມຜິດ ຕໍ່ຂໍ້ກ່າວຫາຕ່າງໆ ທີ່ວ່າ ທ່ານໃຊ້ທຶນຂອງບໍລິສັດຊຳຊຸງ ເພື່ອໃຫ້ສິນບົນແກ່ທ່ານນາງ ປາຣກ.

ບັນດາໄອຍະການທັງຫຼາຍພວມຊອກຫາຊ່ອງທາງທີ່ຈະຟ້ອງຮ້ອງ ທ່ານ ອີ ໃຫ້ຖືກໂທດຈຳຄຸກໄລຍະ 12 ປີ ຢູ່ທີ່ສານອຸທອນ. ຄຳຕັດສິນຂອງສານອຸທອນ ຄາດກັນວ່າ ຈະຖືກນຳຂຶ້ນໄປຫາສານສູງສຸດຂອງປະເທດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...