Homeອຸບັດເຫດແລະປາກົດການຫຍໍ້ທໍ້ເກີດເຫດຄວາຍຊົນຄົນເສຍຊີວິດພາບ 2

ເກີດເຫດຄວາຍຊົນຄົນເສຍຊີວິດພາບ 2

Published on

ວັນທີ 5 ກຸມພາ 2018 ວານນີ້, ຢູ່ທີ່ບ້ານສະກ້າ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເກີດເຫດເສົ້າສະຫຼົດຂຶ້ນ ເມື່ອຄວາຍເຖິກໃຫຍ່ເກີດໃຈຮ້າຍ ແລ້ວຊົນຄົນເສຍຊີວິດເຖິງ 2 ຄົນ.

ແຫຼ່ງຂ່າວກ່າວວ່າ ຄວາຍໂຕດັ່ງກ່າວໄດ້ຖືກຜູ້ເສຍຊີວິດລ້ຽງມາແຕ່ນ້ອຍ ແຕ່ມາມື້ນີ້ໄດ້ເກີດໃຈຮ້າຍ ແລ້ວຊົນຜູ້ເປັນເຈົ້າຂອງ ເຂົາຂອງຄວາຍປັກເຂົ້າຮ່າງກາຍຫຼາຍບ່ອນ ເມື່ອເປັນແນວນັ້ນ ພໍ່ຂຽນ ຈຶ່ງໄດ້ເຂົ້າໄປຊ່ວຍເຫຼືອ ແລະໄດ້ຖືກຄວາຍຊົນຕື່ມອີກຈົນເສຍຊີວິດ, ໃນຂະນະທີ່ອີກຜູ້ໜຶ່ງກຳລັງເຂົ້າໄປຊ່ວຍເຫຼືອ ຄວາຍເຖິກໂຕດັ່ງກ່າວໄດ້ໂດດໃສ່ໄລ່ຊົນ ແຕ່ຜູ້ກ່ຽວແລ່ນໜີທັນຈຶ່ງລອດແລະບໍ່ໄດ້ຮັບບາດເຈັບ. ພາຍຫຼັງເກີດເຫດຈຶ່ງພົບວ່າທັງສອງຄົນທີ່ຖືກຄວາຍຊົນໄດ້ເສຍຊີວິດໄປແລ້ວ ແລະຄວາຍໂຕດັ່ງກ່າວກໍຖືກປະຊາຊົນໃຊ້ປືນຍິງຕາຍ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ໄດ້ຮັບເຄາະຮ້າຍ ແລະຂໍໃຫ້ມີຜູ້ທີ່ຢູ່ໃກ້ສັດໃຫຍ່ຫຼືສັດທີ່ເປັນອັນຕະລາຍ ຈົ່ງລ້ຽງດູດ້ວຍຄວາມລະມັດລະວັງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...